ຊົມ​ເຊີຍຍີ່ປຸ່ນ! ໃຫ້ທຶນຊ່ວຍເຫຼືອໂຄງການເບິ່ງແຍງດູແລສຸຂະພາບເດັກນ້ອຍລາວ

ພິທີເຊັນສັນຍາໃຫ້ການຊ່ວຍເຫຼືອລ້າ ໂຄງການເບິ່ງແຍງສຸຂະພາບເດັກນ້ອຍລາວຢູ່ແຂວງຫົວພັນ ເປັນຈໍານວນເງິນ 281.222 ໂດລາສະຫະລັດ (ປະມານ 2,40 ຕື້ກີບ) ຈັດຂຶ້ນຢູ່ສະຖານທູດຍີ່ປຸ່ນ ລະຫວ່າງ ທ່ານ ຄູໂນະ ຄາຊູຮີໂຣະ ອຸປະທູດຍີ່ປຸ່ນ ປະຈໍາລາວ ແລະ ທ່ານນາງ ຢູໂກະ ໂຢເນດະ ຜູ້ດໍາເນີນໂຄງການຂອງອົງການແພດຍີ່ປຸ່ນ (MdMJ) ໂດຍມີທ່ານ ພູໂຊນ ທໍາມະວິໄຊ ຮອງເຈົ້າແຂວງຫົວພັນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ. 

ໂຄງການສ້າງຄວາມເຂັ້ມແຂງໃຫ້ລະບົບການຮັກສາສຸຂະພາບເດັກນ້ອຍຢູແຂວງຫົວພັນ ໂດຍຜ່ານການສ້າງຄວາມສາມາດໃຫ້ພະນັກງານຢູ່ໂຮງໝໍເມືອງ ສຸກສາລາ ແລະ ຄະນະກໍາມະການຮັກສາສຸຂະພາບຂັ້ນບ້ານດັ່ງກ່າວ ຈະດໍາເນີນເປັນໄລຍະທີ 3 ມີເປົ້າໝາຍທີ່ຈະຫຼຸດຜ່ອນອັດຕາການເສຍຊີວິດຂອງເດັກນ້ອຍທີ່ມີອາຍຸຕໍ່າກວ່າ 5 ປີ ທີ່ເມືອງຊ່ອນ ແລະ ເມືອງຫົວເມືອງ ໃນການພັດທະນາລະບົບບໍລິການຮັກສາສຸຂະພາບເດັກນ້ອຍຢູ່ສຸກສາລາ ແລະ ການເສີມຂະຫຍາຍຄວາມເຂົ້າໃຈກ່ຽວກັບສຸຂະພາບຂອງເດັກນ້ອຍ ໃຫ້ກັບຄົນໃນກຸ່ມບ້ານໂດຍຜ່ານກິດຈະກໍາສົ່ງເສີມການຮັກສາສຸຂະພາບທີ່ຈັດຂຶ້ນ ໂດຍຄະນະກໍາມະການຮັກສາສຸຂະພາບຂັ້ນບ້ານ.

ນອກຈາກນີ້ ອົງການແພດໂລກຍີ່ປຸ່ນ ຍັງໄດ້ໃຫ້ການຊ່ວຍເຫຼືອກຸ່ມບ້ານທີ່ໄດ້ຮັບຜົນກະທົບຈາກອຸທົກກະໄພ ໃນປີ 2018 ຮ່ວມກັບການນໍາແຂວງຫົວພັນ ແລະ ຂັ້ນເມືອງອີກດ້ວຍ. ນັບຕັ້ງແຕ່ປີ 2012 ຫາ 2015 ອົງການແພດໂລກຍີ່ປຸ່ນ ຍັງເຄີຍໄດ້ຮ່ວມມືກັບອົງການແພດໂລກຝຣັ່ງ ດໍາເນີນໂຄງການສຸຂະພາບແມ່ ແລະ ເດັກ ຢູ່ແຂວງຈໍາປາສັກ ໂດຍເປັນຄັ້ງທໍາອິດທີ່ມີການບໍລິການທາງແພດ ໂດຍບໍ່ເສຍຄ່າໃຊ້ຈ່າຍໃຫ້ແກ່ແມ່ ແລະ ເດັກນ້ອຍທີ່ມີອາຍຸຕໍ່າກວ່າ 5 ປີ.

ທີ່​ມາ: ວຽງ​ຈັນ​ໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,