ເຈົ້າໜ້າທີ່ ຢຶດເງິນສົດ! ຈໍານວນ 3,6 ລ້ານບາດທີ່ນຳເຂົ້າ ສປປ ລາວ ໂດຍບໍ່ໄດ້ຮັບອະນຸຍາດ.

ເຈົ້າໜ້າທີ່ພາສີ ປະຈໍາດ່ານພາສີສາກົນຂົວມິດຕະພາບ I ກວດພົບເຫັນພ້ອມຢຶດເງິນສົດ ຈໍານວນ 3,6 ລ້ານບາດ (ສະກຸນເງິນໄທ) ທີ່ນຳເຂົ້າມາ ສປປ ລາວ ໂດຍບໍ່ໄດ້ຮັບອະນຸຍາດ ຈາກຂະແໜງການກ່ຽວຂ້ອງ ແລະ ນໍາໄປດໍາເນີນຄະດີຕາມລະບຽບກົດໝາຍ.

ອີງຕາມການລາຍງານຂອງຫົວໜ້າດ່ານພາສີສາກົນຂົວມິດຕະພາບ I ໄດ້ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າໃນທ້າຍເດືອນສິງຫາ 2022 ຈະມີບຸກຄົນ 02 ຄົນ, ນໍາໃຊ້ພາຫະນະສ່ວນບຸກຄົນເປັນລົດເກັງຫຍີ່ຫໍ້ Mazda, ໝາຍເລກທະບຽນ ຮຍ 8558 ນໍາເງິນສົດ (ສະກຸນເງິນປະເທດໄທ) ເຂົ້າມາໃນ ສປປ ລາວ, ເມື່ອຊາບຂ່າວຄະນະດ່ານ ແລະ ເຈົ້າໜ້າທີ່ພາສີທີ່ປະຈໍາການຢູ່ຈຸດກວດກາພາຫະນະຂາເຂົ້າ ກໍໄດ້ຕິດຕາມເປົ້າໝາຍພາຫະນະດັ່ງກ່າວ, ຊຶ່ງພາຍຫຼັງຜູ້ກ່ຽວໄດ້ແຈ້ງເອກະສານນໍາຕໍາຫຼວດ ຕມ ປະຈໍາດ່ານແລ້ວ, ເຈົ້າໜ້າທີ່ພາສີໄດ້ສອບຖາມເຈົ້າຂອງພາຫະນະ ແລະ ໄດ້ຂໍອະນຸຍາດກວດກາຕາມລະບຽບການ.

ດັ່ງນັ້ນ, ເຈົ້າໜ້າທີ່ພາສີປະຈໍາດ່ານຈຶ່ງໄດ້ເຮັດບົດບັນທຶກໃຫ້ການ ສະບັບເລກທີ 648/ພສ.ຂມພ1 ແລະ ບົດບັນທຶກຢຶດສິນຄ້າ, ເຄື່ອງຂອງ ສະບັບເລກທີ 05/ພສ.ຂມພ1, ສ່ວນຂອງກາງເງິນສົດ ແລະ ພາຫະນະແມ່ນຝາກໄວ້ນໍາພະແນກສືບສວນສອບສວນ ແລະ ປາບປາມການລັກລອບໜີພາສີ (ພສປ) ເພື່ອຄວາມປອດໄພຂອງຊັບສິນ ແລະ ດຳເນີນການຕາມລະບຽບ, ສ່ວນຜູ້ທີ່ນໍາເງິນສົດເຂົ້າມາໃນສປປ ລາວ ໄດ້ເຮັດບົດບັນທຶກມອບໃຫ້ເຈົ້າໜ້າທີ່ຕໍາຫຼວດ ຕມ ປະຈໍາດ່ານດໍາເນີນການຕາມພາລະບົດບາດ ແລະ ປະຕິບັດຕາມລະບຽບກົດໝາຍ.

ຂໍ້ມູນຈາກ: ກະຊວງການເງິນ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...