4 ສະໝຸນໄພ ແກ້ເຈັບຄໍ.

ເມື່ອມີອາການເຈັບຄໍ ຫຼາຍຄົນມັກຈະດື່ມນ້ຳໃສ່ ເພື່ອບັນເທົາອາການເຈັບຄໍ, ແຕ່ຖ້າອາການຍັງບໍ່ໄຄ ກໍຈະກິນຢາແກ້ໄອແທນ ເຊິ່ງການກິນຢາຫຼາຍ ອາດສົ່ງຜົນກະທົບຕໍ່ສຸຂະພາບໄດ້. ມື້ນີ້ ອິນໄຊລາວ ມີ 4 ສະໝຸນໄພ ແກ້ເຈັບຄໍມາແນະນຳກັນ.

  • ຂີງ: ເປັນໂຕເລືອກຂອງຫຼາຍໆຄົນ ທີ່ຮູ້ສຶກເຈັບຄໍ ເພາະມັນສາມາດຊ່ວຍຕ້ານການອັກເສບ  ລວມທັງຍັງສາມາດຊ່ວຍຂ້າເຊື້ອແບັກທີເຣຍ ທີ່ເປັນໂຕການຂອງອາການເຈັບຄໍໄດ້ອີກ. ວິທີໃຊ້ ແມ່ນນຳຂີງໄປຊອຍຕົ້ມກັບນຳ້ ແລ້ວມາຈິບເປັນຊາ ຫຼືຈະຫຍຳ້ຂີງສົດໆກໍໄດ້ ແຕ່ຖ້າຫາກບໍ່ມີເວລາ ຫຼືບໍ່ມັກກິນຂີງສົດ ກໍໃຫ້ນຳຂີງຜົງມາຊົງນຳ້ອຸ່ນດື່ມກໍຊ່ວຍບັນເທົາອາການເຈັບຄໍໄດ້ຄືກັນ.

  • ກະທຽມ: ກະທຽມເປັນສະໝຸນໄພໃນຄົວ ທີ່ມີລິດກະຕຸ້ນລະບົບພູມຄຸ້ມກັນໄດ້ຄືກັນກັບຢາຕ້ານຈຸລະຊີບ ທີ່ໃຊ້ໃນທາງການແພດ ແລະມີຄຸນປະໂຫຍດໃນການຕ້ານເຊື້ອແບັກທີເຣຍໄດ້ອີກ. ທ່ານ Michael Finkelstein ຜູ້ຊ່ຽວຊານຈາກ ນະຄອນ ນິວຢ໋ອກ ໄດ້ເປີດເຜີຍວ່າ: ກະທຽມເປັນສະໝຸນໄພທີ່ສາມາດປົວອາການເຈັບຄໍ ເນື່ອງຈາກການຕິດເຊື້ອໄດ້ ທັງຍັງຊ່ວຍຕໍ່ສູ້ກັບເຊື້ອໂຣກທີ່ເຮັດໃຫ້ເກີດອາການເຈັບຄໍໄດ້ອີກດ້ວຍ ເພາະວ່າມີສານອັນລິຊິນ (Allicin) ທີ່ຢູ່ໃນກະທຽມສົດນັ້ນເອງ. ລາວໄດ້ແນະນຳວ່າ ຖ້າຕ້ອງການໃຊ້ກະທຽມປິ່ນປົວອາການເຈັບຄໍ ແຕ່ບໍ່ມັກຄວາມຂິວຂອງມັນ ກໍໃຫ້ນຳເອົາກະທຽມເໝິດຫົວໄປອຸ່ນໃນເຕົາໄມໂຄເວັບ 10-15 ວິນາທີ ຫຼືຈະເຜົາໄຟກໍໄດ້ ແລ້ວຈຶ່ງນຳມາກິນ ຈະຊ່ວຍໃຫ້ກິ່ນຂິວຂອງກະທຽມຫຼຸດລົງໄດ້.

  • ຂີ້ໝິ້ນ: ສ່ວນຫຼາຍນິຍົມມາແຕ່ງກິ່ນ ຫຼື ແຕ່ງສີອາຫານເທົ່ານັ້ນ. ແຕ່ສັບພະຄຸນຂອງຂີ້ໝິ້ນ ຖືວ່າດີຫຼາຍຢ່າງ ເພາະສານ ເຄີຄູມິນ (Curcumin) ທີ່ຢູ່ໃນຂີ້ໝິ້ນ ມີລິດໃນການຕ້ານການອັກເສບໄດ້ ເໝາະກັບການນຳໄປໃຊ້ກ່ຽວກັບອາການເຈັບຄໍທີ່ເກີດຈາກການອັກເສບຂອງເປືອກໜັງຄໍ ແຖມຍັງຊ່ວຍຫຼຸດອາການໄອໄດ້ອີກດ້ວຍ. ວິທີໃຊ້ ກໍພຽງແຕ່ນຳຂີ້ໝິ້ນຜົງມາຊົງກັບນຳ້ອຸ່ນ ແລະເຕີມນຳ້ເຜິ້ງລົງໄປເລັກໜ້ອຍ, ຈິບຂະນະທີ່ອຸ່ນໆກໍຈະຊ່ວຍໃຫ້ຊຸ່ມຄໍ ແລະເຊົາເຈັບຄໍໄດ້ໄວຂຶ້ນ.

Golden onions on rustic wooden background
  • ຫົວຜັກບົ່ວ: ນອກຈາກກະທຽມແລ້ວ ຫົວຜັກບົ່ວກໍສາມາດປົວອາການເຈັບຄໍໄດ້ຄືກັນ ເພາະມັນມີສານຕ້ານອາການອັກເສບທີ່ມີປະສິດທິພາບຄືກັນ ແຖມຍັງຊ່ວຍຕ້ານເຊື້ອໄວຣັດ ແລະເຊື້ອແບັກທີເຣຍບາງຊະນິດໄດ້. ນອກນີ້ ຫົວຜັກບົ່ວ ຍັງຂຶ້ນຊື່ວ່າ ເປັນຢາຕ້ານເຊື້ອຈາກທຳມະຊາດທີ່ປອດໄພອີກ. ວິທີການໃຊ້ເພື່ອປົວອາການເຈັບຄໍ ກໍພຽງແຕ່ນຳເອົາຫົວຜັກບົ່ວ ມາສັບພໍມຸ່ນໆປະສົມກັບນຳ້ເຜິ້ງ 6 ອອນ (ປະມານ 177 ມີລີລິດ) ໜຶ້ງດ້ວຍໄຟອ່ອນໆປະມານ 2 ຊົ່ວໂມງ ຈາກນັ້ນນຳມາຊົງນຳ້ອຸ່ນ ຈິບຕະຫຼອດເໝິດມື້ຈະຊ່ວຍໃຫ້ອາການເຈັບຄໍບັນເທົາລົງໄດ້.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...