ອາຊີບທີ່ໜ້າສົນໃຈໃນປີ 2023 ທີ່ສາມາດເຮັດເປັນອາຊີບເສີມ ຫຼື ເປັນອາຊີບຫຼັກໄດ້.

ໃນປັດຈຸບັນ ຜູ້ຄົນມັກຈະຊອກຫາສິ່ງທີ່ມັກ ແລະ ເຮັດໃຫ້ສິ່ງນັ້ນສາມາດສ້າງລາຍໄດ້ ເຊິ່ງການມີລາຍໄດ້ຫຼາຍທາງຈະນໍາໄປສູ່ແຫຼ່ງເງິນທີ່ຫຼາຍຂຶ້ນໃນການລົງທຶນ.

ເມື່ອກ່ອນເຮົາເວົ້າເຖິງການຈ້າງງານຕະຫຼອດຊິວິດ ເວົ້າເຖິງການກະສຽນແລ້ວໄດ້ເງິນບໍານານສຳລັບໃຊ້ໄປຕະຫຼອດຊີວິດ ແຕ່ໃນຍຸກປັດຈຸບັນ ໂຄວິດ-19 ເຮັດໃຫ້ເຮົາຮູ້ວ່າ ຄວາມໝັ້ນຄົງແມ່ນບໍ່ແນ່ນອນ ເພາະບັນດາບໍລິສັດບໍ່ວ່າຈະເປັນນ້ອຍ ຫຼື ໃຫຍ່ ກໍມີການປົດພະນັກງານອອກຄືກັນ ສະນັ້ນແລ້ວຄວາມໝັ້ນຄົງທາງລາຍໄດ້ຖືເປັນຫົວໃຈສຳຄັນ ທີ່ເຮັດໃຫ້ຄົນເຮົາຕ້ອງຫັນມາຄິດເຖິງການຫາອາຊີບເສີມ ຫຼື ລາຍໄດ້ທາງທີ 2, 3 ແລະ 4 ເຊິ່ງເປັນຊ່ອງທາງໃໝ່ເພີ່ມຂຶ້ນ.

ການສ້າງລາຍໄດ້ເສີມສ່ວນໃຫຍ່ ແມ່ນເປັນຊ່ອງທາງທີ່ໃຊ້ທັກສະສ່ວນຕົວຂອງເຮົາເປັນຫຼັກ ດັ່ງນັ້ນຄວນຕັ້ງຄຳຖາມກັບຕົວເອງກ່ອນວ່າເຮົາເຮັດຫຍັງໄດ້ແນ່ ເຊິ່ງມື້ນີ້ເຮົາລວມເອົາອາຊີບເສີມຈຳນວນໜຶ່ງມາແນະນຳໃຫ້ກັບທຸກຄົນດັ່ງນີ້.

ອາຊີບກ່ຽວກັບຄວາມງາມ

ຖ້າເວົ້າເຖິງອາຊີບເສີມເລື່ອງຂອງຄວາມງາມ ກໍຈະມີການຮັບແຕ່ງໜ້າ ຫຼື ຮັບເສີມສວຍນອກສະຖານທີ່ ເຊິ່ງເຮົາສາມາດເລືອກຮັບລູກຄ້າໃນເວລາທີ່ເຮົາຫວ່າງໄດ້ ແລະ ເຮົາຍັງສາມາດບໍລິຫານເວລາບໍ່ຂອງເຮົາເອງບໍ່ໃຫ້ກະທົບກັບງານທີ່ເຮັດປະຈຳຢູ່ໄດ້.

ຮັບຈັດງານອີເວັ້ນ ແລະ ເຮັດອາຫານນອນສະຖານທີ່

ໃຊ້ເວລາຫວ່າງໃຫ້ເປັນປະໂຫຍດ ສຳລັບຜູ້ເຮັດອາຫານແຊບ ຮັບເຮັດອາຫານນອກສະຖານທີ່ໃນເວລາຫວ່າງ ແລະ ສາມາດຮັບເຮັດອາຫານໃຫ້ງານອີເວັ້ນຕ່າງໆ.

ຜະລິດ Content Youtube

ການເປັນ Youtuber ກໍເປັນອີກທາງເລືອກໜຶ່ງໃນການສ້າງລາຍໄດ້ ເພາະປັດຈຸບັົນ ປະເທດລາວໄດ້ເປັນ Partner ກັບ YouTube ແລ້ວ ເຊິ່ງເຮົາສາມາດເປີດສ້າງລາຍໄດ້ໄດ້ແລ້ວ ເຊິ່ງຖ້າຫາກວ່າຊ່ອງຂະຫຍາຍຕົວກໍອາດຈະເປັນອາຊີບຫຼັກໄດ້ເລີຍ.

