Thursday, April 30, 2026
Kbank Laos โอน รับ จ่าย
-->

ລະວັງ! ໂຣກທີ່ມາພ້ອມລະດູໜາວ

ປາຍຝົນຕົ້ນໜາວ ເປັນອີກໄລຍະໜຶ່ງທີ່ນຳພາໂຣກໄພໄຂ້ເຈັບມາສູ່ຄົນເຮົາ ເມື່ອເລີ່ມມີອາກາດໜາວເຂົ້າມາ ກໍເຮັດໃຫ້ຮ່າງກາຍຂອງເຮົາປັບຕົວບໍ່ທັນ ແລະ ສົ່ງຜົນໃຫ້ບໍ່ສະບາຍໄດ້ງ່າຍ ເຊິ່ງໂຣກທີ່ມາພ້ອມກັບລະດູໜາວ ຈະມີໂຣກໃດນັ້ນ ໄປເບິ່ງກັນເລີຍ:  

  • ໄຂ້ຫວັດ: ຖືເປັນໂຣກພື້ນຖານ ທີ່ເປັນໄດ້ທຸກລະດູການ ແຕ່ລະດູໜາວອາດຈະເປັນໄດ້ງ່າຍກວ່າປົກກະຕິເຖິງ 2 ເທົ່າ ເຊິ່ງໄຂ້ຫວັດເກີດຈາກເຊື້ອໄວຣັສ ທີ່ເຮັດໃຫ້ເກີດໂຣກ ໃນລະບົບຫາຍໃຈ ເຊິ່ງອາການຂອງຜູ້ປ່ວຍມັກຈະມີອາການຄັນດັງ, ມີນ້ຳມູກໄຫຼອອກມາ, ໄອ, ຈາມ, ເຈັບຄໍ ຈາກນັ້ນຈະເລີ່ມມີໄຂ້ , ໜາວສັ່ນ, ເຈັບຫົວ ແລະ ປວດຕາມຕົນໂຕ.

ວິທີປິ່ນປົວ: ເປັນໄຂ້ຫວັດຄວນພັກຜ່ອນໃຫ້ພຽງພໍ, ດື່ມນ້ຳຫຼາຍໆ, ເຊັດຕົວທຸກຊົ່ວໂມງ, ກິນຢາຫຼຸດໄຂ້, ຢາດີໄອ, ຢາຫຼຸດນ້ຳມູກໄຫຼ ແຕ່ຖ້າມີໄຂ້ຂຶ້ນສູງ ຕິດຕໍ່ກັນດົນ ຄວນໄປພົບແພດດ່ວນ ເພື່ອຕິດຕາມອາການໃຫ້ລະອຽດ.

  • ໄຂ້ຫວັດໃຫຍ່: ມີອາການຄ້າຍຄື ໄຂ້ຫວັດທຳມະດາ ແຕ່ຮຸນແຮງກວ່າ ຫາກປ່ອຍໄວ້ຈົນມີອາການແຊກຊ້ອນ ອາດເຮັດໃຫ້ເສຍຊີວິດໄດ້, ໄຂ້ຫວັດໃຫຍ່ ເກີດຈາກການຕິດເຊື້ອໄວຣັສ “ອິນຟລູເອນຊາ” (Influenza virus) ທາງລະບົບຫາຍໃຈ ຢ່າງໄວວາ ເຮັດໃຫ້ມີອາການໜາວສັ່ນ, ໄຂ້ຂຶ້ນສູງ, ເຈັບຄໍ, ປວດເມື່ອຍກ້າມຊີ້ນ ແລະ ເຈັບຫົວຢ່າງຮຸນແຮງ ແລະ ອາດເຮັດໃຫ້ມີອາການປຸ້ນທ້ອງປວດຮາກ.

ວິທີປິ່ນປົວ: ການປິ່ນປົວຄ້າຍຄືກັບ ໂຣກໄຂ້ຫວັດທຳມະດາ ຄວນດື່ມນ້ຳໃຫ້ຫຼາຍໆ ເພື່ອຫຼຸດອຸນຫະພູມຂອງຮ່າງກາຍ, ເຊັດໂຕທຸກຊົ່ວໂມງ, ກິນຢາຕາມອາການ ແລະ ມີຢາຕ້ານໄວຣັສໄຂ້ຫວັດໃຫຍ່ ແຕ່ບໍ່ຈຳເປັນສຳລັບທຸກຄົນ, ຖ້າກິນຢາຫຼຸດໄຂ້ແລ້ວອາການບໍ່ດີຂຶ້ນ ແນະນຳໃຫ້ໄປພົບໝໍທັນທີ.

