ລຸງ​ນາ​ຍົກ​ເນັ້ນ​ໜັກ! ຂະ​ແໜງ​ແຮ​ງ​ງານ ແລະ​ສະ​ຫວັດ​ດີ​ການ​ສັງ​ຄົມ ຕ້ອງ​ເຂັ້ມ​ແຂງ!

ໃນໂອກາດໂອ້ລົມກອງປະຊຸມແຮງງານ ແລະ ສະຫວັດດີການສັງຄົມທົ່ວປະເທດປະຈໍາປີ 2018 ໃນວັນທີ 30 ມັງກອນນີ້, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ເນັ້ນຫລາຍບັນຫາໃຫ້ຂະແໜງການດັ່ງກ່າວເອົາໃຈໃສ່ຄື: ໃຫ້ເພີ່ມທະວີຄວາມເອົາໃຈໃສ່ຄົ້ນຄວ້າສ້າງ, ປັບປຸງນິຕິກໍາ ແລະ ແຜນຍຸດທະສາດການພັດທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມໃຫ້ເປັນລະບົບຄົບຊຸດ ເພື່ອເປັນເຄື່ອງມືໃນການຄຸ້ມຄອງວຽກງານດັ່ງກ່າວດ້ວຍກົດໝາຍເຂັ້ມແຂງເທື່ອລະກ້າວ.

ສືບຕໍ່ພັດທະນາຖານຂໍ້ມູນຕະຫລາດແຮງງານໃຫ້ເປັນລະບົບ ເພື່ອສາມາດຕອບສະໜອງຂໍ້ມູນທີ່ຈໍາເປັນໃນໂຄງປະກອບກໍາລັງແຮງງານໃຫ້ສົມສ່ວນກັບຄວາມຕ້ອງການຂອງຂະແໜງການເສດຖະກິດ, ພ້ອມທັງດັດສົມການສະໜອງ ແລະ ຄວາມຕ້ອງການພັດທະນາສີມືແຮງງານ ແລະ ການຈັດຫາວຽກເຮັດງານທໍາໃຫ້ມີຄວາມຄ່ອງຕົວ.

ສືບຕໍ່ປັບປຸງໂຄງລ່າງພື້ນຖານ ແລະ ກົນໄກການພັດທະນາສີມືແຮງງານ ໂດຍການມີສ່ວນຮ່ວມລະຫວ່າງພາກລັດ, ເອກະຊົນ, ຫົວໜ່ວຍແຮງງານ ແລະ ໂຄງການລົງທຶນຕ່າງໆ ໃຫ້ມີຄວາມກົມກຽວ ແລະ ແຂງແຮງກວ່າເກົ່າ, ສ້າງລະບົບການພັດທະນາສີມືແຮງງານ ໂດຍສຸມໃສ່ຫລັກສູດການຝຶກສີມືແຮງງານ, ການສ້າງມາດຕະຖານສີມືແຮງງານຕາມສາຂາອາຊີບຕ່າງໆໃຫ້ຫລາຍຂຶ້ນ ແລະ ເໝາະສົມກັບແຮງງານແຕ່ລະກຸ່ມໃຫ້ພຽງພໍກັບຄວາມຕ້ອງການຂອງຂະແໜງການເສດຖະກິດ ກໍຄືຕະຫລາດແຮງງານ.

