​ຕ້ອງ​ໄປ​ທ່ຽວ​ໃຫ້​ໄດ້! ​ຕຳ​ນານ​ຮັກຂ້າງ​ດຽວຖ້ຳຂຸນລາງ ນາງອົ້ວ ແຫ່ງ​ເມືອງ​ກາ​ສີ ແຂວງວຽງ​ຈັນ

ໂດຍ: ຄຳພຸດ ເທບພະນົມ

ຖໍ້າຂຸນລາງຕັ້ງຢູ່ບໍລິເວນເຂດບ້ານຫ້ວຍສ້ານຫ່າງຈາກເມືອງກາສີ ແຂວງ ວຽງຈັນ ໄປທາງທິດຕາເວັນຕົກສຽງເໜືອ ປະມານ 18 ກິໂລແມັດ ຫຼືຈາກນະຄອນຫຼວງວຽງຈັນໄປ ປະມານ 228 ກິໂລແມັດ, ເປັນບໍລິເວນ ທີ່ເຕັມໄປດ້ວຍພູຜາປ່າດົງ  ແລະ ມີນໍ້າຕົກຕາດໄຫຼຕະຫຼອດປີ.

- 45897 - ຖ້ຳຂຸນລາງ ຕຳນານຮັກຂ້າງດຽວທີ່ມີຕໍ່ນາງອົ້ວ

ທ່ານຮອງຫົວໜ້າຫ້ອງການຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ເມືອງ ກາສີ ໃຫ້ຮູ້ວ່າ: ຖໍ້າດັ່ງກ່າວນີ້ຖືກຄົ້ນພົບໃນປີ  1987  ແລະ ໄດ້ເລີ່ມພັດທະນາໃຫ້ ເປັນແຫຼ່ງທ່ອງທ່ຽວທາງທຳມະຊາດຂອງ ເມືອງມາຕັ້ງແຕ່ປີ 2011 ແລະໄດ້ເປີດ ໃຫ້ນັກທ່ອງທ່ຽວເຂົ້າໄປ ທ່ຽວຊົມນັບ ຕັ້ງແຕ່ນັ້ນມາ ໂດຍສະເລ່ຍແຕ່ລະປີ ມີນັກທ່ອງທ່ຽວເຂົ້າມາທ່ຽວຊົມ ບໍ່ຕໍ່າກວ່າ 5.000 ຄົນ ໂດຍ ສະເພາະລະດູໜາວແມ່ນ ໄດ້ຮັບຄວາມນິຍົມ ແລະ ມີຄວາມຟົດຟື້ນຫຼາຍ ຍ້ອນສະພາບແວດລ້ອມ ແລະ ມີຄວາມສະດວກສະບາຍ ກວ່າລະດູອື່ນໆ.

- 968747 - ຖ້ຳຂຸນລາງ ຕຳນານຮັກຂ້າງດຽວທີ່ມີຕໍ່ນາງອົ້ວ

ທ່ານຮອງຫົວໜ້າຫ້ອງການໃຫ້ຮູ້ອີກວ່າ: ກ່ອນຈະໄດ້ຊື່ວ່າ “ຖໍ້າຂຸນລາງ” ຍ້ອນ ເຫັນວ່າໃນຖໍ້າດັ່ງກ່າວນີ້ມີ ຫີນຍ້ອຍລົງມາກໍ່ໃຫ້ເກີດ ມີຮູບລັກສະນະຕ່າງໆຄືກັບ ເຄື່ອງປະກອບໃນຂະບວນ ແຫ່ຂັນໝາກຂອງຂຸນລາງ ໃນຕຳນານຮັກ “ຂຸນລູ- ນາງ ອົ້ວ”. ເລື່ອງມີຢູ່ວ່າ ຂຸນລາງ ມີຄວາມຮັກຕໍ່ນາງອົ້ວ ແລະ ເວົ້າຖືກໃຈກັບແມ່ນາງອົ້ວ ຈຶ່ງໄດ້ແຫ່ຂັນໝາກໄປສູ່ຂໍ ນາງອົ້ວຢູ່ນະຄອນກາສີ ແຕ່ ນາງອົ້ວມີິຄົນຮັກຢູ່ແລ້ວຊື່ວ່າ “ຂຸນລູ” ຍ້ອນບໍ່ຢາກແຕ່ງ ງານກັບຂຸນລາງຈຶ່ງຂ້າຕົວ ຕາຍ. ເມື່ອຂຸນລາງແຫ່ຂັນໝາກໄປໃກ້ຈະຮອດນະຄອນແລ້ວໄດ້ຍິນຂ່າວວ່ານາງອົ້ວໄດ້ໃຊ້ມີດແທງຕົວຕາຍ    ກ່ອນ ທ້າວຂຸນລາງເສຍໃຈ ແລະ ຜິດຫວັງຢ່າງແຮງ ຈົນຕົກລົງຈາກຫຼັງມ້າຕາຍ ແລະ ເຄື່ອງຂັນໝາກທັງ ຫຼາຍທີ່ ຂະບວນແຫ່ມານັ້ນ ກໍຖິ້ມຢັງຢາຍໄວ້ບໍລິເວນ ດັ່ງກ່າວນັ້ນ.  ຍ້ອນເຫດນີ້ ຊາວບ້ານແຖບນັ້ນຈຶ່ງເຊື່ອ   ວ່າ ຖໍ້າແຫ່ງນີ້ແມ່ນຕຳນານ ທ້າວຂຸນລາງ./.

ທີ່​ມາ: ໜັງ​ສ​ື​ພິມ​ລາວ​ພັດ​ທະ​ນາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.