ປີໃໝ່ລາວປີນີ້ ມີໃຜກັບໄປຢາມບ້ານແດ່? 

ໃນທຸກໆປີ ເມື່ອໃກ້ຈະຮອດເທດສະການ ບຸນປີໃໝ່ລາວ ຫຼາຍຄົນທີ່ມາຈາກຕ່າງແຂວງ ຕ່າງກໍພາກັນເດີນທາງກັບບ້ານເພື່ອໄປຢາມພໍ່ແມ່ພີ່ນ້ອງ ເພື່ອຫຼິ້ນບຸນປີໃໝ່ຢູ່ທີ່ບ້ານເກີດ, ແຕ່ສຳລັບປີນີ້ກໍເຂົ້າປີທີ 3 ແລ້ວ ທີ່ມ່ີການແຜ່ລະບາດຂອງພະຍາດ ໂຄວິດ-19 ເຊິ່ງບາງຄົນເລືອກທີ່ຈະບໍ່ກັບບ້ານຍ້ອນຂໍ້ຫຍຸ້ງຍາກຕ່າງໆ ບໍ່ວ່າຈະເປັນຄ່າໃຊ້ຈ່າຍໃນການເດີນທາງ, ຊື້ເຄື່ອງຝາກເຄື່ອງຕ້ອນ ແລະ ອື່ນໆ. ແຕ່ກໍມີສ່ວນຫຼາຍທີ່ເລືອກເດີນທາງກັບບ້ານເພື່ອໄປສະຫຼອງປີໃໝ່ກັບຄອບຄົວ. 

ພາບປະກອບ

ນາງ ນົກ ຈາກເມືອງ ຫົວເມືອງ, ແຂວງ ຫົວພັນ, ມາເຮັດວຽກຢູ່ ນະຄອນຫຼວງ ວຽງຈັນ ເປັນເວລາ 3 ປີແລ້ວ. ໃນຊ່ວງສົງການປີໃໝ່ລາວ ຂອງທຸກໆປີ ນົກ ຈະກັບບ້ານເພື່ອໄປຫຼິ້ນສົງການກັບຄອບຄົວ ແລະ ໝູ່ຄູ່ ກັບໄປເຮັດຂວັນປີໃໝ່, ໄປສົມມາພໍ່ແມ່, ໄປຫຼິ້ນສ້າງສັນກັບໝູ່ຄູ່ພີ່ນ້ອງ ແລະ ປີນີ້ກໍເຊັ່ນດຽວກັນ. 

ນາງ ນົກ

ສ່ວນນາງ ໄມຄຳ ເປັນຄົນເມືອງ ຄຳ, ແຂວງ ຊຽງຂວາງ, ມາເຮັດວຽກຢູ່ ນະຄອນຫຼວງ ໄມຄຳ ມາອາໄສຢູ່ ນະຄອນຫຼວງ ວຽງຈັນ ໄດ້ 4 ປີແລ້ວ ພາຍຫຼັງທີ່ສຶກສາຈົບຈາກ ມະຫາວິທະຍາໄລ. ນ້ອງຈະກັບບ້ານທຸກໆ ປີໃໝ່ເພື່ອໄປຢາມພໍ່ແມ່ ເຖິງວ່າປີນີ້ຈະມີຂໍ້ຫຍຸ້ງຍາກຫຼາຍອັນແຕ່ກໍຕ້ອງໄດ້ກັບ ເພາະໄທເຮືອນບໍ່ມີໃຜກັບ ນ້ອງຈຶ່ງໄດ້ກັບໄປຢູ່ນຳພໍ່ແມ່ ອີກຢ່າງ ຫຼິ້ນສົງການຢູ່ ວຽງຈັນ ນີ້ກໍບໍ່ມ່ວນຄືຫຼິ້ນຢູ່ບ້ານເຮົາ. 

ສຳລັບ ນາງ ແອ໋, ຈາກ ແຂວງຫົວພັນ ມາເຮັດວຽກຢູ່ນະຄອນຫຼວງ ລາວຫາມາໄດ້ເດືອນປານ ແຕ່ບຸນປີໃໝ່ລາວປີນີ້ ກໍຈະກັບບ້າຄືກັນຍ້ອນຄິດຮອດພໍ່ແມ່ ແລະ ບ້ານເກີດ, ກັບໄປຫຼິ້ນ ໄປພັກຜ່ອນຫຼັງຈາກທີ່ເຮັດວຽກມາຫຼາຍ ແລ້ວຈຶ່ງກັບມາສູ້ກັບວຽກງານຕໍ່ຢູ່ ນະຄອນຫຼວງ ວຽງຈັນ. 

ແລ້ວທ່ານເດ້ ເລືອກທີ່ຈະສະຫຼອງ ບຸນປີໃໝ່ລາວ ຢູ່ໃນ ນະຄອນຫຼວງ ວຽງຈັນ ຫຼື ກັບບ້ານໄປຢາມພໍ່ແມ່, ພີ່ນ້ອງ ແລະ ຄອບຄົວ ຢູ່ທີ່ຕ່າງແຂວງ.  

ບໍ່ວ່າຈະສະຫຼອງປີໃໝ່ລາວຢູ່ໃສກໍຕາມກໍຈົ່ງມີສະຕິ ແລະ ປະຕິບັດຕາມມາດຕະການທີ່ທາງຄະນະສະເພາະກິດໄດ້ແຈ້ງການຢ່າງເຂັ້ມງວດ ເພື່ອຄວາມປອດໄພຂອງທຸກຄົນ. 

More from author

Related posts

Latest posts

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.