ເຄັດລັບດີໆ! ສ້າງຄວາມສຸກດ້ວຍໂຕເອງ

ຫຼາຍຄົນມັກຈະເບິ່ງຫາຄວາມສຸກ ແຕ່ຊ້ຳພັດບໍ່ເຄີຍຮູ້ເລີຍວ່າ ຄວາມສຸກນັ້ນ ສ້າງຂຶ້ນໄດ້ງ່າຍໆດ້ວຍໂຕທ່ານເອງ ໂດວຍບໍ່ຕ້ອງໄດ້ໄປຊອກຫາມັນຈາກບ່ອນອື່ນ ພຽງແຕ່ທ່ານຕ້ອງປ່ຽນມຸມມອງຂອງທ່ານໃໝ່ ທຳອິດທ່ານອາດຈະຄິດວ່າມັນຍາກ ແຕ່ຖ້າລອງຝຶກຝົນໄປເທື່ອລະໜ້ອຍ ເມື່ອທ່ານເກັ່ງຂຶ້ນ ທ່ານຈະເຮັດມັນໄດ້ງ່າຍໆແບບບໍ່ຕ້ອງພະຍາຍາມອີກເລີຍ.

ພາບປະກອບ
  • ຮັກໂຕເອງໃຫ້ຫຼາຍ.

ໃຫ້ທ່ານຈື່ໄວ້ວ່າ ຄຸນຄ່າຂອງທ່ານຂຶ້ນຢູ່ກັບມຸມມອງຂອງໂຕທ່ານເອງ ບໍ່ວ່າໃຜຈະເວົ້າ ຫຼື ເບິ່ງທ່ານວ່າຈັ່ງໃດກໍຕາມ ທ່ານບໍ່ຈຳເປັນຕ້ອງໄປສົນ ພຽງເປັນໂຕຂອງໂຕເອງໃຫ້ຫຼາຍທີ່ສຸດ ແລະ ເປັນຄຸນຄ່າໃນໂຕເອງໃຫ້ຫຼາຍຂຶ້ນ ເພາະຄວາມສຸກຈະເກີດຂຶ້ນໄດ້ກໍຕໍ່ເມື່ອ ທ່ານມີຄວາມສຸກກັບສິ່ງທີ່ໂຕເອງເປັນ ດັ່ງນັ້ນ, ທ່ານຈະຕ້ອງຮັກໂຕເອງກ່ອນ ເຖິງຈະມີຄວາມສຸກໄດ້ .

  • ຄາດຫວັງໃຫ້ໜ້ອຍລົງ.

ຄົສນເຮົາມັກຈະຄາດຫວັງກັບສິ່ງທີ່ຍັງມາບໍ່ທັນຮອດຢູ່ເປັນປະຈຳ ແລະ ນັ້ນກໍເປັຍສາເຫດຫຼັກທີ່ເຮັດໃຫ້ຊີວິດມັກພົບກັບຄວາມຜິດຫວັງຢູ່ຕະຫຼອດເວລາ ດັ່ງນັ້ນ, ເຮົາບໍ່ຄວນຄາດຫວັງສູງ ເພາະເວລາຜິດຫວັງມາ ຈະຮູ້ສຶກເສຍໃຈຢ່າງໜັກ ແຕ່ຄວນປ່ຽນເປັນບໍ່ຄາດຫວັງເລີຍ ຫຼື ຄາດຫວັງໃຫ້ໜ້ອຍລົງ ເວລາຜົນທີ່ອອກມາ ດີກວ່າທີ່ຄາດຫວັງເອົາໄວ້ ຈະເຮັດໃຫ້ເຮົາຮູ້ສຶກປະທັບໃຈຫຼາຍຂຶ້ນ.

  • ເຕັມໃຈຊ່ວຍເຫຼືອຄົນອື່ນຕະຫຼອດເວລາ.

ການຊ່ວຍເຫຼືອຄົນອື່ນໂດຍທີ່ບໍ່ຫວັງຜົນ ມັນເປັນຄວາມຮູ້ສຶກທີ່ດີກັບໂຕທ່ານເອງ ທ່ານບໍ່ຈຳເປັນຕ້ອງຫວັງຜົນຕອບແທນຈາກຄົນທີ່ທ່ານຊ່ວຍເລີຍ ແຕ່ທ່ານຈະໄດ້ມັນກັບມາທຸກຄັ້ງທີ່ທ່ານໄດ້ຊ່ວຍ ນັ້ນກໍຄື ຄວາມອີ່ມອົກອີ່ມໃຈຂອງທ່ານເອງ ແລະ ມັນຈະເຮັດໃຫ້ໂລກຂອງເຮົາເປັນຕາຢູ່ຫຼາຍຂຶ້ນອີກດ້ວຍ ຖ້າທຸກຄົນມີຄວາມເອື້ອອາທອນຕໍ່ກັນຫຼາຍໆ.