ຖ່າຍຮູບ ຕັດຕໍ່ຮູບພາບ ແລະ ວີດີໂອ

ສຳລັບຜູ້ທີ່ມີທັກສະໃນການຖ່າຍຮູບ ແຕ່ງຮູບ ຕັດຕໍ່ວີດີໂອ ກໍເປັນໂອກາດໜຶ່ງທີ່ທັກສະນີ້ຈະສາມາດຊ່ວຍໃຫ້ເຮົາມີລາຍໄດ້ອີກ 1 ຊ່ອງທາງ ເພາະປັດຈຸບັນການອອກແບບສິນຄ້າ ແລະ ຖ່າຍຮູບ ຖ່າຍວີດີໂອໂປໂໝດສິນຄ້າ ຢູ່ໃນໂລກອອນລາຍແມ່ນຫຼາຍ ເຮັດໃຫ້ມີຄວາມຕ້ອງການໃນຕະຫຼາດດ້ານນີ້ເພີ່ມຂຶ້ນສູງ ເປັນໂອກາດໃຫ້ກັບຜູ້ທີ່ມີທັກສະດ້ານນີ້.

ການໂຄສະນາ ແລະ ໂປໂໝດສິນຄ້າໃນສື່ອອນລາຍ

ສຳລັບຜູ້ທີ່ຜູ້ຕິດຕາມໃນສື່ອອນລາຍຫຼາຍພໍສົມຄວນ ຈຶ່ງເໝາະກັບງານປະເພດນີ້ ເພາະປັດຈຸບັນການຕະຫຼາດສ່ວນໃຫຍ່ແມ່ນມາຈາກທາງອອນລາຍ ເຮັດໃຫ້ຜູ້ທີ່ຕ້ອງການໂປໂມດສິ່ງຕ່າງໆໃຫ້ໄດ້ປະສິດທິພາບ ແມ່ນຕ້ອງຜ່ານຄົນດັງ ຫຼື ຊ່ອງທາງທີ່ມີຜູ້ຕິດຕາມເປັນຈຳນວນຫຼາຍ ເຮົາອາດຈະຮັບໂພສສິນຄ້າ ຫຼື ການຖ່າຍວີດີໂອເພື່ອແນະນຳສິນຄ້າ.

ຮ້ອງເພງ ແລະ ເປັນ DJ

ສຳລັບນັກຮ້ອງສຽງດີ ການຮັບງານຮ້ອງເພງຖືເປັນອີກງານໜຶ່ງທີ່ໜ້າສົນໃຈ ເຊິ່ງຖ້າເຮົາເຮັດວຽກໃນຕອນເຊົ້າ ເຮົາກໍສາມາດຮັບງານເປັນຊ່ວງຕອນແລງໄດ້ ແລະ ລວມໄປເຖິງການເປັນ DJ ໃນຮ້ານອາຫານຕ່າງໆ ຖ້າເຮົາມີທັກສະໃນການເປັນ DJ ໃຊ້ເຄື່ອງມືເປັນເຮົາກໍສາມາດຮັບງານໄດ້ຖ້າມີຄົນຈ້າງເພື່ອເປັນລາຍໄດ້ອີກໜຶ່ງຊ່ອງທາງ.

ຂົນສົ່ງສິນຄ້າ-ອາຫານ (ໄຣເດີ້)

ອີກອາຊີບໜຶ່ງທີ່ສ້າງລາຍໄດ້ໃຫ້ກັບປະຊາຊົນເປັນຈຳນວນຫຼາຍ ຮັບສົ່ງສິນຄ້າເປັນຮອບພ້ອມກັບເກັບຄ່າສົ່ງ ຫຼື ໄປສະໝັກເປັນໄຣເດີ້ຮັບສົ່ງອາຫານໃນຊ່ວງທີ່ເຮົາຫວ່າງ

ນັກແຂ່ງ e-sport

ປັດຈຸບັນ ເກມການແຂ່ງຂັນໄດ້ຮັບການຍອມຮັບເປັນຈຳນວນຫຼາຍໃນ ສປປ ລາວ ແລະ ເກີດມີການແຂ່ງຂັນຫຼາຍລາຍການຂຶ້ນເພື່ອຊີງເງິນລາງວັນ ເຮັດໃຫ້ເປັນອີກຊ່ອງທາງໜຶ່ງໃນການຫາລາຍໄດ້ໃຫ້ກັບນັກຮຽນ ຫຼື ນັກສຶກສາ ທີ່ສົນໃຈໃນການຫຼິ້ນເກມ ເຊິ່ງການເປັນນັກແຂ່ງ e-sport ກໍຍັງສາມາດເປັນອາຊີບຫຼັກໃຫ້ເຮົາໄດ້ຖ້າເຮົາມີຄວາມສາມາດ

ອາຊີບກ່ຽວກັບກະສິກຳ

ການປູກຝັງລ້ຽງສັດ ຖືເປັນອີກອາຊີບໜຶ່ງທີ່ຊ່ວຍໃຫ້ຫຼາຍຄອບຄົວຫຼຸດຄ່າໃຊ້ຈ່າຍ ແລະ ບາງຄອບຄົວກໍເຮັດເປັນອາຊີບຫຼັກ.