  • ໂຣກປອດບວມ: ຄືພາວະປອດອັກເສບ ຈາກເຊື້ອແບັກທີເຣຍ ຫຼື ເຊື້ອໄວຣັສ ຈົນເຮັດໃຫ້ມີໜອງ ແລະ ມີສານປົນເປື້ອນພາຍໃນຖົງລົມ, ຜູ້ປ່ວຍມັກມີອາການ ຄື: ໄອ, ຈາມ, ມີຂີ້ກະເທີ, ແໜ້ນໜ້າເອິກ ຈົນຫາຍໃຈບໍ່ອອກ, ຄັນດັງ, ໜາວສັ່ນ, ມີໄຂ້ສູງຕິດຕໍ່ກັນຫຼາຍກວ່າ 2 ມື້, ປອດບວມ ມັກພົບຫຼັງຈາກການເປັນໄຂ້ຫວັດຊຳເຮື້ອ ແລະ ຜູ້ປ່ວຍໂຣກຫອບຫືດ, ປອດບວມ ມັກພົບໃນກຸ້ມຜູ້ສູງອາຍຸ ແລະ ເດັກນ້ອຍອາຍຸລະຫວ່າງ 5-10 ປີ.

ວິທີປິ່ນປົວ: ຫາກມີອາການຄ້າຍຄືເປັນປອດບວມ ຄວນໄປພົບໝໍໃຫ້ໄວທີ່ສຸດ ແລະ ຫາກໝໍວິນິດໄສວ່າ ມີອາການປອດບວມແລ້ວ ຈະໃຫ້ກິນຢາຕ້ານເຊື້ອ ຄວບຄູ່ກັບຢາຫຼຸດໄຂ້, ຢາລະລາຍຂີ້ກະເທີ່ ແລະ ຢາຂະຫຍາຍຫຼອດລົມ ພ້ອມແນະນຳໃຫ້ຜູ້ປ່ວຍດື່ມນ້ຳຫຼາຍໆ ເພາະນ້ຳຈະຊ່ວຍລະລາຍຂີ້ກະເທີ່ໄດ້.

  • ໂຣກຫັດ: ເປັນໂຣກທີ່ເກີດຈາກເຊື້ອໄວຣັສ ເປັນໂຣກທີ່ເກີດຂຶ້ນຫຼາຍກັບເດັກນ້ອຍ ອາການຂອງໂຣກນີ້ ຈະຄ້າຍກັບໄຂ້ຫວັດ ຄື: ມີໄຂ້, ມີນ້ຳມູກ, ໄອແຫ້ງຕະຫຼອດເວລາ, ຕາ ແລະ ດັງແດງ ໂດຍມັກມີໄຂ້ສູງປະມານ 3-4 ມື້ຕິດຕໍ່ກັນ, ຈາກນັ້ນ ຈຶ່ງຂຶ້ນຜື່ນແດງ ຕາມຮ່າງກາຍ ໂດຍຜື່ນຈະຄ່ອຍໆ ໃຫຍ່ຂຶ້ນ ແລະ ມີສີເຂັ້ມຂຶ້ນ, ອາການທີ່ສັງເກດໄດ້ວ່າຈະເປັນໂຣກຫັດ ຄື: ຜູ້ປ່ວຍມັກມີຕຸ່ມໃສໆ ຂຶ້ນໃນປາກ, ຜົ້ງແກ້ມ, ກາມແຂ້ວ ເຊິ່ງເປັນຕຸ່ມທີ່ເກີດສະເພາະໃນໂຣກຫັດເທົ່ານັ້ນ, ຫຼັງຈາກຜື່ນອອກປະມານ 2-3 ມື້ ອາການກໍຈະດີຂຶ້ນເລື້ອຍໆ ແລະ ຫາຍໃຈໄດ້ເອງ, ແຕ່ສິ່ງທີ່ຕ້ອງລະວັງຄື ໂຣກແຊກຊ້ອນ ເຊັ່ນ: ປອດບວມ, ຖອກທ້ອງ, ສະໝອງອັກເສບ ເປັນຕົ້ນ, ໂຮກຫັດ ຈະຕິດຕໍ່ທາງລົມຫາຍໃຈ, ໄອ, ຈາມ ກຸ່ມສ່ຽງທີ່ຈະຕິດໂຣກນີ້ຄື ເດັກອາຍຸລະຫວ່າງ 5-9 ປີ.

