ລັດຖະບານ ຈະສ້ອມແປງອາຄານ “ຫໍຄໍາ” ໃນຮອບ 48 ປີ.

ຫໍຄຳ ອາຄານທີ່ມີປະຫວັດສາດມາຍາວນາມ ເລີ່ມມີການເຊື່ອມໂຊມລົງຕາມການເວລາ ແລະ ລັດຖະບານຈະປັບປຸງສ້ອມແປງໃໝ່.

“ຫໍຄໍາ” ທີ່ເຮົາເຫັນຢູ່ທຸກມື້ນີ້ຕາມພົງສາວະດານລາວ ແມ່ນຈຸດຕັ້ງຂອງພະລາດຊະວັງລ້ານຊ້າງວຽງຈັນ ເຊິ່ງສ້າງຂຶ້ນປີໃດກັນແທ້ນັ້ນຍັງບໍ່ມີຂໍ້ມູນທີ່ແນ່ນອນ ແຕ່ສັນນິຖານໄດ້ວ່າ ເປັນສະໄຫມພະເຈົ້າໄຊເຊດຖາ ທິລາດ, ພະລາດຊະວັງ ດັ່ງກ່າວສ້າງຂຶ້ນດ້ວຍສິລະປະທີ່ປານິດຈົບງາມ ປະດັບເອ້ດ້ວຍຍອດຄໍາແທ້ໆທີ່ມີຄ່າສູງຢ່າງມະຫາສານ ແຕ່ມໍລະດົກດັ່ງກ່າວ ຖືກສັກດີນາສະຫຍາມ ຈູດເຜົາທໍາລາຍໄປພ້ອມໆ ກັບເມືອງວຽງຈັນໃນປີ ຄ.ສ 1828.

ໃນປີ ຄ.ສ 1975 ສະຖານທີ່ແຫ່ງນີ້ໄດ້ຖືກໃຊ້ເປັນ ສໍານັກງານປະທານປະເທດ ແລະ ຕໍ່ມາໃນປີ 1993 ໄດ້ມີການດັດແປງດ້ານຫນ້າຂອງອາຄານ ເພື່ອໃສ່ຕົວຫນັງສືລາວ ວ່າ “ຫໍຄໍາ“ ແລະ ໃນປີ 2012 ເພື່ອຫວນຄືນເຖິງຄວາມສີວິໄລ ຂອງນະຄອນຫລວງວຽງຈັນ ຈຶ່ງມີການປັບປຸງຫລັງຄາໃຫ້ມີຈອມແຫລມ 5 ຈອມ, ມີຈອມໃຫຍ່ຢູ່ກາງ ທີ່ເປັນຍອດຈອມຄໍາແທ້ໆ 999.9 ນໍ້າຫນັກປະມານ 5 ກິໂລກຣາມ. ແລະ ຍອດຈອມ ນ້ອຍ 4 ຍອດ ປະກອບດ້ວຍທອງສໍາລິດ.

ທ່ານ ເພັດສະໝອນ ພັນທະວົງ ຮອງຫົວໜ້າ ຫ້ອງວ່າການສໍານັກງານປະທານປະເທດ ໄດ້ຖະແຫລງຂ່າວວ່າ: ອີງຕາມການຕົກລົງຂອງຂັ້ນເທິງ ແລະ ອີງຕາມສະພາບການນໍາໃຊ້ອາຄານຫໍຄຳ ໄດ້ສ້າງມາຫລາຍກວ່າ 48 ປີ ມາຮອດປັດຈຸບັນ ສະພາບຂອງອາຄານມີຄວາມຊຸດໂຊມຫລາຍເຊັ່ນ: ມີການຮົ່ວຊຶມ, ແຕກແຫງ ແລະ ເປ່ເພ.

ຈຶ່ງມີຄວາມຈໍາເປັນໃນການສ້ອມແປງ ເພື່ອຮັບປະກັນຄວາມປອດໄພ ແລະ ຄວາມແຂງແຮງແໜ້ນໜາຂອງໂຄງສ້າ ທັງເປັນການຮັກສາມໍລະດົກອັນສຳຄັນແຫ່ງມູນເຊື້ອປະຫວັດສາດຂອງຊາດລາວເຮົາ ເພາະປັນສະຖານທີ່ເຮັດວຽກ ແລະ ຕ້ອນຮັບແຂກຂອງປະມຸກລັດ ເຊິ່ງເປັນຜູ້ຕາງໜ້າຂອງປະຊາຊົນລາວບັນດາເຜົ່າທີ່ຢູ່ທັງພາຍໃນ ແລະ ຕ່າງປະເທດ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...