ທະນາຄານ ກະສິກອນໄທ ເປີດໂຕ ທະນາຄານເທິງມືຖື K PLUS Laos

ເມື່ອ (ວັນທີ 19 ຕຸລາ) – ທະນາຄານ ກະສິກອນໄທ ຈຳກັດຜູ້ດຽວ ເປີດຕົວຜະລິດຕະພັນໃໝ່ ທະນາຄານເທິງມືຖື ພາຍໃຕ້ຊື່ K PLUS Laos  ໂດຍພັດທະນາຕໍ່ຍອດຈາກແອັບພຣິເຄຊັນ ກະເປົາເງິນອອນລາຍ QR KBank  ທີ່ເປີດໃຫ້ບໍໍລິການເມື່ອປີ 2018 ໂດຍມຸ່ງເນັ້ນ ສູ່ການເປັນທະນາຄານທີ່ໃຫ້ບໍລິການດ້ານການເງິນດິຈີຕອນຢ່າງເຕັມຮູບແບບ ເພື່ອສົ່ງມອບການບໍລິການໃຫ້ແກ່ລູກຄ້າທຸກລະດັບ ຕັ້ງແຕ່ອົງກອນ, ບໍລິສັດຂະໜາດກາງ, ກຸ່ມລູກຄ້າບຸກຄົນ ແລະ ລູກຄ້າທຸລະກິດ ດ້ວຍການຂົນຄຸນສົມບັດທີ່ຕອບໂຈດກິດຈະກຳທາງການເງິນໃນຊີວິດປະຈຳວັນມາໄວ້ໃນບ່ອນດຽວ ບໍ່ວ່າຈະເປັນ ການຈ່າຍ-ໂອນ, ຖອນເງິນ ການໂອນລະຫວ່າງປະເທດ ພ້ອມເປີດໂຕຄຸນສົມບັັດໃໝ່ຊຳລະຄ່ານ້ຳປະປາ, ຄ່າໄຟຟ້າ (Bill payment) ແລະ ການເປີດ ບັນຊີເງິນຝາກປະຢັດ ເອເລັກໂຕຣນິກ K eSavings

ງານເປີດໂຕທະນາຄານເທິງມືຖື ‘‘K PLUS Laos ທີ່ສຸດຂອງທີ່ສຸດ” ຈັດຂື້ນໃນຕອນເຊົ້າວັນທີ 19 ຕຸລາ 2023 ທີ່ ໂຮງແຮມຄຣາວ ພຣາຊາ ໂດຍໄດ້ຮັບກຽດຈາກ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ, ຜູ້ວ່າການ ທະນາຄານແຫ່ງ ສປປ ລາວ, ທ່ານນາງ ມໍຣະກົດ ສີສະຫວັດ, ເອກອັກຄະຣາຊະທູດແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ ແລະ ແຂກຜູ້ມີກຽດທ່ານອື່ນໆ, ໃຫ້ກຽດເປັນປະທານເປີດງານ ຮ່ວມກັບ ທ່ານ ພັດທະນະພົງ ຕັນສົມບູນ ປະທານສະພາບໍລິຫານ ທະນາຄານກະສິກອນໄທ ຈຳກັດຜູ້ດຽວ.

