Monday, April 21, 2025

ປະ​ທານກວດ​ກາພັກ-ລັດ “ບຸນ​ທອງ ຈິດ​ມະ​ນີ” ​ລົງ​ຕິດ​ຕາມ​ໂຄງ​ການກໍ່​ສ້າງ​ທາງ​ລົດ​ໄຟ ລາວ-ຈີນ ຢ່າງ​ໃກ້​ຊິດ!

ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກຄະນະເລຂາທິການສູນກາງພັກຮອງນາຍົກລັດຖະມົນຕີປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານທັງເປັນຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນວິສາຫະ ກິດລົດໄຟແຫ່ງຊາດຈີນຊຶ່ງນໍາໂດຍ ທ່ານ ຊຸນ ຮວຍຊິນ ປະທານຄະນະກວດກາລັດວິສາຫະກິດລົດໄຟແຫ່ງຊາດຈີນ ພ້ອມດ້ວຍຄະນະໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ, ເພື່ອແລກປ່ຽນບົດຮຽນສອງຝ່າຍລະຫວ່າງຄະນະສະເພາະກິດກວດກາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ກັບຄະ ນະກວດກາລັດວິສາຫະກິດລົດໄຟແຫ່ງຊາດຈີນ, ໃນວັນທີ 26 ມັງກອນທີ່ຄະນະກວດກາສູນກາງພັກ.

ໃນໂອກາດນີ້ , ທ່ານ ບຸນທອງ ຈິດມະນີ ໄດ້ສະແດງຄວາມຕ້ອນຮັບພ້ອມທັງຕີລາຄາສູງຕໍ່ການມາຢ້ຽມຢາມ ແລະເຮັດວຽກຕິດຕາມ, ກວດກາໂຄງການກໍ່ ສ້າງທາງລົດໄຟ ລາວ-ຈີນ, ຊຶ່ງສະແດງເຖິງຄວາມເປັນຫ່ວງເປັນໄຍຂອງສອງພັກ-ສອງລັດທີ່ຍາມໃດກໍໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ໃນການຕິດຕາມ, ກວດກາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ເພື່ອໃຫ້ກາຍເປັນເສັ້ນທາງທີ່ປອດໃສ, ຂາວສະອາດ ແລະ ດໍາເນີນໄປດ້ວຍຄວາມສະດວກ, ປະຕິບັດຕາມແຜນ ການ ແລະ ສໍາເລັດຕາມເວລາທີ່ໄດ້ກໍານົດໄວ້. ຈາກນັ້ນ, ທ່ານ ຊຸນ ຮວຍຊິນ ຕາງໜ້າໃຫ້ກັບຄະນະສະແດງຄວາມຂອບໃຈຕໍ່ທ່ານ ບຸນທອງ ຈິດມະນີ ທີ່ໄດ້ໃຫ້ ການຕ້ອນຮັບຢ່າງອົບອຸ່ນ.

ໃນວັນດຽວກັນທີ່ຄະນະກວດກາສູນກາງພັກ, ກໍໄດ້ມີກອງປະຊຸມພົບປະສອງຝ່າຍ, ຝ່າຍລາວນໍາໂດຍ ທ່ານ ຄໍາສຸກ ບຸນຍະວົງ ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ຫົວໜ້າຄະນະສະເພາະກິດຕິດຕາມ,ກວດກາການປະຕິບັດສັນຍາໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ພ້ອມດ້ວຍຄະນະ, ຝ່າຍຈີນນຳໂດຍທ່ານ ຊຸນ ຮວຍຊິນ ປະທານຄະນະກວດກາລັດວິສາຫະກິດລົດ ໄຟແຫ່ງຊາດຈີນພ້ອມດ້ວຍຄະນະ, ຊຶ່ງທັງສອງຝ່າຍຕ່າງກໍໄດ້ລາຍງານສະພາບການຕິດຕາມ, ກວດກາການກໍ່ສ້າງທາງລົດໄຟໃນຄວາມຮັບຜິດຊອບຂອງຕົນ ໃຫ້ກັນຊາບໂດຍສະເພາະຝ່າຍລາວໄດ້ສົ່ງເສີມບໍລິສັດ ແລະ ແຮງງານພາຍໃນຂອງລາວໃຫ້ມີປະສົບການ ແລະ ນໍາໃຊ້ວັດຖຸອຸປະກອນພາຍໃນຂອງລາວໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້.

ມາຮອດປັດຈຸບັນ, ແຮງງານລາວປະກອບສ່ວນເຂົ້າໃນໂຄງການຈໍານວນ 4.299 ຄົນ, ບໍລິສັດຂອງລາວມີ 6 ບໍລິສັດ ທີ່ໄດ້ຜ່ານການຄັດເລືອກຈາກບໍລິ ສັດທາງລົດໄຟ ລາວ-ຈີນ ຊຶ່ງປັດຈຸບັນກໍາລັງດໍາເນີນການກໍ່ສ້າງຕາມຄວາມຮັບຜິດຊອບຂອງຕົນ, ດ້ານການປ້ອງກັນຄວາມສະຫງົບແມ່ນໄດ້ເອົາໃຈໃສ່ເປັນພິເສດເພື່ອຮັບປະກັນຄວາມປອດໄພໃຫ້ແກ່ການກໍ່ສ້າງ, ອຸປະກອນກໍ່ສ້າງບໍ່ໃຫ້ຕົກເຮ່ຍເສຍຫາຍ ແລະ ບັນຫາອື່ນໆ. ດັ່ງນັ້ນ, ໃນຕໍ່ໜ້າ ທັງສອງຝ່າຍຈະສືບຕໍ່ຮ່ວມມືກັນໃນການຕິດຕາມ, ກວດກາໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າເພື່ອເຮັດໃຫ້ການກໍ່ສ້າງມີຄວາມເປັນລະ ບຽບຮຽບຮ້ອຍ, ຮັບປະກັນດ້ານລະບອບ, ລະບຽບ, ເຮັດໃຫ້ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ເປັນໂຄງການປອດໃສ, ຂາວສະອາດອັນນໍາມາສູ່ຄວາມຜາສຸກໃຫ້ແກ່ທັງສອງປະເທດກໍຄືປະຊາຊົນສອງຊາດ ລາວ-ຈີນ ເພື່ອປະກອບສ່ວນເຂົ້າໃນການສ້າງເປັນຄູ່ຮ່ວມຊາຕາກໍາລາວ-ຈີນ ທີ່ມີຄວາມໝາຍຍຸດທະ ສາດໃນອະນາຄົດ.

ທີ່​ມາ: ນສພ ເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.