ນ້ຳຕົກຕາດຊາຍ ແຂວງ ບໍລິຄຳໄຊ

ນ້ຳຕົກຕາດຊາຍ ຕັ້ງຢູ່ເຂດປ່າສະຫງວນແຫ່ງຊາດ ພູເຂົາຄວາຍ, ບ້ານ ຫາດໄຄ້, ເມືອງ ທ່າພະບາດ, ແຂວງ ບໍລິຄຳໄຊ ຫ່າງຈາກ ເທດສະບານເມືອງ ທ່າພະບາດ 19 ກິໂລແມັດ, ເຊິ່ງໄດ້ເລີ່ມເປີດເປັນແຫຼ່ງທ່ອງທ່ຽວຕັ້ງແຕ່ປີ 2004 ເປັນຕົ້ນມາ ແຕ່ກໍຍັງຮັກສາຄວາມເປັນທຳມະຊາດທີ່ອຸດົມສົມບູນໄວ້ໄດ້ໂດຍບໍ່ມີການດັດແປງແຕ່ຢ່າງໃດ.

ຕາດຊາຍ ເປັນນ້ຳຕົກຕາດ ທີ່ຕັ້ງຢູ່ບໍລິເວນປ່າສະຫງວນແຫ່ງຊາດ, ເຊິ່ງອ້ອມຮອບໄປດ້ວຍປ່າໄມ້ນາໆ ພັນ ຈຶ່ງເຮັດໃຫ້ມີຄວາມຊຸ່ມເຢັນພ້ອມທັງມີນ້ຳໄຫຼຕະຫຼອດປີແບບບໍ່ເຫືອດແຫ້ງ, ສິ່ງດັ່ງກ່າວຖືໄດ້ວ່າເປັນຄວາມມະຫັດສະຈັນທາງທຳມະຊາດອີກຢ່າງໜຶ່ງທີ່ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ໄປທ່ຽວຊົມ. ນອກຈາກນີ້, ຍັງເປັນນ້ຳຕົກຕາດທີ່ມີຫຼາຍຊັ້ນ ໃນລະດູຝົນນ້ຳຈະຫຼາຍ ແລະ ງາມເປັນພິເສດ, ເຊິ່ງນັກທ່ອງທ່ຽວສາມາດຊົມນ້ຳຕົກໄດ້ສອງຈຸດຄື: ຈຸດທີ່ເປັນນ້ຳຕົກໄຫຼລົງມາຕາມພະລານຫີນທີ່ຄ້າຍຄືກັບຂັ້ນໄດໄຫຼລົງສູ່ວັງນ້ຳທີ່ມີຄວາມເຢັນ, ໃສ ໂດຍນັກທ່ອງທ່ຽວສາມາດລົງຫຼິ້ນນ້ຳໄດ້ ແລະ ອີກຈຸດໜຶ່ງນັກທ່ອງທ່ຽວສາມາດເບິ່ງເຫັນສາຍນ້ຳຕົກຕາດຊາຍທີ່ຕົກລົງມາຈາກຜາຫີນສູງທີ່ມີຄວາມງາມບໍ່ໜ້ອຍໄປກວ່າຈຸດທຳອິດເຊິ່ງເປັນຈຸດທີ່ນັກທ່ອງທ່ຽວ, ຊ່າງພາບຫຼາຍທ່ານມັກໃຊ້ເປັນບ່ອນຖ່າຍຮູບ.

ເພື່ອສ້າງຄວາມສະດວກໃຫ້ກັບນັກທ່ອງທ່ຽວ ແມ່ນສາມາດນັ່ງກິນເຂົ້າຕາມພະລານຫີນທີ່ຢູ່ແຄມນ້ຳເພື່ອສຳຜັດກັບບັນຍາກາດ ແລະ ອາຍນ້ຳທີ່ເຢັນສະບາຍໄດ້ ແຕ່ຕ້ອງຢູ່ພາຍໃຕ້ກົດລະບຽບຂອງແຫຼ່ງທ່ອງທ່ຽວ ຫຼື ຈະນັ່ງພັກຜ່ອນເທິງສາລາທີ່ເປັນທັງຈຸດຊົມນ້ຳຕົກ ແລະ ພັກຜ່ອນ, ພ້ອມທັງມີຮ້ານອາຫານໄວ້ໃຫ້ບໍລິການກັບນັກທ່ອງທ່ຽວນຳອີກ, ນອກຈາກນີ້ ຍັງມີຫ້ອງພັກສໍາລັບນັກທ່ອງທ່ຽວທີ່ຢາກສໍາຜັດກັບທໍາມະຊາດແບບເຕັມອິ່ມໃນການນອນແຮມຄືນທ່າມກາງປ່າໄມ້ ແລະ ສາຍນ້ຳ.

ຖ້າຫາກນັກທ່ອງທ່ຽວທ່ານໃດກຳລັງຊອກຫາສະຖານທີ່ພັກຜ່ອນທ່າມກາງທຳມະຊາດ, ອາກາດບໍລິສຸດທີ່ຢູ່ບໍ່ໄກຈາກເມືອງໃຫຍ່ກໍຢ່າລືມໄປພັກຜ່ອນຢູ່ທີ່ນ້ຳຕົກຕາດຊາຍແຫ່ງນີ້, ເຊິ່ງເໝາະສຳລັບນັກທ່ອງທ່ຽວທຸກເພດ, ທຸກໄວສາມາດໄປທ່ຽວໄດ້ທຸກລະດູ, ສຳລັບການເດີນທາງໄປ-ມາກໍສະດວກສະບາຍທັງລົດໂດຍສານ ຫຼື ລົດສ່ວນຕົວກໍສາມາດເດີນທາງໄປໄດ້.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...