More from author

Related posts

Latest posts

ຄວນເຮັດແນວໃດ ເມື່ອຕ້ອງອອກກຳລັງກາຍຍາມຝົນ!

ຊ່ວງໜ້າຝົນແບບນີ້ ຄົນທີ່ມັກອອກກຳລັງກາຍກາງແຈ້ງເປັນປະຈຳ ອາດຈະປ່ຽນເປັນການອອກກຳລັງກາຍໃນຮົ່ມແທນ ແຕ່ບາງຄົນຍັງມັກອອກກຳລັງກາຍກາງແຈ້ງຫຼາຍກວ່າ ເຊິ່ງອາດຈະໃຊ້ວິທີເລື່ອນເວລາໄປໃນຕອນທີ່ຝົນເຊົາຕົກ ຫຼື ຕອນທີ່ຝົນຕົກຄ່ອຍໆ ແຕ່ຊ່ວງເວລາດັ່ງກ່າວ ກໍຍັງມີສິ່ງທີ່ຄວນລະວັງໃນການອອກກຳລັງກາຍ ທີ່ຕ່າງໄປຈາກສະພາບປົກກະຕິ.

ຫົວຜັກບົ່ວໃຫຍ່ ປົວໄດ້ຫຼາຍໂຣກ

ການກິນຫົວຜັກບົ່ວໃຫຍ່ ສາມາດປ້ອງກັນການຈະເລີນເຕີບໃຫຍ່ຂອງຈຸລັງມະເຮັງໄດ້ ເພາະມັນມີສານຕ້ານອະນຸມູນອິດສະຫຼະ, ສາມາດຊ່ວຍແກ້ການນອນບໍ່ຫຼັບໄດ້, ຊ່ວຍເຮັດໃຫ້ຈະເລີນອາຫານ, ຊ່ວຍບຳລຸງທາດໃນຮ່າງກາຍ,​ຊ່ວຍກຳຈັດສານກົ່ວ ທີ່ປົນເປື້ອນມາກັບອາຫານ, ຊ່ວຍປ້ອງກັນການເກີດໂຣກຫົວໃຈ,​ ຫຼຸດຄວາມສ່ຽງຂອງອຳມະພາດ, ຊ່ວຍປົວໂຣກໄຂມັນຕີບຕັນໃນເສັ້ນເລືອດ, ຊ່ວຍໃນການຂະຫຍາຍຫຼອດເລືອດ, ຊ່ວຍເຮັດໃຫ້ເລືອດບໍ່ໄປຕີບຕັນໃນຫຼອດເລືອດ, ຊ່ວຍໃນການສະຫຼາຍເລືອດຊຳ້.

ຈົບມໍປາຍ ຈະຮຽນຕໍ່ສາຍໃດດີ?

ເມື່ອກ່ອນ ການສຶກສາຖືໄດ້ວ່າມີບັນຍາກາດຄຶກຄື້ນ ແລະ ເປັນຂະບວນການ ຫຼາຍຄົນແຂ່ງກັນຮຽນ ແຂ່ງກັນເສັງເພື່ອຈະໄດ້ເຂົ້າຮຽນສາຍທີ່ຕົນເອງມັກ ແຕ່ຕົກມາຍຸກປັດຈຸບັນນີ້ ດ້ວຍສະພາບເສດຖະກິດ ສະພາບແວດລ້ອມ ແລະ ຫຼາຍຢ່າງໃນສັງຄົມທີ່ຜັນແປໄປ ເດັກນ້ອຍສ່ວນໃຫຍ່ບໍ່ຢາກທີ່ຈະຮຽນຕໍ່, ບາງຄົນກໍຈຳເປັນຕ້ອງອອກໄປເຮັດວຽກເພື່ອຫາເງິນຊ່ວຍຄອບຄົວ, ຫຼາຍຄົນກໍອອກມາປະກອບກິດຈະການເຮັດທຸລະກິດ ເປັນນາຍຂອງຕົນເອງ ແຕ່ບໍ່ວ່າຈະຢ່າງໃດກໍຕາມ ຖ້າຄົນທີ່ມີເງືອນໄຂກໍຍັງສະໜັບສະໜູນໃຫ້ຮຽນຕໍ່ສາຍວິຊາຊີບໃຫ້ຈົບຈະເປັນການດີທີ່ສຸດ.