ບິກບລູລາວ ບຸກ OOH ອາຊຽນ
ພ້ອມຈັບມືພັນທະມິດລາຍໃຫຍ່ໃນກຳປູເຈຍ.

ບິກບລູ ເອເຈນຊີ່ ຂະຫຍາຍທຸລະກິດ ຮັບ AEC ອອກຈາກລາວ-ໄທ ໄປສູ່ພູມິພາກອາຊຽນ ເລີ່ມຊິມລາງທີ່ກຸງພະນົມເປນ ປະເທດກຳປູເຈຍ ເປັນບ່ອນທຳອິດ ພ້ອມດ້ວຍປ້າຍ ບິລບອດ 2 ບ່ອນ ຢືນຢັນຄວາມພ້ອມຈັບມືກັບພັນທະມິດລາຍໃຫຍ່ ທັງລາວ, ໄທ ແລະກຳປູເຈຍ ຂະຫຍາຍພື້ນທີ່ໂຄສະນາ ປະຊາສຳພັນໃນໂລກອອນລາຍ ແລະທຸລະກິດສື່ໃໝ່ໃນພູມິພາກໄປພ້ອມກັນ.

ທ່ານ ວັນນະເລດ ພິມພະຈັນ ຜູ້ຈັດການທົ່ວໄປ ບິກບລູ ເອເຈນຊີ່ ກ່າວວ່າ: “ເຮົານັບເປັນບໍລິສັດເອເຈນຊີ່ຂອງລາວເຈົ້າແລກ ທີ່ຂະຫຍາຍຕະຫຼາດສື່ໂຄສະນານອກເຮືອນ (OOH) ແລະການວາງແຜນປະຊາສຳພັນ (PR) ໃຫ້ລູກຄ້າທີ່ຢູ່ນອກ ສປປ ລາວ. ໂດຍເຮົາຈັບມືກັບພັນທະມິດລາຍໃຫຍ່ຂອງກຳປູເຈຍ ເປັນປະເທດທຳອິດ ແລະກຳລັງເຈລະຈາກັບພັນທະມິດໃນປະເທດອື່ນໆເປັນລຳດັບຕໍ່ໄປ”.

“ສຳລັບກຳປູເຈຍເຮົາມີລູກຄ້າສອງລາຍຄືເອັດສຊີຈີແລະການບິນໄທ ເຊິ່ງໃຊ້ບໍລິການໃຫ້ເຮົາຫາປ້າຍໃນຕຳແຫນ່ງທີ່ດີທີ່ສຸດໃນພະນົມເປນໃຫ້. ພ້ອມນີ້, ຕະຫຼອດສອງສາມປີທີ່ຜ່ານມາເຮົາຕັດສິນໃຈເຂົ້າໄປສຶກສາສື່ທີ່ໃຊ້ໃນພູມິພາກອາຊຽນອີກຫລາຍປະເທດ ແລະພົບວ່າ ບິກບລູ ມີສັກກະຍະພາບຫຼາຍພໍທີ່ຈະຮອງຮັບການຂະຫຍາຍຕົວຂອງອົງກອນຂະໜາດໃຫຍ່ໃນພູມິພາກອາຊຽນ. ໃນດ້ານການເຮັດໂຄສະນາປະຊາສຳພັນຜ່ານສື່ ທັງອອບລາຍແລະອອນລາຍ ເຊິ່ງມີຄວາມຫຼາກຫຼາຍ ແລະແຕກຕ່າງກັນໄປໃນແຕ່ລະປະ ເທດ” ທ່ານ ວັນນະເລດ ກ່າວ.

ບໍ່ພຽງແຕ່ຂະຫຍາຍໂຕໄປຍັງປະເທດເພື່ອນບ້ານໃນກຸ່ມ AEC ເທົ່ານັ້ນ, ບິກບລູ ຍັງເພີ່ມຕົວເລືອກສື່ຮູບແບບໃຫມ່ໆ ໃນ ສປປ ລາວ ເພື່ອຕອບສະໜອງຄວາມຕ້ອງການຂອງທຸລະກິດຫຼາກຫຼາຍຂະໜາດຫຼາຍຂຶ້ນເຊັ່ນ: ປ້າຍໂຄສະນາຂະໜາດກາງໃນປໍ້ານໍ້າມັນ ປຕທ ແລະການຈັດແຄມເປນທີ່ໃຊ້ສື່ດິຈິຕອນໃນການປະຊາສຳພັນເພື່ອໃຫ້ເຂົ້າເຖິງຄົນຮຸ່ນໃຫມ່ໃນ ສປປ ລາວ ໄດ້ຢ່າງແນ່ນອນແລະຊັດເຈນອີກດ້ວຍ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...