ທຸກມື້ນີ້ມີການຫຼອກເອົາເງິນ ແລະ ສິນຄ້າຫຼາກຫຼາຍຮູບແບບ ໜຶ່ງໃນນັ້ນກໍເປັນການປອມໃບບິນຈ່າຍເງິນ ຫຼື ບິນໂອນເງິນ, ຊ່ອງທາງອອນລາຍເເປັນອີກໜຶ່ງຊ່ອງທາງທີ່ຈະຂາຍສິນຄ້າຂອງຜູ້ປະກອບການ ເພາະສະດວຍສະບາຍ ແລະ ສາມາດຕອບໂຈດໃຫ້ທັນຍຸກທັນສະໄໝ.

ແຕ່ອີກດ້ານໜຶ່ງກໍເປັນຊ່ອງທາງໃຫ້ກັບມຶິດສາຊີບທີ່ຈະໂກງເຮົາໄດ້ ເພາະການຈ່າຍເງິນແມ່ນຕ້ອງໄດ້ຢືນຢັນດ້ວນການໃຫ້ໃບບິນເປັນການໂອນເງິນ ເຊິ່ງມັນສາມາດປອມແປງໄດ້ ເຊັ່ນ: ກໍລະນີທີ່ມີລູກຄ້າມາຂໍແລກປ່ຽນເງິນ ບາດ ເປັນກີບ, ທາງລູກຄ້າກໍສົ່ງໄປຢັ້ງຢືນເປັນບິນການໂອນເງິນບາດໃຫ້ກັບທາງຜູ້ຮັບແລກປ່ຽນ ພ້ອມກັບໃຫ້ຜູ້ຮັບແລກປ່ຽນໂອນເງິນກີບໃຫ້ກັບລູກຄ້າຄົນນັ້ນ ແຕ່ກໍລະນີນີ້ແມ່ນເກືອບໂອນເງິນໄປ ເພາະເຫັນໃບບິນແລ້ວ ແຕ່ກໍບໍ່ໂອນໄປ ຍ້ອນຊື່ບໍຄືກັນ ເຮັດໃຫ້ຜູ້ຮັບແລກປ່ຽນຕ້ອງຢັ້ງຢືນໃຫມ່ ແຕ່ລູກຄ້າກໍຫານໄປເລີຍ

ຂໍູມູນຈາກ:​ https://m.facebook.com/story.php?story_fbid=3193571654207800&id=100006649900707
ຂໍ້ມູນຈາກ: https://m.facebook.com/groups/384488649474569/permalink/519896865933746/

ເຫດການແບບນີ້ສາມາດເກີດຂຶ້ນໄດ້ກັບທຸກສາຍອາຊີບ ລວມໄປເຖິງການປອມແປງຂໍ້ມູນສິນຄ້າຂອງບໍລິສັດຂົນສົ່ງກໍຍັງມີ, ສຳລັບເຫດການດັ່ງກ່າວ ທາງທີມງານອິນໄຊລາວ ກໍໄດ້ສອບຖາມຫຼາຍໆທະນາຄານ ສຳລັບວິທີການແກ້ໄຂຖ້າເຮົາເປັນຜຸູ້ເສຍຫາຍໃນກໍລະນີທີ່ພົບໃບບິນປອມ ແມ່ນທາງທະນາຄນາຈະບໍ່ສາມາດແກ້ໄຂໃຫ້ເຮົາໄດ້ໂດຍຕົງ ແລະ ໃຫ້ເຮົາດຳເນີນຄະດີ ຫຼື ແຈ້ງກັບທາງຕໍາຫຼວດເປັນການດີທີ່ສຸດ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ຂໍ້ມູນຈາກ: BCEL

ລື່ອງນີ້ອາດຈະສາມາດເຕືອນໄພ ໃຫ້ກັບຜູ້ຂາຍຂອງອອນລາຍໄດ້ຢ່າງດີ ທັງໃນເລື່ອງຂອງການກວສສອບໃບບິນ ແລະ ຂໍໍ້ມູນ ໃຫ້ຮອບຄອບ, ການໂອນເງິນກໍຄວນຕ້ອງມີລາຍລະອຽດໃຫ້ຖືກຕ້ອງ ເຮົາຈຶ່ງບໍ່ເກີດການສູນເສຍເງິນໃຫ້ກັບມິດສາຊີບ.

Hits: 77

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້