Wednesday, June 17, 2026
Kbank Laos โอน รับ จ่าย
-->

Samsung Galaxy S23 Series ເປີດຈຳໜ່າຍຢ່າງເປັນທາງການແລ້ວ ພ້ອມຂໍ້ສະເໜີສຸດພິເສດ

ຊຳຊຸງລາວປະກາດມື້ຈຳໜ່າຍ Galaxy S23 Series ຢ່າງເປັນທາງການ ພ້ອມໃຫ້ສໍາຜັດປະສົບການໃຊ້ງານໄດ້ແລ້ວທຸກລຸ້ນ ທີ່ຕົວແທນຈຳໜ່າຍຊຳຊຸງທົ່ວປະເທດ ໂດຍສໍາລັບຜູ້ທີ່ຊື້ຕັ້ງແຕ່ວັນທີ 06 ມີນາ ຈົນເຖິງວັນທີ 31 ມີນາ 2023 ນີ້ແມ່ນຈະຮັບຂໍສະເໜີພິເສດຈາກຊໍາຊຸງລາວ.

“Galaxy S23 Series ເປັນອີກໜຶ່ງຄວາມພາກພູມໃຈຂອງເຮົາໃນປີນີ້ ເພາະບໍ່ພຽງແຕ່ກະແສຕອບຮັບຈາກຍອດຈອງທີ່ອອກມາດີແລ້ວ, Galaxy S23 Series ຍັງນັບເປັນການຍົກລະດັບມາດຕະຖານໃໝ່ຂອງສະມາດໂຟນລະດັບພຣີມ້ຽມ ໃຫ້ສູງຂຶ້ນອີກຂັ້ນ ຈາກອຸປະກອນໂທລະສັບປະສິດທິພາບສູງທີ່ມາພ້ອມນະວັດຕະກຳດ້ານ AI ລໍ້າສະໄໝ ກ້າວຂຶ້ນສູ່ການເປັນນະວັດຕະກຳທີ່ຍືນຍົງ ທັງດ້ານການຜະລິດ ແລະ ການໃຊ້ງານທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມໜ້ອຍລົງ” ທ່ານ Hyung Geun Lee, Managing Director of Samsung Combodia Brach ກ່າວ

ສືບເນື່ອງຈາກທີ່ ຊໍາຊຸງ ເປັນພັນທະມິດຢ່າງເປັນທາງການຂອງງານ World Expo 2030 ທີ່ ປູຊານ ສ. ເກົາຫຼີ ຄຽງຄູ່ກັບເຈດຕະນາໃນການໃຊ້ຊັບພະຍາກອນໝູນວຽນ ເພື່ອຄວາມຍືນຍົງໃນການໃຊ້ງານໄລຍະຍາວຢ່າງຄຸ້ມຄ່າ ແລະ ສະແດງເຖິງຄວາມຮັບຜິດຊອບຕໍ່ສະພາບແວດລ້ອມຊໍາຊຸງໄດ້ໃຊ້ວັດສະດຸ recycle ເປັນສ່ວນປະກອບໃນ Galaxy S23 Series ຫຼາຍຂຶ້ນກວ່າເກົ່າເຖິງ 22 ເປີເຊັນ ແລະ ເສີມຄວາມທົນທັງດ້ານໜ້າ ແລະ ດ້ານຫຼັງ Gorilla Glass Victus 2 ແລ້ວ, ຊໍາຊຸງຍັງຮັບຮອງວ່າ ຜູ້ໃຊ້ງານຈະໄດ້ຮັບການອັດເກຣດລະບົບປະຕິບັດການຢ່າງຕໍ່ເນື່ອງໄປອີກ 4 ລຸ້ນ ແລະ ຈະອັດເກດດ້ານຄວາມປອດໄພໃນການໃຊ້ງານຢ່າງຕໍ່ເນື່ອງໄປອີກ 5 ປີ ລວມທັງຍັງມີ Samsung Care+ ເພື່ອສ້າງຄວາມໝັ່ນໃຈໃນກໍລະນີເກີດອຸປະຕິເຫດ ຫຼື ຈໍາເປັນຕ້ອງຊ້ອມແປງ.

