ປະຢັດບໍ່ໄດ້ ກໍປ່ຽນແນວຄິດ! 6 ແນວຄິດການໃຊ້ເງິນແບບ Warren Buffett

ເສດຖະກິດໃນປັດຈຸບັນເຮັດໃຫ້ຫຼາຍຄົນເກີດບັນຫາໃນການນໍາໃຊ້ເງິນ ບາງຄົນອາດມີລາຍໄດ້ໜ້ອຍກວ່າລາຍຈ່າຍ ແລະ ມີເງິນໃຊ້ບໍ່ພຽງພໍ ເຖິງຈະປະຢັດຫຼາຍເທົ່າໃດກໍຕາມ ຈົນພາໃຫ້ເກີດບັນຫາທາງການເງິນ, ຖ້າເວົ້າເລື່ອງການເງິນ ບໍ່ແມ່ນແຕ່ເລື່ອງຂອງຕົວເລກ ແລະ ການຄໍານວນເທົ່ານັ້ນ ການເງິນຍັງມີເລື່ອງຂອງແນວຄິດ ການລົງທຶນ ແລະ ການໃຊ້ຊີວິດ ທີ່ຈະຊ່ວຍໃຫ້ເຮົາສາມາດຄວບຄຸມການເງິນຂອງເຮົາຢ່າງເປັນປະໂຫຍດໄດ້.

ເຊັ່ນດຽວກັບແນວຄວາມຄິດຂອງ Warren Buffett ນັກລົງທຶນທີ່ປະສົບຜົນສຳເລັດທີ່ສຸດໃນໂລກ ໄດ້ໃຫ້ຂໍ້ຄິດກ່ຽວກັບການໃຊ້ເງິນ ເຊິ່ງເປັນແນວຄວາມຄິດທີ່ຈະຊ່ວຍໃຫ້ເຮົາເຂົ້່າໃຈຫຼັກການທາງການເງິນໄດ້ດີ ເຊິ່ງມີພຽງແຕ່ 6 ຂໍ້ຫຼັກໆດັ່ງນີ້:

1. ລາຍໄດ້ຄວນມີຫຼາຍກວ່າ 1 ແຫ່ງ

ເພາະຖ້າເຮົາມີລາຍໄດ້ພຽງແຫ່ງດຽວນັ້ນຫາຍໄປ ກໍຈະເຮັດໃຫ້ເຮົາບໍ່ມີເງິນໃຊ້ໃນທັນທີ ຂໍ້ນີ້ແມ່ນການບໍລິຫານຄວາມສ່ຽງຂອງລາຍໄດ້ ຕົົວຢ່າງ: ທ້າວ. ກ ມີລາຍໄດ້ 2 ລ້ານກີບຕໍ່ເດືອນຈາກທີ່ເຮັດວຽກປະຈຳ ແຕ່ວ່າ ທ້າວ.ຂ ມີລາຍໄດ້ 2 ລ້ານກີບ ຈາກບໍລິສັດ 1 ລ້ານກີບ ແລະ ຈາກລາຍໄດ້ອິດສະຫຼະ 1 ລ້ານກີບ ເພາະຖ້າທາງໜຶ່ງບໍ່ມີລາຍໄດ້ ກໍຍັງມີອີກທາງໜຶ່ງເປັນທຶນສໍາຮອງ.

2. ບໍ່ຄວນໃຊ້ເງິນຊື້ຂອງໃຊ້ທີ່ບໍ່ມີຄວາມຈຳເປັນ

ບາງຄົນໃຊ້ເງິນຊື້ຂອງໃຊ້ທີ່ບໍມີຄວາມຈໍາເປັນມາເກັບໄວ້ເຕັມບ້ານ ອາດເປັນເພາະໂປໂມຊັນທາງການຕະຫຼາດ ລົດ ແລກ ແຈກ ແຖມ ແຕ່ໃນຄວາມເປັນຈິງແລ້ວມັນບໍ່ແມ່ນສິ່ງຂອງທີ່ມີຄວາມຈຳເປັນ ເພາະເມື່ອເງິນໝົດອາດຈະຕ້ອງຂາຍສິ່ງຂອງທີ່ມີຄວາມຈຳເປັນແທ້ໆອອກໄປ.

