ພຣະທາດສຸວັນນະຜ້າຄໍາ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ກັບປະຫວັດຄວາມເປັນມາທີ່ໜ້າຄົ້ນຫາ

ພຣະທາດສຸວັນນະຜ້າຄຳ ທີ່ຕັ້ງຢູ່ເທິງເນີນພູສູງ 200 ແມັດ, ຫ່າງຈາກທ່າເຮືອໃຈກາງເທດສະບານເມືອງ ຫ້ວຍຊາຍ ໄປປະມານ 3 ກິໂລແມັດ, ເປັນອີກພຣະທາດໜຶ່ງທີ່ຂຶ້ນຊື່ຂອງແຂວງບໍ່ແກ້ວ ແລະ ມີປະຫວັດຄວາມເປັນມາທີ່ໜ້າຄົ້ນຫາ.

ພຣະທາດສຸວັນນະຜ້າຄໍາ ຫຼື ມີຊື່ເດີມວ່າ ພຣະທາດປາກຫ່າຍ (ປາກຫ້ວຍຫ່າຍ) ຫຼື ຄໍາວ່າ “ຂ່າຍ” ຊຶ່ງໃນອະດີດມີຊາວລົວະ ເຄີຍມາປັກຫ່າຍ (ຂ່າຍ) ໄວ້ດັກສັດປ່າໃນລ້ອງນໍ້າຫ້ວຍແຫ່ງນີ້. ດັ່ງນັ້ນ; ຫ້ວຍດັ່ງກ່າວກໍ່ໄດ້ຖືກເອີ້ນວ່າຫ້ວຍປາກຫ່າຍແຕ່ນັ້ນເປັນຕົ້ນມາ, ພະທາດແຫ່ງນີ້ໄດ້ເປັນປູສະນີຍະສະຖານອັນເກົ່າແກ້ທີ່ສຸດຊຶ່ງມີອາຍຸ 1000 ປີ. ອີງຕາມປະຊາຊົນເຂດນັ້ນເລົ່າລືກັນວ່າ ທຸກໆມື້ຂຶ້ນ 15 ຄ່ຳຈະມີແສງສີຕ່າງໆພຸ່ງອອກຈາກອົງພຣະທາດ ຊຶ່ງເປັນສິ່ງທີ່ໜ້າອັດສະຈັນຫຼາຍ.

ສຳລັບພຣະທາດທີ່ເຫັນຢູ່ທຸກວັນນີ້, ແມ່ນເປັນທາດທີ່ໄດ້ຮັບການກໍ່ສ້າງກວມພຣະທາດເກົ່າ ຊຶ່ງໄດ້ພຸພັງລົງໃນປີ 1956 ກ່ອນທີ່ການສ້າງທາດໃໝ່ກວມນັ້ນ, ເຈົ້າສັດທາທັງຫຼາຍກໍ່ໄດ້ພາກັນຂຸດລົງໄປ ໃນພື້ນຖານຂອງທາດເກົ່ານັ້ນ ກໍ່ໄດ້ພົບພຣະພຸດທະຮູບທີ່ຫຼໍ່ຫຼອມດ້ວຍທອງສໍາລິດ ໜ້າຕັກສີ່ຫາຫ້ານິ້ວຫຼາຍອົງ ແລະ ພຣະພຸດທະຮູບຫຼໍ່ດ້ວຍເງິນຫຼາຍອົງ, ພຣະພຸດທະຮູບດັ່ງກ່າວ ລ້ວນແຕ່ມີລວດລາຍ ແລະ ແກະສະລັກຂອງເມືອງລ້ານນາ ແລະ ມີວັດຖຸສິ່ງຂອງບູຮານບັນຈຸຢູ່ຢ່າງຫຼວງຫຼາຍ ເມື່ອການຂຸດລົງໄປປະມານຫ້າແມັດ ກໍພົບອຸໂມງນ້ອຍໆ ແລະ ມີພຣະອູບຫີບຂະໜາດໃຫຍ່ພໍສົມຄວນບັນຈຸຢູ່ ອູບໃບນັ້ນໄດ້ມີສະລັກລວດລາຍຢ່າງງົດງາມ ແລະ ມີປະຕູ່ຫີນສີລາປິດໄວ້ຢ່າງດີ.