ບໍ່ພຽງແຕ່ເທົ່ານັ້ນ ຜູ້ໃຊ້ງານ Samsung Galaxy S23 Series ຈະໄດ້ສຳຜັດ ແລະ ແບ່ງບັນປະສົບການໃໝ່ໆ ຈາກໂທລະສັບປະສິດທິພາບສູງ ທີ່ໃຊ້ອັງກໍຣິທຶມ AI ລ່າສຸດຈາກຊຳຊຸງມາຊ່ວຍບໍລິຫານຈັດການລະບົບໄດ້ຢ່າງສະຫຼຽວສະຫຼາດ ຮ່ວມກັບພະລັງຂອງໜ່ວຍປະມວນຜົນກຣາບຟິກ ແລະ ໜ່ວຍປະມວນຜົນຫຼັກ Snapdragon® 8 Gen 2 ເຊິ່ງຈະຊ່ວຍຍົກລະດັບການໃຊ້ງານໄດ້ທັງດ້ານການເຮັດທຸລະກິດ, ຄວາມບັນເທິງ, ສຸຂະພາບ, ແລະ ການໃຊ້ຊີວິວໃນຮູບແບບອື່ນໆຂອງຕົວເຈົ້າເອງ ທັງເວລາກາງເວັນ ແລະ ກາງຄືນ ໄດ້ຢ່າງຮອບດ້ານ ໂດຍສະເພາະໃນລຸ້ນ Ultra ທີ່ ມາພ້ອມ ດ້ວຍເຊັນເຊີກ້ອງລະດັບ 200 ລ້ານພິກເຊວ ແລະ ປາກກາ S pen ເຊິ່ງເປັນຈຸດເດັ່ນທີ່ມີສະເພາະໃນຊຳຊຸງອີກດ້ວຍ.

ສຳຜັດ Galaxy S23 Series ໄດ້ແລ້ວທົ່ວປະເທດ ພ້ອມຂໍ້ສະເໜີສຸດພິເສດ

ສຳຜັດປະສົບການໃນການໃຊ້ງານ Samsung Galaxy S23 Series ໄດ້ແລ້ວທຸກລຸ້ນ ທີ່ຕົວແທນຈໍາໜ່າຍທົ່ວປະເທດໄດ້ຕັ້ງແຕ່ມື້ນີ້ເປັນຕົ້ນໄປ ໂດຍສຳລັບຜູ້ທີ່ຊື້ຕັ້ງແຕ່ວັນທີ 06 ມີນາ ຈົນເຖິງວັນທີ 31 ມີນາ 2023 ນີ້ ເຊິ່ງສີທີ່ວາງຂາຍແມ່ນມີ 4 ສີສຳລັບ Galaxy S23 Ultra ຄື: ດໍາ, ຄຣີມ, ຂຽວ ແລະ ມ້ວງລາເວນເດີ ແລະ Galaxy S23+ ແລະ S23 ມີ 3 ສີຄື: ດຳ, ຄຣີມ ແລະ ມ້ວງລາເວນເດີ ເຊິ່ງສີມ້ວງລາເວນເດີແມ່ນເປັນສີພິເສດທີ່ສາມາດຊື້ໄດ້ທີ່ຮ້ານ Samsung Multi Experience Store ເທົ່ານັ້ນ. ລາຍລະອຽດລາຄາ ແລະ ຂອງແຖມມີດັງນີ້:

Galaxy S23 Ultra ແຣມ 12GB ຄວາມຈຸ  512GB ລາຄາ 24,999,000 ກີບ ຮັບຟຣີ ລໍາໂພງ Marshall Willen

