ໄມ້ແຄນຍາວ 37 ແມັດ ອາຍຸ 900 ປີ ທີ່ບ້ານ ນາຍາວ, ແຂວງ ໄຊຍະບູລີ.

ນີ້ແມ່ນ ໄມ້ແຄນບູຮານ ທີ່ຕັ້ງຈັດວາງສະແດງໄວ້ຢູ່ວັດບ້ານ ນາຍາວ, ເມືອງ ແລະ ແຂວງ ໄຊຍະບູລີ. ໂດຍເພິ່ນໄດ້ມີການສັນນິຖານເບື້ອງຕົ້ນວ່າ ມັນມີອາຍຸປະມານ 900 ປີ, ເປັນສີດຳກໍ່າ, ຍາວຢຽດຊື່ດີ, ມີ 2 ຮາກຄືກັບ ແງ່ມຫົວເຮືອຊ່ວງ, ແຕ່ຮາກຂຶ້ນຫາທາງປາຍ ມີລັກສະນະກົມອ້ວຍລ້ວຍ ໂດຍມີຕາພຽງຈຸດດຽວ. ໄມ້ລຳນີ້ ມີລວງຮອບ (ໜ້າຕັດ) ສະເລ່ຍ 2.60 ແມັດ, ຍາວ 37 ແມັດ ແລະ ມີບໍລິມາດ 11.424 ແມັດກ້ອນ.

ກ່ອນປີໃໝ່ລາວ ຄສ 2014 ທ້າວ ຄຳນຸ່ຍ ດາໜູພັນ, ອາຍຸ 24 ປີ ປະຊາຊົນ ບ້ານ ນາຍາວ ໄດ້ໄປຊອກຫາກິນຢູ່ ນໍ້າຮຸ່ງ ຈຶ່ງໄດ້ພົບເຫັນໄມ້ລຳດັ່ງກ່າວ ທີ່ພົ້ນຈາກພື້ນນຳ້ ໂດຍຫ່າງຈາກໃຈກາງບ້ານ ນາຍາວ ໄປທາງທິດໃຕ້ປະມານ 1 ກິໂລແມັດ. ທຳອິດ ລາວເຫັນໄມ້ພົ້ນຂຶ້ນສູງຈາກພື້ນນໍ້າພຽງ 5 ຊັງຕີແມັດ, ຍາວປະມານ 2.5 ແມັດ. ຫຼັງຈາກນັ້ນ ລາວໄດ້ໄປບອກພໍ່ແມ່ ແຕ່ພວກເພິ່ນບໍ່ໄດ້ໃສ່ໃຈ. ສາມມື້ຕໍ່ມາ ທ້າວ ຄຳນຸ່ຍ ໄດ້ໄປບອກລຸງ ຄື ທ່ານ ບຸນຈັນ ຄຸນປະດິດ, ແລ້ວເພິ່ນໄດ້ຊວນໝູ່ເພື່ອນຈຳນວນໜຶ່ງ ໄປເບິ່ງໄມ້ ແລະ ຫາວິທີເອົາຂຶ້ນມາ ເພື່ອແບ່ງປັນກັນມາໃຊ້ພາຍໃນຄອບຄົວ.

ແນວໃດກໍດີ, ກ່ອນຈະນຳໄມ້ລຳດັ່ງກ່າວຂຶ້ນຈາກນໍ້າ ພວກຜູ້ກ່ຽວ ໄດ້ໄປປຶກສາຜູ້ເຖົ້າບ້ານໃກ້ເຮືອນຄຽງ ແລ້ວຈຶ່ງໄດ້ພາກັນເຮັດຮີດຄອງ ແຕ່ງຂັນ 5, ເຫຼົ້າບັ້ງ, ໄກ່ໃຫຍ່ ເພື່ອບູຊາ. ແຕ່ວ່າ ບໍ່ສາມາດນຳເອົາໄມ້ຂຶ້ນມາໄດ້, ຕໍ່ມາ ໄດ້ນຳເອົາເປືອກໄມ້ລຳດັ່ງກ່າວ ໄປບູຊາ ເພື່ອຂໍອະທິຖານ ໃຫ້ໄມ້ຂຶ້ນມາ.

ຫຼັງຈາກນັ້ນ ໄດ້ນຳເອົາລົດ ແລະ ແຮງງານຈຳນວນໜຶ່ງ ຈາກ ບໍລິສັດ ພັນທະມິດ ກໍ່ສ້າງ ເພື່ອມາສົມທົບກັບແຮງງານທີ່ມີຢູ່ແລ້ວ. ຮອດວັນທີ 19 ມິຖຸນາ 2014 ຈຶ່ງສາມາດເອົາໄມ້ລຳດັ່ງກ່າວຂຶ້ນມາໄດ້ ໂດຍໃຊ້ເວລາປະມານ 6 ຊົ່ວໂມງ.

ຮອດວັນທີ 29 ມິຖຸນາ 2014 ເມື່ອເຫັນວ່າ ໄມ້ລຳດັ່ງກ່າວ ເປັນໄມ້ທີ່ໃຫຍ່ຍາວ ແລະ ຖືເປັນໄມ້ມຸງຄຸນ ເຮັດໃຫ້ອຳນາດການປົົກຄອງບ້ານ ສົມທົບກັບພວກຜູ້ກ່ຽວ ເພື່ອເອົາໄປເກັບໄວ້ ແລະ ສັກກະລະບູຊາຢູ່ ວັດບ້ານ ນາຍາວ ຈົນຮອດທຸກມື້ນີ້ ແລະ ກໍໄດ້ມີການປຸກສ້າງຫໍໃຫ້ໄມ້ລຳດັ່ງກ່າວຢ່າງຄັກແນ່ແລ້ວ.

ຂໍ້ມູນ ແລະ ພາບ: ສີທອງ ວົງພະຈັນ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...