ເມື່ອເປີດປະຕູຫີນອອກ ກໍເຫັນພຣະອູບທອງສໍາລິດຢູ່ຂ້າງໃນ ແລະ ມີການແກະສະລັກລວດລາຍອັນງົດງາມ ຈີຈອມແຫຼມຄ້າຍກັບພຣະທາດ, ເມື່ອເປີດຝາພຣະອູບທອງນັ້ນກໍ່ປາກົດເຫັນມີອູບເງິນ ແລະ ເມື່ອໄຂອູບເງິນອອກກໍບັນຈຸດ້ວຍອູບຄໍາອີກ ແຕ່ລະອູບລ້ວນແຕ່ແກະສະລັກລວດລາຍຢ່າງງົດງາມໃບສຸດທ້າຍກໍ່ເປີດອູບຄໍານັ້ນອອກມາ ກໍປາກົດເຫັນ ພຣະອັດຖິທາດຄໍານ້ອຍໆຈໍານວນ 80 ອົງ ແຕ່ລັກສະນະຂອງທາດນ້ອຍດັ່ງ ກ່າວ ມີລັກສະນະແຕກຕ່າງກັນໄປ ບາງອັນກໍ່ປ້ອມ ບາງອັນກໍ່ແຫຼມທັງໝົດເປັນຮູບຊົງເຫຼື້ອມໃສແວວວາວ ເປັນລະຍິບລະຍັບ, ພະທາດນ້ອຍ ແປດສິບເມັດ ໄດ້ບົ່ງບອກເຖິງອາຍຸສັງ ຂານພຣະສໍາມາສໍາພຸດທະເຈົ້າ ຊຶ່ງໄດ້ມີອາຍຸແປດສິບພັນສານັ້ນເອງ. ສິ່ງສໍາຄັນເລືjອງໜຶ່ງຄື ພຣະແທ່ນຂອງພຣະອູບນັ້ນໄດ້ແກະສະລັກຕົວໜັງສືລ້ານນາເຖິງມື້ສ້າງ ພຣະທາດນີ້ ໃນຈຸລະສັກກະຣາດ 384 ຊຶ່ງກົງກັບ ປີ ຄສ 1022.

ພຣະທາດປາກຫ່າຍນີ້ໄດ້ມີພື້ນປະຕະພີອັນຮັ່ງມີທີ່ເຕັມໄປດ້ວຍແກ້ວແສງອັນລໍ້າຄ່າມູນຄ່າຂອງມັນຍາກທີ່ຈະຢັ່ງເຖິງໄດ້. ຕໍ່ມາພຣະທາດນີ້.ກໍ່ໄດ້ປ່ຽນຊື່ມາເປັນພຣະທາດສຸວັນນະຜ້າຄໍາ ຫຼື ຜ້າຄໍາອັນເປັນລັກສະນະອັນງົດງາມ ແລະ ເປັນມິ່ງແກ້ວຂວັນເມືອງ ຊຶ່ງຊາວເມືອງຫ້ວຍຊາຍທຸກຄົນມີຄວາມພາກພູມໃຈ ແລະ ເປັນເຈົ້າການບູລະນະປົກປັກສາໄວ້ ທີ່ເປັນມໍລະດົກແຫ່ງຊາດ ລະດັບທ້ອງຖິນ ປະຈໍາແຂວງບໍ່ແກ້ວ ຕະຫຼອດໄປ.

ຂ່າວ-ພາບ: ເງິນຫຼົງ ຈິດພູວົງ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...