7 ປັດໄຈ ເພື່ອໃຫ້ຄອບຄົວມີຄວາມສຸກ

ຄອບຄົວຈະໝັ້ນຄົງ ແລະ ເປັນສຸກບໍ່ແມ່ນເລື່ອງງ່າຍ ຍ້ອນສະພາບເສດຖະກິດ,​ ສັງຄົມ ທີ່ແຂ່ງຂັນກັນທັງດ້ານວັດຖຸນິຍົມ ຈົນຂາດການໃສ່ໃຈທາງດ້ານຈິດໃຈ. ນອກຈາກຄວາມຮັກ ຄວາມຜູກພັນ ທີ່ຈະຊ່ວຍໃຫ້ຄອບຄົວຢູ່ດີ ມີຄວາມສຸກນັ້ນ, ຍັງມີອີກຫຼາຍປັດໄຈ ທີ່ຈະຊ່ວຍໃຫ້ຄອບຄົວຢູ່ລອດໄດ້ ໃນສັງຄົມແຫ່ງການແຂ່ງຂັນກັນ ຊຶ່ງມັກຈະມີ 7 ປັດໄຈ ດັ່ງຕໍ່ນີ້:

  1. ຄົນໃນຄອບຄົວຕ້ອງສາມາດຮັບມື ແລະ ຈັດການກັບບັນຫາຕ່າງໆ ທີ່ຜ່ານເຂົ້າມາໃນຊີວິດ, ຕ້ອງຕັ້ງສະຕິໃຫ້ໝັ້ນຄົງກ່ອນ ຈຶ່ງຈະຮັບມືກັບບັນຫາໄດ້.
  2. ທຸກຄົນຕ້ອງຄຳນຶງເຖິງຄວາມຮູ້ສຶກຂອງກັນ ແລະກັນ, ນອກຈາກການເຮັດວຽກແລ້ວ ຄົນໃນຄອບຄົວຕ້ອງຮູ້ຈັກແບ່ງເວລາ, ສົນໃຈກັບຄວາມຮູ້ສຶກຄວາມຕ້ອງການຂອງຄົນໃນຄອບຄົວນຳອີກ ເພາະໃນເວລາທີ່ຄອບຄົວເດືອດຮ້ອນ ຫຼືຍາກລຳບາກ, ຄອບຄົວຖືເປັນກຳລັງໃຈສຳຄັນ.
  3. ໃຊ້ເວລາຮ່ວມກັນ ບໍ່ວ່າຈະເກີດບັນຫາໃດກໍຕາມ ຄົນໃນຄອບຄົວໃຊ້ເວລານຳກັນໃນການແກ້ໄຂບັນຫານັ້ນ ເຮັດໃຫ້ຮູ້ສຶກວ່າເພິ່ງພາອາໄສກັນໄດ້,​ ຄົນໃນຄອບຄົວກໍຈະບໍ່ສະແຫວງຫາຄວາມສຸກຢູ່ບ່ອນອື່ນ ຊຶ່ງເກີດເປັນຄວາມເຂົ້າໃຈຊຶ່ງກັນ ແລະກັນ.
  4. ຄອບຄົວຕ້ອງມີລະບຽບແບບແຜນ ເມື່ອມີບັນຫາກໍມີຫຼັກການ ຫຼືຄວາມຮັບຜິດຊອບທີ່ເຮັດໃຫ້ຄອບຄົວຍັງເຮັດໜ້າທີ່ຕໍ່ໄປໄດ້.
  5. ຄອບຄົວມີທີ່ເພິ່ງທາງໃຈ ໂດຍສະເພາະການປະຕິບັດຕາມຫຼັກສາສະໜາ, ເມື່ອເກີດບັນຫາກໍຈະມີສະຕິ ຊຶ່ງຖືເປັນຕົ້ນທຶນທີ່ມີຄ່າສຳລັບການເບິ່ງແຍງຈິດໃຈຍາມຄົນໃນຄອບຄົວເດືອດຮ້ອນ.
  6. ມີວິທີສື່ສານໂອ້ລົມກັນຢ່າງຊັດເຈນ, ກົງໄປກົງມາ ບໍ່ເວົ້າຊ່ອນເງື່ອນງຳ ຫຼືປິດບັງກັນ, ຄົນໃນຄອບຄົວຕ້ອງຮັບຟັງຄວາມຄິດເຫັນ, ຄວາມຮູ້ສຶກຊຶ່ງກັນ ແລະກັນ, ເຮັດໃຫ້ການຢູ່ຮ່ວມກັນໃນຄອບຄົວເປັນໄປດ້ວຍຄວາມສະບາຍໃຈ.
  7. ຮັກສາຄວາມຜູກພັນກັບຄອບຄົວເກົ່າ, ໝັ່ນຫາເວລາໄປມາຫາສູ່ກັນ ຫຼື ພົບປະສັງສັນຕິດຕາມຂ່າວຄາວ,​ ຊ່ວຍເຫຼືອຊຶ່ງກັນ ແລະກັນ. ນອກຈາກຈະເຮັດໃຫ້ມີຄວາມສຸກສະໜຸກສະໜານແລ້ວ ການຊ່ວຍເຫຼືອຄົນອື່ນເຮັດໃຫ້ຄວາມຄິດກວ້າງຂຶ້ນ, ​ບໍ່ຄິດແຕ່ເລື່ອງຂອງຄອບຄົວໂຕເອງ ແລະເຮັດໃຫ້ມີບ່ອນເພິ່ງພາອາໄສເມື່ອມີບັນຫາ ຫຼືຄວາມເດືອດຮ້ອນ.

ສະຖາບັນຄອບຄົວຈະແຂງແຮງນັ້ນ ຕ້ອງອາໄສປັດໄຈຫຼັກຄື ຢູ່ຮ່ວມກັນດ້ວຍຄວາມຮັກ ຄວາມຜູກພັນເອື້ອເຟື້ອ, ຊ່ວຍເຫຼືອເຊິ່ງກັນ ແລະກັນ, ສິ່ງເລັກໆນ້ອຍໆ ເຫຼົ່ານີ້ປຽບດັ່ງນຳ້ທິບບຳລຸງໃຈ ໃຫ້ຮູ້ສຶກສະຫງົບຮົ່ມເຢັນ ແລະເມື່ອດົນໄປກໍສະສົມກາຍເປັນຄວາມຮູ້ສຶກໝັ້ນຄົງ, ປອດໄພ, ສຸກກາຍສະບາຍໃຈ, ທຸກຄົນມີຄວາມສຸກ ແລະຄອບຄົວກໍຈະຂຶ້ນຊື່ວ່າ ເປັນຄອບຄົວແຫ່ງຄວາມສຸກຄືກັນ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...