ຈ​ວາດໆ! ແຂວງບໍ່​ແກ້ວ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເພີ່ມ​ຂຶ້ນ ໄດ້ 60% ແລ້ວ!

ແຂວງບໍ່ແກ້ວ ກໍ່ເປັນແຂວງໜຶ່ງທີ່ເສດຖະກິດກໍາລັງສືບຕໍ່ຂະຫຍາຍຕົວຍ້ອນການຄົມມະນາຄົມຂົນສົ່ງມີຂົວມິດຕະພາບແຫ່ງທີ 4 ແລະ ການທ່ອງທ່ຽວໂດຍຜ່ານຫຼາຍເສັ້ນທາງໃນນັ້ນເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ກໍ່ເປັນຈຸດໜຶ່ງທີ່ໄດ້ດຶງດູດນັກທ່ອງທ່ຽວພາຍໃນ ແລະຕ່າງປະເທດເຂົ້າມາທ່ຽວຊົມນອກຈາກນັ້ນຍັງມີສະຖານທີ່ແຫຼ່ງທ່ອງທ່ຽວອື່ນໆບໍວ່າເປັນທາງດ້ານວັດທະນະທໍາ,ດ້ານທໍາມະຊາດ ແລະປະຫວັດສາດລວມທັງລະດັບຂັ້ນແຂວງ ແລະຂັ້ນເມືອງທັງໝົດມີ 77 ແຫ່ງໃນປີ 2018 ມີຈໍານວນນັກທ່ອງທ່ຽວເຂົ້າມາຢ້ຽມຢາມທ່ຽວຊົມເພີ່ມຂຶ້ນ 60% ເມື່ອທຽບໃສ່ປີກ່ອນ.

ທ່ານ ສຸຂະ ຫຼ່ຽນທອງຄຳ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງບໍ່ແກ້ວ ໃຫ້ສຳພາດວ່າ: ໃນປີ 2018 ຊຶ່ງເປັນປີທ່ອງທ່ຽວລາວແຂວງບໍ່ແກ້ວໄດ້ຈັດກິດຈະກໍາຕ່າງໆເພື່ອສົ່ງເສີມການທ່ອງທ່ຽວຫຼາຍໆດ້ານບໍ່ວ່າເປັນທາງດ້ານວັດທະນະທໍາ, ດ້ານທໍາມະຊາດ ແລະປະຫວັດ ສາດລະດັບຂັ້ນແຂວງ ແລະຂັ້ນເມືອງລວມທັງງານເທສະການດອກງິ້ວບານກໍ່ເປັນອີກຈຸດໜຶ່ງທີ່ສາມາດດຶງດູດນັກທ່ອງທ່ຽວເຂົ້າມາເພີ່ມຫຼາຍຂຶ້ນເຊັ່ນດຽວ ກັນປະຈຸບັນທົ່ວແຂວງມີສະຖານທີ່ທ່ອງທ່ຽວທັງໝົດມີ 77 ແຫ່ງ ແລະ ມີເສັ້ນທາງໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າເຖິງຫຼາຍເສັ້ນທາງ ເຊັ່ນ:

ເສັ້ນທາງແມ່ນ້ຳລ້ານຊ້າງແລ້ວເຊື່ອມຕໍ່ແມ່ນ້ຳຂອງ, ເສັ້ນທາງ R3 ທີ່ເຊື່ອມຕໍ່ຈີນ, ໄທແລ້ວມາຜ່ານດ່ານບໍ່ແຕນ ແຂວງຫຼວງນ້ຳທາແລ້ວເຂົ້າມາຫາແຂວງບໍ່ແກ້ວ ສຳລັບນັກທ່ອງທ່ຽວມາຈີນທີ່ຈະເດີນທາງສາຍການບິນທີ່ໄລຍະໃກ້ສຸດແມ່ນມາລົງສະໜາມບິນຊຽງໃໝ່, ຊຽງລາຍທີ່ປະເທດໄທແລ້ວເຊື່ອມຕໍ່ໄປສູ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາຈາກນັ້ນກໍເຂົ້າຫາແຂວງບໍ່ແກ້ວໂດຍໃນປີ 2018 ທົບແຂວງມີຈໍານວນນັກທ່ອງທ່ຽວເຂົ້າມາຢ້ຽມຢາມເພີ່ມຂຶ້ນ 60% ເມື່ອທຽບໃສ່ປີ 2017.

ສຳລັບປີ 2019 ແມ່ນປີທ່ອງທ່ຽວລາວ-ຈີນ ຊຶ່ງແຂວງຍັງໄດ້ວາງແຜນການຈະປັບປຸງພື້ນຖານໂຄງລ່າງການທ່ອງທ່ຽວຫຼາຍດ້ານໂດຍສະເພາະແມ່ນແຫຼ່ງທຳມະຊາດຂອງດອນຊາວທີ່ຕິດພັນກັບການທ່ອງທ່ຽວຄົບວົງຈອນຢູ່ຂົງເຂດເສດຖະກິດສາມຫຼ່ຽມຄຳ ແລະການປັບປຸງເສັ້ນທາງເຂົ້າເຖິງສະຖານທີ່ທ່ອງທ່ຽວທີ່ມີຢູ່, ໂຮງແຮມ, ຮ້ານອາຫານ ແລະການບໍລິການຂົນສົ່ງເພື່ອຊ່ວຍໃຫ້ນັກທ່ອງທ່ຽວເພີ່ມເຂົ້າມາຫຼາຍຂຶ້ນ.

ທີ່​ມາ: ນສພ ເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,