ວິທີປ່ຽນພາບ ຂາວດໍາໃຫ້ເປັນສີ ງ່າຍໆແບບບໍ່ຕ້ອງໃຊ້ Photoshop

ຍຸກສະໄໝນີ້ ການແຕ່ງຮູບພາບບໍ່ແມ່ນເລື່ອງຍາກອີກຕໍ່ໄປ ໃຜໆກໍສາມາດແຕ່ງຮູບໄດ້ງ່າຍໆ ບໍ່ຄືກັບແຕ່ກ່ອນທີ່ຍັງບໍ່ມີເທັກໂນໂລຍີ ການທີ່ເຮົາຈະເຮັດໃຫ້ຮູບຂາວດໍາຮູບໜຶ່ງ ເປັນຮູບສີ ຕ້ອງໄດ້ໃຊ້ໂປແກຣມທີ່ມີລາຄາສູງ ເຊິ່ງໃນປັດຈຸບັນສາມາດປ່ຽນໄດ້ງ່າຍໆທີ່ Palette.fm

Emil Wallner ນັກວິໄຈປັນຍາປະດິດ ໄດ້ສ້າງເວັບໄຊ Palette.fm ເຊິ່ງມີລະບົບປັນຍາປະດິດທີ່ເຂົາພັດທະນາຂຶ້ນມາ ສາມາດປ່ຽນພາບຂາວດຳທີ່ອັບໂຫຼດລົງໄປໃຫ້ປ່ຽນເປັນພາບສີໄດ້ງ່າຍໆ. ນອກຈາກນີ້, ຜູ້ໃຊ້ງານຍັງສາມາດແກ້ໄຂຂໍ້ຄວາມບັນຍາຍພາບ ເພື່ອປັບແຕ່ງສີໃຫ້ໄດ້ຕົງກັບທີ່ເຮົາຕ້ອງການຫຼາຍຂຶ້ນ.

Palette.fm ຈະຮຽນຮູ້ວັດຖຸໃນພາບທີ່ໄດ້ຮັບ ແລະ ເດົາວ່າວັດຖຸນັ້ນມີສີຫຍັງຕາຮມທຳມະຊາດ ໂດຍອາໄສຂໍ້ມູນຈາກທີ່ໄດ້ຮັບການເທນມາ, Wallner ໄດ້ອະທິບາຍວ່າ ເຂົ້າສ້າງໂມເດວປັນຍາປະດິດຂຶ້ນມາ 2 ໂມເດວ ຄື: ໂມເດວທຳອິດຈະເອົາໄວ້ເບິ່ງຮູບພາບ ແລະ ສ້າງຂໍ້ຄວາມບັນຍາຍພາບຂຶ້ິນມາ, ສ່ວນອັນທີ 2 ແມ່ນ ຈະໃຊ້ຂໍ້ຄວາມທີ່ຖືກສ້າງຂຶ້ນມາປະກອບກັບພາບຂາວດຳທີ່ຖືກປ້ອນຂໍ້ມູນໃຫ້ມາປະມວນຜົນຮວມກັນ ເພື່ອປ່ຽນພາບດັ່ງກ່າວໃຫ້ເປັນພາບສີ.

ຈາກການທົດລອງໃຊ້ງານແປງຮູບພາບໃນຄວາມລະອຽດສູງສູດຢູ່ທີ່ 1920*1440 ພິກເຊວ, ສາມາດປ່ຽນພາບໃຫ້ມີສີທີ່ເກືອບສົມຈິງໄດ້ແທ້ ເພາະຍັງມີບາງສິ່ງເລັກໆນ້ອຍໆ ທີ່່ມີສີຜິດພ້ຽນໄປ ແລະ ຍັງມີຟິວເຕີແບບຕ່າງໆໃຫ້ເລືອກເພື່ອປ່ຽນບັນຍາກາດຂອງພາບ ອີກດ້ວຍ.

ສຳລັບວິທີການໃຊ້ງານແມ່ນ ງ່າຍໆພຽງແຕ່ເຮົາອັບໂຫຼດຮູບພາບ ແລ້ວໃຫ້ມັນປະມວນຜົນກໍເປັນອັນສຳເລັດ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...