3. ໄດ້ເງິນມາແລ້ວໃຫ້ອອມກ່ອນ ເຫຼືອແລ້ວຄ່ອຍນໍາໃຊ້

ການອອມເງິນຫຼາຍຄົນອາດຄິດວ່າ ການອອມຄືເຫຼືອຈາກການໃຊ້ຈ່າຍແລ້ວຄ່ອຍມາອອມໄວ້ ແຕ່ຄວາມຈິງແລ້ວຖ້າເຮົາເຮັດແບບນັ້ນຈະບໍ່ເຫຼືອຫຍັງໃຫ້ອອມ ສະນັ້ນຖ້າຮັບເງິນມາແລ້ວໃຫ້ອອມກ່ອນ ເຫຼືອແລ້ວຄ່ອຍນໍາເງິນມາໃຊ້.

4. ຫາກຈະລອງເຮັດຫຍັງທີ່ມີຄວາມສ່ຽງກໍຕ້ອງເພື່ອທາງຖອຍເອົາໄວ້ແນ່

ການຮັບຄວາມສ່ຽງຄວາມສ່ຽງຄືສິ່ງທີ່ຄຸມເຄືອ ຫຼື ສິ່ງທີ່ຍັງບໍ່ຮູ້ ສົົມມຸດວ່າເຮົາຕ້ອງການຂ້າມໄປອີກບ່ອນໜຶ່ງໂດຍທີ່ມີແມ່ນໍ້າກັ້ນເຄິ່ງໄວ້ ພວກເຮົາບໍ່ຮູ້ວ່າແມ່ນໍ້ານັ້ນເລິກປານໃດໂດຍເອົາຂາສອງຂ້າງນັ້ນໄປຈຸ່ມລົງເບິ່ງຄວາມເລິກ ຖ້ານໍ້າເລິກເຮົາຕ້ອງຕາຍແນ່ນອນ ການລົງທຶນກໍ່ເຊັ່ນການຖ້າສ່ຽງຫຼຍເຮົາອາດໝົດໂຕ ເພາະສະນັ້ນຫາກຈະລອງເຮັດຫຍັງທີ່ມີຄວາມສ່ຽງກໍຕ້ອງເພື່ອທາງຖ່ອຍເອົາໄວ້ແນ່.

5. ບໍ່ຄວນວາງໄຂ່ລົງໃນກະຕ່າບ່ອນດຽວກັນ

ຖ້າປຽບທຽບໄຂ່ຄືເງິນ ໃນຍາມທີ່ເຮົາລົງທຶນໄວ້ບ່ອນດຽວທັງໝົດ ກໍໝາຍຄວາມວ່າ ຖ້າບໍ່ດີກໍບໍ່ດີທັງໝົດ ດັ່ງນັ້ນ ບໍ່ຄວນວາງໄຂ່ລົງໃນກະຕ່າບ່ອນດຽວກັນ ການລົງທຶນຄວນມີການກະຈາຍຄວາມສ່ຽງ ເລືອກລົງທຶນໃນອຸດສາຫະກຳທີ່ມີຄວາມແຕກຕ່າງ ຫາກອຸດສາຫະກຳໜຶ່ງຕົກ ອີກອຸດສາຫະກຳໜຶ່ງລຸ້ງ ກໍຈະເຮັດໃຫ້ສ້າງຄວາມສົມດຸນຂອງລາຍໄດ້ໄປໄດ້ຕະຫຼອດ.

6. ຄວາມຊື່ສັດມີລາຄາແພງ ບໍ່ຄວນຄາດຫວັງກັບຄົນລາຄາຖືກ

ເວົ້າອີກຢ່າງແມ່ນ ຫາກເຮົາຈະລົງທຶນໃຫ້ເລືອກລົງທຶນກັບຄົນທີ່ມີຄວາມຊື່ສັດ ເຊັ່ນ ລົງທຶນກັບບຸກຄົນຫຼືບໍລິສັດ ທີ່ມີທີມຜູ້ຖືຫຸ້ນທີ່ມີຄວາມຊື່ສັດ ໂປ່ງໃສກົງໄປກົງມາກວດສອບໄດ້ ມີຄວາມໜ້າເຊື່ອຖື ເພາະເຮົາຈະສາມາດຄາດຫວັງໄດ້ຫຼາຍກວ່າ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...