ຄວນລະວັງ! ຜົນເສຍຂອງກະທ່ອມ ມີຫຼາຍກວ່າທີ່ທ່ານຄິດ

ໃບສົດ ຫຼື ກະທ່ອມ ເປັນພືດເສບຕິດຊະນິດໜຶ່ງເຊິ່ງກຳລັງເປັນທີ່ນິຍົມໃນກຸ່ມໄວລຸ້ນ ການເສບສິ່ງເສບຕິດເເບບນິມີຢູ່ 2 ວິທີຄື : ການຫຍໍ້າໃບສົດ ເເລະ ການນຳໃບໄປຕົ້ມເພື່ອສະກັດເອົານໍ້າດື່ມເຂົ້າສູ່ຮ່າງກາຍ ສານເສບຕິດຫລັກໆທີ່ພົບໄດ້ຈາກກະທ້ອມເເມ່ນ ໄມທຣາໃຈນິນ (Mitragynine) ເປັນສານຈຳພວກອັກຄາລອຍທີ່ກົດປະສາດສ່ວນກາງ (CNS depressant) ເຊັ່ນດຽວກັບຢາເສບຕິດຈຳພວກ (Psilocybin LSD) ເເລະ ຈຳພວກຢາບ້າ (WY) ຜົນເສຍໄລຍະຍາວຄືກະທ້ອມ ເຮັດໃຫ້ຄົນທີ່ໃຊ້ໄປດົນນານເກີດອາການຕິດ ເບື່ອອາຫານ ບໍ່ຢາກດື່ມນໍ້າລ້າ ເຮັດໃຫ້ຕື່ນໂຕໄວ ເເຕ່ຖ້າຫາກຢຸດໃຊ້ກະທັນຫັນຈະເຮັດໃຫ້ ໃຈຮ້າຍ ຫງຸດງິດ ນອນບໍ່ຫລັບ ສະມາທິສັ້ນ ເເລະ ອື່ນໆ.

ສິ່ງທີ່ໜ້າເປັນຫວ່ງຄື ໄວລຸ້ນຈະມັກປະສົມຢາເເກ້ໄອຊະນິດເເຫຼວໃສ່ນໍ້າກະທ້ອມເພື່ອດື່ມເຂົ້າສູ່ຮ່າງກາຍ ຫລັກໆທີ່ພົບເຫັນໄດ້ເເກ່ : ດາທັສຊີນຊະນິດຝາເເດງ (Datissin) ເເລະ ເອ-ຊາລູໄຊຣັບ (A-chlordyl syrup) ເຊິ່ງຢາເເກ້ໄອພາຍໃນ 2 ຊະນິດນີ້ມີສານເສບຕິດທີ່ຊື່ວ່າ: ໂຄເດອິນ ທີ່ເຮັດໃຫ້ມຶນເມົາ ເເລະ ເສບຕິດໃນທີ່ສຸດ.

ຜູ້ເສບຈະມີຮ່າງກາຍ ຈ່ອຍ ເເລະ ເຫຼືອງ ອ່ອນເພຍ ສະໝອງເຊື່ອມ ໃຈຮ້າຍງ່າຍ ເມື່ອຂາດຢາໂຕນີ້ຫຼືມີການຢຸດໃຊ້ກະທັນຫັນ ຈະເຮັດໃຫ້ ຫງຸດຫງິດ ເຫື່ອອອກຫລາຍ ປວດຕົນໂຕ ເບື່ອອາຫານ ນອນບໍ່ຫລັບ ປວດທ້ອງ ຮາກ ຫຼື ບາງລາຍອາດມີອາການໝົດສະຕິ ເເລະ ເສີຍຊີວິດ.

ຜົນເສຍຂອງໃບກະທ່ອມທີ່ສົ່ງຜົນໄລຍະຍາວ ທີ່ສົ່ງຜົນຕໍ່ຈິດໃຈ ແລະ ລະບົບປະສາດ

ເນື່ອງຈາກສານເຄມີໃນໃບກະທ່ອມໃນປະລິມານ 15 ກຣາມ ຈະເຮັດໃຫ້ມີລິດໃນການຫຼຸດອາການປວດ ແລະ ເປັນຍາກ່ອມປະສາດ ເຊິ່ງຈະອອກລິດໄດ້ຫຼາຍຊົ່່ວໂມງແຕ່ຖ້າຫຼາຍເກີນໄປອາດເປັນອັນຕະລາຍ ແລະ ຖ້າຫາກຍັງໃຊ້ເປັນປະຈຳກໍຈະມີຜົນເສຍໄລຍະຍາວດັ່ງຕໍ່ໄປນີ້:

  • ຫົວໃຈເຕັ້ນໄວຜິດປົກກະຕິ
  • ຮູ້ສຶກກະວົນກະວາຍ ສັບສົນ
  • ເຊື່ອງຊຶມ ເຄື່ອນໄຫວຊ້າ
  • ມີຄວາມສຸກຜິດປົກກະຕິ
  • ນອນບໍ່ຫຼັບ ຫຼື ຮ່າງກາຍຕື່ນໂຕຕະຫຼອດເວລາ
  • ໄຕເກີດຄວາມເສຍຫາຍ ເຮັດໃຫ້ປັດສະວະມີສີເຂັ້ມຂຶ້ນ
  • ຜົິວໜັງເປັນສີເຫຼືອງ ເກີດຈາດເຮັດວຽກຂອງວຕັບຢ່າງໜັກໃນການກອງສານພິດອອກຈາກຮ່າງກາຍ

ໃບກະທ່ອມໄດ້ຖືກນຳມາໃຊ້ຢ່າງຜິດໆ ໂດຍສະເພາະການເອົາມາເຮັດເປັນເຄື່ອງດື່ມ ທີ່ກຳລັງລະບາດຢູ່ໃນກຸ່ມຂອງໄວລຸ່ນຢູ່ລາວຫຼາຍໆຄົນ ເຊິ່ງຫຼາຍຄົນກໍເອົາມາໃຊ້ດື່ມເພື່ອເປັນຢາແກ້ໄອ, ເປັນເຄຶື່ອງດື່ມແກ້ອາການຢາກນອນ ແລະ ອື່ນໆອີກຫຼາຍຫຼາຍ.

ແຕ່ໃນຂະນະດຽວກັນ ມີຜົນການວິໄຈທີ່ພົບຫຼັກຖານວ່າ ໃບກະທ່ອມມີຄວາມສ່ຽງ ແລະ ອັນຕະລາຍຕໍ່ສຸຂະພາບຫາກໃຊ້ໃນປະລິມານທີ່ສູງ ຫຼື ຫຼາຍກວ່າ 15 ກຣາມຂຶ້ນໄປ ເຊິ່ງປັດຈຸບັນເອງ ໃບກະທ່ອມທີ່ຢູ່ໃນລາວກໍຍັງເປັນສິ່ງເກືອດຫ້າມ ຫຼື ສິ່ງຜິດກົດໝາຍ ເຊິ່ງທາງກະຊວງສາທາລະນະສຸກກໍໄດ້ເຄີຍອອກມາເຕືອນເມື່ອບໍ່ດົນນີ້ກ່ຽວກັບ ການຫ້າມຈໍາໜ່າຍ ແລະ ຜະລິດປຸງແຕ່ງກະທ່ອມຢ່າເດັດຂາດ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...