ຕົວເລກທີຜົວ ບໍ່ເຄີຍຮູ້ຄວາມຈິງ

ເຖິງແມ່ນວ່າຄວາມລັບຈະບໍ່ມີໃນໂລກແຕ່ເລື່ອງບາງເລື່ອງຂອງຄູ່ຜົວເມຍກໍອາດຖືກກຳນົດໄວ້ວ່າຈະຕ້ອງເປັນຄວາມລັບໃຫ້ດົນທີ່ສຸດ ໂດຍສະເພາະເລື່ອງທີ່ກ່ຽວຂ້ອງກັບຕົວເລກ.

ອິນໄຊລາວ ຈຶ່ງລວບລວມຄວາມເຫັນຂອງບັນດາເມຍທັງຫຼາຍ ແລ້ວນຳມາເຜີຍແຜ່ໃຫ້ບັນດາຜົວໆ ໄດ້ຮູ້ກັນ ແຕ່ມັນຈະແມ່ນຄວາມຈິງສຳລັບຄູ່ໃດແດ່ນັ້ນຜູ້ເປັນຜົວຄວນຕ້ອງຫາວິທີຊອກຮູ້ກັນເອງ.

ພາບປະກອບ
  • ກະເປົາ: ນັບເປັນສິນຄ້າທີ່ເວົ້າໄດ້ວ່າລາຍໃດລາຍນັ້ນ ຫາກບໍ່ຈຳເປັນແທ້ໆ ບໍ່ມີມື້ບອກຄວາມຈິງວ່າຊື້ມາລາຄາທໍ່ໃດ ໂດຍອາດຈະບອກລາຄາພຽງເຄິ່ງໜຶ່ງ ຫຼື ຕໍ່າກວ່ານັ້ນ ຫຼື ບາງເທື່ອກໍ່ບອກວ່າເປັນຂອງກັອບເກຣດເອໄປເລີຍ ເຊິ່ງສ່ວນໃຫຍ່ແລ້ວ ຢ່າວ່າແຕ່ລາຄາທີ່ແທ້ຈິງເລີຍ ແມ່ນແຕ່ລຸ້ນກະເປົາດັງໆ ຜູ້ຊາຍບາງຄົນກໍອາດບໍ່ຮູ້ຈັກຊ້ຳ.
ພາບປະກອບ
  • ຄ່າແຕ່ງຜົມ: ຜູ້ຊາຍບາງຄົນອາດບໍ່ຮູ້ວ່າຄ່າສະຜົມຜູ້ຍິງນັ້ນມີຕັ້ງແຕ່ເກືອບແສນ ຈົນບາງເທື່ອກໍສູງເກີນເຄິ່ງລ້ານ ເພາະສຳລັບຜູ້ຊາຍແລ້ວ ຍັງຊອກຫາຮ້ານຕັດຜົມລາຄາ 15.000 ກີບຢູ່ ໂດຍລາຄາທີ່ຜົວບໍ່ຮູ້ນັ້ນອາດມາຈາກລາຍການຕັ້ງແຕ່ຢາສະຜົມ, ຄຣີມນວດ, ອົບອາຍນ້ຳ, ສີຍ້ອມຜົມ, ຄ່າດັດຜົມ, ຄ່າຢືດຜົມ, ຄ່າເຮັດສະປາຜົມ ແລະ ອື່ນໆອີກຫຼາຍໆ ຢ່າງ.
ພາບປະກອບ
  • ເຄື່ອງນຸ່ງ ແລະ ເຄື່ອງສຳອາງ: ເມື່ອເອົາສອງສິນຄ້ານີ້ມາລວມກັນ ເພາະມີຄຸນລັກສະນະຄ້າຍຄືກັນສັ່ງງ່າຍ ແລະ ຈັດສົ່ງໄວເກັບເຊື່ອງໄດ້ງ່າຍຈົນບາງເທື່ອນອກຈາກຈະບໍ່ຮູ້ລາຄາແລ້ວ ຍັງບໍ່ຮູ້ປະລິມານນຳອີກ ເພາະໄດ້ມາທັງແບບໄປຊື້ເອງ ແລະ ສັ່ງມາຈາກອອນລາຍ ອີກທັງເຄື່ອງສຳອາງ ແລະ ເຄື່ອງນຸ່ງກໍມີຍີ່ຫໍ້ທີ່ຫຼາກຫຼາຍບໍ່ແພ້ກະເປົາ ພຽງແຕ່ເກັບງຽບໄດ້ແນບນຽນ ເຖິງແມ່ນວ່າສິ່ງເຫຼົ່ານີ້ຈະແພງສ່ຳໃດມັນກໍມີຂະໜາດນ້ອຍ ແລະ ນ້ຳໜັກເບົາຈົນບາງຄົນບອກຜົວວ່າ ຂອງແຖມກະຍັງເຊື່ອ ເຮັດໃຫ້ບາງລາຍການທີ່ຖີ້ມໄປແລ້ວຜົວກະຍັງບໍ່ເຄີຍຮູ້ຄວາມຈິງ.
ພາບປະກອບ
  • ເງິນເກັບຂອງຜົວ: ສຳລັບບາງເຮືອນທີ່ໃຫ້ເມຍເປັນຄົນເກັບເງິນ ເອີ້ນໄດ້ວ່າຕ້ອງໄດ້ລອງເຮັດບັນຊີລາຍຮັບລາຍຈ່າຍເອງ ຈຶ່ງຈະຮູ້ວ່າ ຕົວເລກທີ່ໃກ້ຄຽງເງິນເກັບແທ້ ເພາະຄ່າໃຊ້ຈ່າຍໃນເຮືອນນັ້ນອາດຈະຖືກແປຮູບເປັນເຄື່ອງປະດັບເຊັ່ນ: ເງິນ, ຄຳ ຫຼື ແມ່ນແຕ່ໃບເລກ. ແຕ່ກະຫັ້ນແຫຼະ ເພື່ອເມຍທີ່ຮັກແລ້ວເລື່ອງແບບນີ້ຜົວຄົງຈະບໍ່ເວົ້າຫຍັງລະເນາະ.

ເມື່ອເຮົາໄດ້ຮູ້ຄວາມລັບຂອງຕົວເລກແມ່ຍິງໄປແລ້ວ ໂພສໜ້າ ເຮົາລອງມາເບິ່ງຕົວເລກທີ່ເມຍບໍ່ເຄີຍຮູ້ມາກ່ອນ ວ່າຜົວຂອງເຮົາກໍເກັບຄວາມລັບເກັ່ງບໍ່ແພ້ກັນເລີຍ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...