ສົ່ງເສີມການຈັດຫາວຽກເຮັດງານທໍາ, ໂດຍຂະຫຍາຍຕາໜ່າງການບໍລິການຈັດຫາງານໃຫ້ຫລາຍຂຶ້ນ ແລະ ສາມາດໃຫ້ບໍລິການຕາມຄວາມຕ້ອງການຂອງຕະຫລາດແຮງງານ. ໃນນັ້ນໃຫ້ສຸມໃສ່ການຫັນປ່ຽນການຈັດຫາວຽກເຮັດງານທໍານອກລະບົບໄປສູ່ໃນລະບົບ ເພື່ອກ້າວສູ່ການມີຽກເຮັດງານທໍາທີ່ມີຄຸ່ນຄ່າ ແລະ ເປັນທໍາໃຫ້ມີຄວາມຄ່ອງຕົວ, ແກ້ໄຂບັນຫາແຮງງານເຄື່ອນຍ້າຍຈາກຊົນນະບົດເຂົ້າສູ່ຕົວເມືອງ, ການເຄື່ອນຍ້າຍໄປເຮັດວຽກຢູ່ຕ່າງປະເທດ, ການຂາດແຄນແຮງງານໃນທ້ອງຖິ່ນ ຫລື ການສະໜອງແຮງງານໃຫ້ໂຄງການລົງທຶນຂະໜາດໃຫຍ່ຕ່າງໆ ແລະ ການຫລຸດຜ່ອນອັດຕາການວ່າງງານໃຫ້ຫລຸດລົງ.

ເອົາໃຈໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ອົງການສາມຝ່າຍ ເພື່ອປົກປ້ອງສິດຜົນປະໂຫຍດຂອງຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ກວດກາບັນດາຫົວໜ່ວຍແຮງງານ, ສັນຍາແຮງງານ, ຄ່າແຮງງານ, ຄວາມປອດໄພ ແລະ ສຸຂະພາບແຮງງານ ໃຫ້ມີຄວາມຄ່ອງຕົວ ແລະ ມີປະສິດທິຜົນກວ່າເກົ່າ.

ເອົາໃຈໃສ່ຂະຫຍາຍອັດຕາປົກຄຸມປະກັນສັງຄົມໃຫ້ຫລາຍຂຶ້ນ, ໂດຍຊຸກຍູ້ໃຫ້ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງ ງານ ປະຕິບັດຕາມລະບຽບກົດໝາຍປະກັນສັງຄົມ, ພ້ອມທັງຄຸ້ມຄອງກອງທຶນປະກັນສັງຄົມໃຫ້ມີບໍລິການອຸດໜູນຕ່າງໆວ່ອງໄວ, ໂປ່ງໃສ, ມີການສະສົມທຶນ ແລະ ມີຄວາມຍືນຍົງ, ສືບຕໍ່ປັບປຸງຂໍ້ມູນຂ່າວສານຜູ້ມີຜົນງານໃຫ້ເປັນລະບົບ, ມີຄວາມຊັດເຈນ, ຫລີກເວັ້ນເປົ້າໝາຍຊໍ້າຊ້ອນ ແລະ ບໍ່ຄົບເງື່ອນໄຂ ເພື່ອກ້າວໄປສູ່ການປິດການສະເໜີຂໍນະໂຍບາຍຂອງເປົ້າໝາຍໃໝ່, ຄົ້ນຄວ້າສ້າງຕັ້ງກອງທຶນສັງຄົມສົງເຄາະ ເພື່ອຮັບໃຊ້ໃຫ້ການຊ່ວຍເຫລືອຜູ້ປະສົບໄພພິບັດຕ່າງໆ, ຜູ້ດ້ວຍໂອກາດ ແລະ ຜູ້ທຸກຍາກໃຫ້ວ່ອງໄວກວ່າເກົ່າ, ເອົາໃຈໃສ່ປັບປຸງກົນໄກການບໍລິຫານຂອງຄະນະກໍາມະການຊີ້ນໍາວຽກງານເກັບກູ້ລະເບີດບໍ່ທັນແຕກ ຮ່ວມກັບຄູ່ຮ່ວມພັດທະນາໃຫ້ມີຄວາມແຂງແຮງກວ່າເກົ່າ, ເພີ່ມການລະດົມທຶນ ແລະ ນໍາໃຊ້ທຶນເຂົ້າໃນວຽກງານດັ່ງກ່າວຢ່າງມີປະສິດທິຜົນ, ເພີ່ມການຮັບບໍລິຈາກເລືອດ ແລະ ການແຈກຈ່າຍເລືອດຮັບໃຊ້ສັງຄົມໃຫ້ພຽງພໍກັບຄວາມຕ້ອງການ.

ທີ່​ມາ: ໜັງ​ສື​ພິມ ລາວ​ພັດ​ທະ​ນາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,