ແຂວງ ອຸດົມໄຊ ຄາດວ່າຈະໄດ້ນຳໃຊ້ງົບປະມານຫຼາຍກ່ວາ 60 ຕື້ກີບ ເພື່ອຟື້ນຟູຜົນກະທົບຈາກພາຍຸມາອອນ

ເນື່ອງຈາກພາຍຸມາອອນ ເຮັດໃຫ້ເກີດຜົນກະທົບຢ່າງຫຼວງຫຼາຍ ຢູ່ເມືອງໄຊ, ເມືອງຫຼາ ແລະ ເມືອງ ນາໝໍ້ ແຂວງ ອຸດົມໄຊ ໂດຍສະເພາະ ເມືອງໄຊ ທີ່ເປັນເທດສະບານແຂວງ ທີ່ໄດ້ຮັບຄວາມເສຍຫາຍໜັກທີ່ສຸດ ສັ້ນທາງຫຼາຍເສັ້ນໄດ້ຮັບຄວາມເສຍຫາຍ ໃນນັ້ນ ມີທາງຫຼວງແຫ່ງຊາດ 2 ເສັ້ນທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງ ແລະ ຂົວ 44 ແຫ່ງກໍຂາດ ຈົນເຮັດມຫ້ສັນຈອນລໍາບາກ.

ປະຈຸບັນ, ໄດ້ຮັບການແກ້ໄຂຊຸກເສີນແລ້ວຈໍານວນໜຶ່ງ ທ່ານ ຄຳແສງ ອາລີ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ ອຸດົມໄຊ ໄດ້ໃຫ້ຮູ້ວ່າ ຫຼັງຈາກທີ່ນໍ້າແຫ້ງລົງ ກໍໄດ້ແກ້ໄຂທາງຫຼວງແຫ່ງຊາດ 2 ເສັ້ນແບບເລັ່ງດ່ວນ ເພື່ອໃຫ້ສັນຈອນໄປມາໄດ້.

ຕາມການຄາດຄະເນຂອງທາງຜູ້ຮັບຜິດຊອບ ກ່ຽວກັບຜົນເສຍຫາຍ ແລະ ງົບແະມານທີ່ຕ້ອງການເພື່ອທີ່ຈະຟື້ນຟູ ຢູ່ທີ່ 60 ກວ່າຕື້ ແຕ່ເຖິງວ່າຈະມີງົບປະມານທີ່ພຽງພໍ ກໍຍັງຕ້ອງໃຊ້ເວລາໃນການຟື້ນຟູເຖິງ 1-2 ປີ.

ຂໍ້ມູນຈາກ: Lao National Radio

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...