Galaxy S23 Ultra ແຣມ 8GB ຄວາມຈຸ 256GB ລາຄາ 21,599,000 ກີບ ຮັບຟຣີ ລໍາໂພງ Marshall Willen

Galaxy S23+ ແຣມ 8GB  ຄວາມຈຸ 256GB ລາຄາ 18,599,000 ກີບ ຖົງ Canvas ຍີ່ຫໍ້ Adidas ແລະ ຖານຕັ້ງກ້ອງ

Galaxy S23 ແຣມ 8GB ຄວາມຈຸ128GB ລາຄາ 14,999,000 ກີບ ຮັບຟຣີ ຖານຕັ້ງກ້ອງ

ຂໍ້ມູນເພີ່ມເຕີມ ສອບຖາມໄດ້ທີ່

Samsung Call Center: 021 417 333

Facebook Page: SamsungLaos

Instagram: samsunglaos

Tiktok: @Samsungmobilelaos

More from author

Related posts

Latest posts

🌧️ ຊັກເຄື່ອງຍາມຝົນແນວໃດໃຫ້ຫອມ? (ບໍ່ມີກິ່ນອັບ 100%)

ເຄີຍເປັນບໍ່ ເມື່ອຮອດຍາມຝົນແລ້ວ… ບັນຫາ "ເຄື່ອງມີກິ່ນອັບ" ກາຍເປັນຝັນຮ້າຍຂອງທຸກເຮືອນ! 👕ເພາະແດດບໍ່ມີ ແຖມຄວາມຊຸ່ມໃນອາກາດຍັງສູງ. ແຕ່ຢ່າຟ້າວຖອດໃຈ, ຖ້າຢາກໃຫ້ເຄື່ອງຫອມສົດຊື່ນຄືຕາກແດດຈັດ, ລອງເອົາ 3 ເທັກນິກນີ້ໄປໃຊ້ເບິ່ງເດີ້:

🌟 12 ປີມີເທື່ອດຽວ! ເປີດດວງ 12 ລາສີ ເດືອນພຶດສະພາ 2026

ຖືເປັນຈັງຫວະທອງຂອງຊີວິດ! ເປີດຄຳທຳນາຍດວງຊະຕາ ເດືອນພຶດສະພາ 2026 ດາວພະຫັດ ກາຍເປັນ "ມະຫາອຸດ" ໃນຮອບ 12 ປີ. ເດືອນນີ້ຖືວ່າເປັນ “ມຸງຄຸນຊ້ອນມຸງຄຸນ” ສົ່ງຜົນຕໍ່ທັງ 12 ລາສີ. ໃຜຈະເຮັງ ໃຜຈະປັງ ຫຼື ໃຜຕ້ອງລະວັງ? ມາເບິ່ງນຳກັນເລີຍ! ກຽມຮັບພະລັງມຸງຄຸນຄັ້ງໃຫຍ່ທີ່ສຸດໃນຮອບ 12 ປີ 🚀

ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ຊີພີ ອໍລ໌ ລາວ ຈັດກິດຈະກໍາຍົກລະດັບ  ຄຸນນະພາບສິນຄ້າ ແລະ ພັດທະນາຜູ້ປະກອບການທ້ອງຖິ່ນ

ພິທີເປີດກອງປະ​ຊຸມເຜີຍ​ແຜ່​ການຍົກລະດັບຄຸນນະພາບສິນຄ້າຂອງ ສປປ ລາວ ເພື່ອພັດທະນາຜູ້ປະກອບການ ແລະ ຄູ່ຮ່ວມທຸລະກິດ ໃນການເຂົ້າເຖິງຕະຫຼາດຈຳໜ່າຍສິນຄ້າຂອງຮ້ານ 7-ELEVEN Laos ຄັ້ງທີ 1 ປີ 2026 ເຊີ່ງມີຜູ້ປະກອບການ ແລະ ຄູ່ຄ້າໃຫ້ຄວາມສົນໃຈເຂົ້າຮ່ວມເປັນຈໍານວນຫຼາຍ