Monday, May 19, 2025
Kbank Laos โอน รับ จ่าย

ຂ່າວເດັ່ນ! ສຳນັກຂ່າວມີເດຍລາວ

ປະຈຳວັນທີ 30 ເມສາ 2022 | ສຳນັກຂ່າວມີເດຍລາວ ໄດ້ໃຫ້ຮູ້ວ່າ:

3 ບ້ານທີ່ຂຶ້ນກັບກຸ່ມໂພນໄຊ ເມືອງໃຫມ່ແຂວງຜົ້ງສາລີ ປະກາດເປັນບ້ານຢຸດຕິການຖ່າຍຊະຊາຍ

อาจเป็นรูปภาพของ 5 คน

ປະກາດ ແລະ ຮັບຮອງບ້ານຢຸດຕິການຖ່າຍຊະຊາຍ,ບ້ານສຸຂະອະນາໄມແລະບ້ານສາທາລະນະສູກແບບຢ່າງທີ່ບ້ານນາບົວ,ບ້ານກາງສັນ,ບ້ານຈອມແຈວເກົ່າ ທີ່ຂື້ນກັບກູ່ມໂພນໄຊ ເມືອງໃຫມ່ແຂວງຜົ້ງສາລີ ເປັນກຽດເຂົ້າຮ່ວມຂອງທ່ານດຣພອນສະຫັວນມະນີວົງສີກຳມະການພັກເມືອງ ຮອງເຈົ້້າເມືອງຜູ້ຊີ້ນຳຂົງເຂດວັດທະນະທຳສັງຄົມ

ໃນພິທີດັ່ງກ່າວໄດ້ຮັບຟັງການໂອ້ລົມຂອງທ່ານພອນສະຫັວນມະນີວົງສີຮອງເຈົ້າເມືອງເຊີ່ງທ່ານໄດ້ຍົກໃຫ້ເຫັນຫຼາຍບັນຫາທີ່ບ້ານຍັງປະຕີບັດເປັນຕົ້ນແມ່ນການສ້າງວີດຖ່າຍໃນສືບຕໍ່ປະຕີບັດໃຫ້ສຳເລັດ100%ຍົກໃຫ້ເຫັນການສົ່ງລູກຫຼານເຂົ້່າຮຽນຕາມເກນອາຍຸຊູກຍູ້ການສັກຢາປ້ອງກັນພະຍາດໂຄວີດ-19 ໃຫ້ຄົບຕາມການກຳນົດ…ອ່ານຕໍ່

ປີ 2021 ຕົວເລກຜູ້ຖືກເຄາະຮ້າຍການຄ້າມະນຸດມີທັງໝົດ 25 ຄົນ

อาจเป็นรูปภาพของ 2 คน และ ผู้คนกำลังนั่ง

ທ່ານ ນາງ ດຣ ດາລຸນີ ຈຸລາມະນີ ຫົວໜ້າພະແນກຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ກະຊວງສາທາລະນະສຸກ ໄດ້ຍົກໃຫ້ເຫັນພາລະບົດບາດ, ໜ້າທີ່ ແລະ ການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດໃນໄລຍະຜ່ານມາ, ເຊິ່ງໄລຍະແຕ່ປີ 2017-2020 ຢູ່ຂັ້ນສູນກາງມີຕົວເລກຜູ້ຖືກເຄາະຮ້າຍຄວາມຮຸນແຮງທາງເພດ, ຜູ້ຖືກເຄາະຮ້າຍທາງຮ່າງກາຍແລະຈິດໃຈ ແລະ ທັງໝົດ 329 ຄົນຄົນ, ຍິງ 287 ຄົນ

ເຊິ່ງໃນປີ 2021 ຕົວເລກຜູ້ຖືກເຄາະຮ້າຍທີ່ກວດຢູ່ 7 ໂຮງໝໍ ສູນກາງ ມີຜູ້ຖືກເຄາະຮ້າຍທັງໝົດ 25 ຄົນ, ຍິງ 22 ຄົນ, ຂະນະທີ່ຕົວເລກທີ່ກວດຢູ່ແຕ່ລະໂຮງໝໍແຂວງ ມີ 9 ແຂວງ, ມີຜູ້ຖືກເຄາະຮ້າຍທັງໝົດ 25 ຄົນ, ໃນນັ້ນ ມີແຕ່ເພດຍິງ, ສ່ວນ 4 ແຂວງພາກໄຕ້ ມີແຂວງຈຳປາສັກ ຕົວເລກຜູ້ຖືກເຄາະຮ້າຍທີ່ໃຊ້ຄວາມຮຸນແຮງທາງເພດ ມີຈຳນວນ 9 ຄົນ ລ້ວນແລ້ວແຕ່ແມ່ນເພດຍິງທັງໝົດ…ອ່ານຕໍ່

ຫຼາຍພາກສ່ວນປະກອບທຶນເຂົ້າໃນການປັບປຸງ ສ້ອມແປງເສັ້ນທາງເຂົ້າບ້ານ ແຈລະມ໋ອງ

อาจเป็นรูปภาพของ 10 คน และ ถนน

ຫຼາຍພາກສ່ວນທັງພາກລັດ ແລະເອກະຊົນ ໄດ້ພ້ອມກັນເຂົ້າປະກອບສ່ວນໃນການປັບປຸງ ແລະ ປົວແປງເສັ້ນທາງ ເຂົ້າບ້ານ ແຈລະມ໋ອງ,ເມືອງອາດສະພັງທອງ ແຂວງສະຫວັນນະເຂດ ເສັ້ນທາງດັ່ງກ່າວແມ່ນເລີ່ມແຕ່ທາງເລກທີ 09 ເຂົ້າຫາບ້ານ ແຈລະມ໋ອງ ມີຄວາມຍາວທັງໝົດ 5 ກິໂລແມັດ ແລະ ກວ້າງ 6 ແມັດ.

ໂດຍແມ່ນທຶນປະກອບສ່ວນຂອງພໍ່ແມ່ປະຊາຊົນພາຍໃນບ້ານຈຳນວນ 30ລ້ານ ກີບ , ພະອາຈານ ປທ ໂງ່ນຄຳ ພວງສະຫວັນ ເຈົ້າອະທິການວັດປ່າມະຫາໂຊກປະກອບສ່ວນ ເງິນສົດຈໍານວນ 10ພັນ ບາດ (ເງິນໄທ)…ອ່ານຕໍ່

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້