ບຸນມະໂຫລານສົ່ງເສີມການອ່ານ ຄັ້ງທີ 3 ກຽມຈັດຂຶ້ນ 9-13 ພະຈິກ 2022 ນີ້

ບຸນມະໂຫລານສົ່ງເສີ່ມການອ່ານຄັ້ງທີ 3 Book festival 2022 ເຊິ່ງຈະໄດ້ຈັດຂື້ນໃນວັນທີ 9-13 ພະຈິກ ຢູ່ທີ່ ສູນການຄ້າ ວຽງຈັນເຊັນເຕີ, ນະຄອນຫຼວງ ວຽງຈັນ ໃນຫົວຂໍ້ “ຮູ້ຮັກພາສາລາວ”. ເປັນການສືບເນື່ອມາຈາກຜົນສຳເລັດ ຂອງການຈັດງານບຸນມະໂຫລານສົ່ງເສີມການອ່ານ ໃນປີ 2019.

ເນື່ອງຈາກມີການລະບາດຂອງພະຍາດ ໂຄວິດ-19 ໃນປີ 2021, ງານບຸນມະໂຫລານສົ່ງເສີ່ມການອ່ານ ຈຶ່ງໄດ້ຖືກເລື່ອນອອກໄປ ແລະ ໃນປີ 2022 ນີ້ ບຸນມະໂຫລານສົ່ງເສີມການອ່ານ ຈຶ່ງໄດ້ກັບມາອີກຄັ້ງ ພາຍໃຕ້ຫົວຂໍ້ກິດຈະກຳ “ຮູ້ຮັກພາສາລາວ”. ໃນງານຄັ້ງນີ້ແມ່ນຈະມີກິດຈະກຳຫລາຍກວ່າ 10 ລາຍ ການ ເພື່ອແນໃສ່ການສ້າງຄົນຮຸ່ນໃໝ່ ໃຫ້ໄດ້ຮັບການພັດທະນາຮອບດ້ານ ແລະ ສົມສ່ວນທາງດ້ານຮ່າງກາຍ, ຈິດໃຈ ແລະ ສະຕິປັນຍາ (ຄວາມຮູ້ຄວາມສາມາດ).

ການຈັດງານໃນຄັ້ງນີ້ ເປັນການສານຕໍ່ງານບຸນມະໂຫລານສົ່ງເສີມການອ່ານ ໃຫ້ມີຂຶ້ນຢ່າງຕໍ່ເນື່ອງທຸກໆປີ ເພື່ອເປັນການສົ່ງເສີມໃຫ້ຄົນລາວ ເລັງເຫັນເຖິງຄວາມສຳຄັນຂອງການອ່ານ ແລະ ສົ່ງເສີມໃຫ້ອ່ານໜັງສືຢ່າງຕໍ່ເນື່ອງ ແລະ ເປັນການສົ່ງເສີມ ໃຫ້ເຍົາວະຊົນ-ຊາວໜຸ່ມ ມີຄວາມມັກຮັກໃນການອ່ານ.

ທີ່ມາ: ປະເທດລາວ Pathedlao

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...