ວິທີປິ່ນປົວ : ໂຣກຫັດ ບໍ່ແມ່ນໂຣກທີ່ຮ້າຍແຮງ ແຕ່ຍັງບໍ່ມີຢາທີ່ຮັກສາໂດຍກົງ ຈຶ່ງຕ້ອງຮັກສາຕາມອາການເຊັ່ນ: ກິນຢາລົດໄຂ້, ດື່ມນ້ຳຫຼາຍໆ ແລະຜັກຜ່ອນໃຫ້ພຽງພໍ, ອາການຕ່າງໆຈະບັນເທົາລົງເອງ ແຕ່ຫາກມີພາວະແຊກຊ້ອນອື່ນໆເຊັ່ນ: ຫາຍໃຈສັ່ນ, ເຈັບທີ່ໜ້າເອິກຄະນະຫາຍໃຈ, ຊັກ ຄວນຮີບໄປຫາໝໍໂດຍດ່ວນ.

  • ໂຣກຖອກທ້ອງ: ເປັນໂຣກທີ່ມາພ້ອມກັບລະດູໜາວ ສ່ວນໃຫຍ່ມີສາເຫດມາຈາກ ການຕິດເຊື້ອ “ໄວຣັສໂຣຕ້າ” (Rotavirus) ມັກພົບໃນເດັກນ້ອຍອາຍຸຕ່ຳກວ່າ 5 ປີ, ໂດຍກຸ່ມທີ່ພົບຫຼາຍທີ່ສຸດຄື ເດັກນ້ອຍອາຍຸ 6-12 ເດືອນ ເພາະເດັກນ້ອຍໄວນີ້ ມີພູມຕ້ານທານຕ່ຳ ແລະ ມັກມີພືດຕິກຳ ຈັບສິ່ງຂອງເຂົ້າປາກ ເຊິ່ງຈະເພີ່ມໂອກາດໃຫ້ເຊື້ອເຂົ້າສູ່ຮ່າງກາຍໄດ້ງ່າຍຂຶ້ນ, ອາການຄື: ມີໄຂ້, ຖ່າຍແຫຼວ ແລະ ຮາກຢ່າງໜັກ ຈົນອາດເຮັດໃຫ້ເກີດພາວະຂາດນ້ຳຮຸ້ນແຮງ ເຖິງຂັ້ນຊ໊ອກ ຫຼື ເສຍຊີວິດ, ດັ່ງນັ້ນ ຫາກຜູ້ປ່ວຍມີອາການຕາມທີ່ກ່າວມາ ຄວນພົບໝໍໃຫ້ໄວທີ່ສຸດ ເພາະຫາກປ່ອຍຖີ້ມໄວ້ ອາດເປັນອັນຕະລາຍເຖິງຊີວິດໄດ້.

ວິທີປິ່ນປົວ: ບັດຈຸບັນ ບໍ່ມີຢາປິ່ນປົວໂຣກນີ້ໂດຍກົງ ຈຶ່ງເຮັດໄດ້ແຕ່ປະຄັບປະຄອງ ອາການຂອງຜູ້ປ່ວຍໃຫ້ດີຂຶ້ນ ໂດຍໃຫ້ຜູ້ປ່ວຍ ໄດ້ຮັບສານລະລາຍເກືອແຮ່ຕະຫຼອດ ເພື່ອປ້ອງກັນການຂາດນ້ຳ ແຕ່ຫາກຜູ້ປ່ວຍດື່ມນ້ຳບໍ່ໄດ້ ຈຳເປັນຕ້ອງໄດ້ໃຫ້ນ້ຳເກືອທາງເສັ້ນເລືອດແທນ, ຄວນກິນອາຫານທີ່ອ່ອນໆ ແລະ ອາການ ຈະຄ່ອຍໆດີຂຶ້ນ.

  • ໂຣກໄຂ້ອີ່ສຸກອີ່ໃສ: ມັກລະບາດໃນຊ່ວງປາຍລະດູໜາວຄືເດືອນ ທັນວາ ຫາ ເດືອນ ມີນາ ເປັນໂຣກທີ່ເກີດຈາກເຊື້ອໄວຮັສ “ວາຣິເຊລລາ” (Varicella virus) ຫຼື ໄວຣັສ (Human herpesvirus type 3) ຕິດຕໍ່ໄດ້ໂດຍການສຳພັດ ຕຸ່ມນ້ຳໃສໂດຍກົງ ຫຼື ການສຳພັດສິ່ງຂອງຂອງຜູ້ປ່ວຍເຊັ່ນ: ແກ້ວນ້ຳ, ຜ້າເຊັດໜ້າ, ເຊັດຕົວ, ຜ້າຫົ່ມ, ບ່ອນນອນ ຫຼື ສູບຫາຍໃຈເອົາລະອອງຂອງຕຸ່ມນ້ຳເຂົ້າໄປ ພົບຫຼາຍໃນເດັກນ້ອຍອາຍຸຕ່ຳກວ່າ 15 ປີ ອາການເບື້ອງຕົນຈະຄ້າຍໄຂ້ຫວັດໃຫຍ່ຄື: ຜູ້ປ່ວຍຈະມີໄຂ້ຕ່ຳ, ເບື່ອອາຫານ, ປວດເມື່ອຍຕາມຮ່າງກາຍ ແຕ່ຈະມີຜື່ນແດງ ຫຼື ຕຸ່ມນ້ຳໃສຂຶ້ນຕາມຮ່າງກາຍ ຫຼື ອາການຄັນ ຕໍ່ມາຈະກາຍເປັນໜອງ ຫຼັງຈາກນັ້ນຈະແຫ້ງ ແລະ ຕົກເກັດພາຍໃນ 5-10 ມື້ ແລະ ອາການໄຂ້ກໍຈະຄ່ອຍໆດີຂຶ້ນ.