  • ຂອບໃຈກັບທຸກປະສົບການທີ່ຜ່ານເຂົ້າມາ.

ເວລາມີຄົນມາເຮັດໃຫ້ທ່ານຫງຸດຫງິດ ເປັນຕົ້ນແມ່ນ ເວລາທີ່ມີຄົນຂັບລົດມາຕັດໜ້າລົດທ່ານ ຖ້າລອງເບິ່ງໂລກໃນແງ່ດີກ່ອນ ເຂົາອາດຈະມີວຽກສຳຄັນແທ້ໆກໍໄດ້, ເຮົາບໍ່ມີທາງຮູ້ເລີຍ ແຕ່ການເຫັນໃຈຄົນອື່ນຫຼາຍຂຶ້ນ ແລະ າຮູ້ສຶກໃຈຮ້າຍໃຫ້ໜ້ອຍລົງ ຈະເຮັດໃຫ້ທ່ານເອງຮູ້ສຶກດີໃນມື້ນັ້ນໆ.

  • ກ້າທີ່ຈະລອງເຮັດສິ່ງໃໝ່ໆ.

ການເຮັດຫຍັງຊ້ຳໆ ຢູ່ຕະຫຼອດເວລາ ຊີວິດນີ້ຄົງໜ້າເບື່ອ ຖ້າທ່ານໄດ້ລອງເຮັດຫຍັງທີ່ສແປກໆ ໃໝ່ໆ ເພື່ອໃຫ້ຊີວິດມີສີສັນເບິ່ງແດ່ ປ່ຽນໂຕເອງໂດຍການເຮັດສິ່ງທີ່ບໍ່ເຄີຍຄິດວ່າຈະເຮັດມັນ ວິທີນີ້ຈະເຮັດໃຫ້ຊີວິດບໍ່ໜ້າເບື່ອຢ່າງທີ່ເຄີຍເປັນມາ ແລະ ຍັງຊ່ວຍໃຫ້ທ່ານໄດ້ປ່ຽນໂຕເອງເປັນຄົນທີ່ພ້ອມຈະເປີດຮັບສິ່ງຕ່າງໆຫຼາຍຂຶ້ນອີກດ້ວຍ.

  • ຮູ້ຈັກໃຊ້ວິທີຫວ່ານລ້ອມ.

ຖ້າທ່ານຕ້ອງການໃຫ້ໃຜຈັກຄົນຮັບຟັງ ແລະ ເຮັດຕາມສິ່ງທີ່ທ່ານຮຽກຮ້ອງ ຫຼື ບອກໃຫ້ທ່ານຕ້ອງໃຊ້ເຫດຜົນໃນການອະທິບາຍ ແລະ ໃຈເຢັນ ເພາະບໍ່ມີໃຜມັກຖືກບັງຄັບດອກ ຖ້າທ່ານໃຊ້ວິທີການຈົ່ມວ່າ ເພື່ອໃຫ້ເຂົາຮັບຮອງວ່າ ເຂົາຈະຄອຍຫຼີກໜີທ່ານແນ່ນອນ ທ່ານຕ້ອງຮຽນຮູ້ທີ່ຈະເວົ້າຈາດີໆ ເພື່ອໃຫ້ໄດ້ສິ່ງທີ່ຕ້ອງການ.

  • ລອງນັ່ງມິດໆ ຄົນດຽວເບິ່ງ.

ຖ້າທ່ານຮູ້ສຶກວ່າ  ຊີວິດມັກພົບພໍ້ແຕ່ຄວາມວຸ້ນວາຍ ແລະ ມັນເຮັດໃຫ້ທ່ານຮູ້ສຶກບໍ່ດີ ລອງໃຊ້ເວລາຢູ່ກັບໂຕເອງຈັກໄລຍະ ໃຫ້ເວລາໂຕເອງຢູ່ຄົນດຽວ ປ່ອຍໃຫ້ສະໝອງເປົ່າຫວ່າງ ແລະ ໃຊ້ເວລານີ້ຄິດທົບທວນເລື່ອງລາວຕ່າງໆໃນຊີວິດ ຈະຊ່ວຍໃຫ້ທ່ານຮູ້ສຶກສະຫງົບຫຼາຍຂຶ້ນ ແລະ ຄິດເລື່ອງບໍ່ດີໜ້ອຍລົງ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...