ການລັກລອບນຳເຂົ້າ ສານເຄມີຜິດກົດໝາຍ ຍັງຄົງເກີດຂຶ້ນຢ່າງກວ້າງຂວາງ ໃນ ສປປ ລາວ

ສະມາຊິກສະພາແຫ່ງຊາດລາວລະບຸວ່າ ການລັກລອບນຳເຂົ້າສານເຄມີຜິດກົດໝາຍຍັງຄົງເກີດຂຶ້ນຢ່າງກວ້າງຂວາງ ໂດຍສະເພາະແມ່ນສານເຄມີໃນການຜະລິດສິນຄ້າກະສິກຳ ແລະອຸດສາຫະກຳປຸງແຕ່ງ
ທາງດ້ານກຸ່ມແລກປ່ຽນຂໍ້ມູນດ້ານທີ່ດິນ (Land Information Working Group) ອົງການທີ່ບໍ່ຂຶ້ນກັບລັດຖະບານໃນລາວລາຍງານວ່າ ການຜະລິດສິນຄ້າກະສິກຳ ທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະທຳມະຊາດໃນລາວ ຢ່າງກວ້າງຂວາງທີ່ສຸດ ຄືພື້ນທີ່
ສໍາປະທານການປູກກ້ວຍຫອມຂອງບັນດານັກທຸລະກິດຈີນ ໂດຍສະເພາະແມ່ນພື້ນທີ່ໃນເຂດແຂວງບໍ່ແກ້ວ ອຸດົມໄຊ ແລະຫຼວງນໍ້າທານັ້ນ ຖືເປັນພື້ນທີ່ໆໄດ້ຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດ ເພາະວ່າບັນດານັກທຸລະກິດຈີນໄດ້ພາກັນລັກລອບນໍາເຂົ້າ ແລະນໍາໃຊ້ສານເຄມີປ້ອງກັນໂຣກພືດເຖິງ 28 ຊະນິດ ກັບຢາປາບສັດຕູພືດອີກ 19 ຊະນິດ ທັງຍັງນໍາໃຊ້ສານເຄມີເພື່ອເລັ່ງຜົນຜະລິດດ້ວຍນັ້ນກໍໄດ້ຄຸກຄາມຕໍ່ສຸຂະພາບອະນາໄມຂອງປະຊາຊົນລາວ ແລະກະທົບຕໍ່ແຫຼ່ງນໍ້າທຳມະຊາດ ສັດນໍ້າ ສັດລ້ຽງ ທີ່ນາ ແລະພືດຜົນຕ່າງໆ ຂອງປະຊາຊົນລາວຢ່າງໜັກໜ່ວງອີກດ້ວຍ.

Cr.https://lao.voanews.com/a/lao-today/4499113.html

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.