ວິທີປິ່ນປົວ: ໄຂ້ອີ່ສຸກອີ່ໃສຕ້ອງປິ່ນປົວຕາມອາການ ຫາກມີໄຂ້ໃຫ້ກິນຢາຫຼຸດໄຂ້, ງົດການໃຊ້ສິ່ງຂອງຮ່ວມກັບຜູ້ອື່ນ ແລະ ຢຸດພັກຈົນກວ່າຈະປິ່ນປົວດີ, ຫ້າມແກະ ຫຼື ເກົາ ບໍລິເວນຕຸ່ມ ເພາະຈະເຮັດໃຫ້ອັກເສບ ແລະເປັນແຜເປັນໄດ້ ສ່ວນຫຼາຍຜູ້ປ່ວຍໂຣກນີ້ ບໍ່ຕ້ອງພົບໝໍກໍໄດ້ເພາະອາການບໍ່ຮຸນແຮງ, ບໍ່ມີໂຣກແຊັກຊ້ອນ ແລະອາການຈະບັນເທົາລົງເອງ.

More from author

Related posts

Latest posts

ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ຊີພີ ອໍລ໌ ລາວ ຈັດກິດຈະກໍາຍົກລະດັບ  ຄຸນນະພາບສິນຄ້າ ແລະ ພັດທະນາຜູ້ປະກອບການທ້ອງຖິ່ນ

ພິທີເປີດກອງປະ​ຊຸມເຜີຍ​ແຜ່​ການຍົກລະດັບຄຸນນະພາບສິນຄ້າຂອງ ສປປ ລາວ ເພື່ອພັດທະນາຜູ້ປະກອບການ ແລະ ຄູ່ຮ່ວມທຸລະກິດ ໃນການເຂົ້າເຖິງຕະຫຼາດຈຳໜ່າຍສິນຄ້າຂອງຮ້ານ 7-ELEVEN Laos ຄັ້ງທີ 1 ປີ 2026 ເຊີ່ງມີຜູ້ປະກອບການ ແລະ ຄູ່ຄ້າໃຫ້ຄວາມສົນໃຈເຂົ້າຮ່ວມເປັນຈໍານວນຫຼາຍ

“ພຣະສ່ຽງທວາຍ” ທີ່ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ

ພຣະສ່ຽງທວາຍ ທີ່ປະດິດສະຖານຢູ່ທີ່ ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ ເປັນພຣະເກົ່າແກ່ອີກອົງຫນຶ່ງ ທີ່ຜູ້ຄົນທັງຫລາຍໄດ້ສຳຜັດ ແລະຍົກຍໍຂຶ້ນເປັນປະຈຳ ພຣະອົງນີ້ເປັນເນື້ອທອງສຳຣິດ ສີອອກທອງນາກ ເປັນພຣະປັດເຈກພຣະພຸດທະເຈົ້າ ປະດິດສະຖານຢູ່ຫໍພຣະໄສຍາດຂອງວັດຊຽງທອງ ເມື່ອກ່ອນແມ່ນເອົາໄວ້ຫໍແຫ່ງນີ້ເປັນປະຈຳ ເມື່ອຫລາຍປີຜ່ານມາທາງວັດແມ່ນໄດ້ຂຶ້ນເກັບຮັກສາໄວ້ ແຕ່ຈະອາຣາດທະນາລົງມາໃຫ້ພຸດທະບໍຣິສັດທັງຫລາຍໄດ້ຍົກຍໍ ສ່ຽງທວາຍ ໃນຍາມທີ່ມີພິທີອາຣາດທະນາພຣະເຈົ້າໝ່ານລົງຫົດສົງພ້ອມ

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.