ທ່ານ ພັດທະນະພົງ ກ່າວວ່າ “ຕະຫຼອດໄລະຍະເວລາ 9 ປີ ທີ່ທະນາຄານກະສິກອນໄທ  ໄດ້ພັດທະນາຜະລິດຕະພັນ ແລະ ບໍລິການທາງການເງິນຢ່າງຕໍ່ເນື່ອງທີ່ ສປປ ລາວ ບໍ່ວ່າຈະເປັນການບໍລິການກົດເງິນສົດຜ່ານຕູ້ ATM ຂອງທະນາຄານກະສິກອນ 44 ແຫ່ງ ທົ່ວນະຄອນຫຼວງວຽງຈັນ ຫຼື ຈະເປັນແອັບພິເຄຊັນກະເປົາເງິນອອນລາຍ QK KBank ມາມື້ນີ້ ທະນາຄານ ໄດ້ຍົກລະດັບຄຸນນະພາບຂອງແອັບດ້ວຍການນຳນະວັດຕະກຳດ້ານດິຈີຕອນເຂົ້າມາພັດທະນາແອັບໃຫ້ໃຊ້ບໍລິການດ້ານການເງິນໄດ້ສະດວກສະບາຍ ແລະ ງ່າຍຂື້ນ ໃຫ້ແກ່ປະຊາຊົນ ຂອງ ສປປ ລາວ ດ້ວຍການປ່ຽນຈາກແອັບກະເປົາເງິນ ເປັນທະນາຄານເທິງມືຖື  K PLUS Laos ເພື່ອສົ່ງມອບປະສົບການໃຊ້ບໍລິການທາງການເງິນທີ່ດີທີ່ສຸດ ແລະ ຕອບຮັບທຸກຄວາມຕ້ອງການໃຫ້ແກ່ລູກຄ້າທຸກລະດັບ”

ສປປ ລາວ ຖືເປັນປະເທດລຳດັບທີ 3 ຕໍ່ຈາກປະເທດໄທ ແລະ ຫວຽດນາມ ທີ່ແອັບພິເຄຊັນ K PLUS ໄດ້ເຮັດການເປີດໂຕໃຫ້ໃຊ້ງານທະນາຄານເທິງມືຖື (Mobile Banking) ໂດຍມື້ນີ້ມີຍອດຜູ້ໃຊ້ງານຮ່ວມກັນຫຼາຍກວ່າ 21.8 ລ້ານຄົນ ການຂະຫຍາຍຕົວຂອງທະນາຄານ ກະສິກອນໄທ ສູ່ຕ່າງປະເທດ ເປັນໄປຕາມວິໄສທັດຂອງທະນາຄານທີ່ຕ້ອງການເປັນທະນາຄານແຫ່ງພາກພື້ນ (Regional Banking) ເພື່ອຍົກລະດັບຄຸນນະພາບຊີວິດຂອງລູກຄ້າບຸກຄົນ ແລະ ທຸລະກິດ ດ້ວຍນະວັດຕະກຳທາງການເງິນດິຈີຕອນ ໂດຍທະນາຄານໄດ້ເຫັນສັກກະຍະພາບຂອງປະເທດລາວ ໃນການສົ່ງເສີມສັງຄົມແບບບໍ່ໃຊ້ເງິນສົດ ເພື່ອໃຫ້ທຸກກິດຈະກຳທາງການເງິນເປັນເລື່ອງງ່າຍ ແລະ ສະດວກສະບາຍຫຼາຍຂື້ນຂອງທຸກຄົນໃນຍຸກດິຈີຕອນ.

ສຳລັບແອັບ K PLUS Laos ເປີດໃຫ້ດາວໂຫຼດ ແລະ ພ້ອມໃຊ້ງານຢ່າງເປັນທາງການແລ້ວ ທັງໃນລະບົບ IOS ແລະ Android ສຳລັບຜູ້ທີ່ສົນໃຈ ສາມາດສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່ເບີ 021 410 888 ຫຼື ເຟສບຸກ KBankLaos.

More from author

Related posts

Latest posts

ຊຳຊຸງ ເປີດຕົວ Galaxy Z Series ແລະ Galaxy Watch ຮຸ່ນໃໝ່ ທີ່ສຸດຂອງໜ້າຈໍພັບ, ກ້ອງລະດັບເຮືອທຸງ ແລະ ການເບິ່ງແຍງສຸຂະພາບອັດສະລິຍະດ້ວຍ AI

ຊຳຊຸງ ສ້າງປາກົດການໃໝ່ໃຫ້ແກ່ວົງການເຕັກໂນໂລຊີອີກຄັ້ງ ດ້ວຍສະມາດໂຟນໜ້າຈໍພັບຂະໜາດໃໝ່ Galaxy Z Fold8, Galaxy Z Fold8 Ultra ແລະ Galaxy Z Flip8 ເພີ່ມປະສົບການການໃຊ້ງານໃຫ້ກວ້າງຂວາງຍິ່ງຂຶ້ນ ພ້ອມດ້ວຍ Galaxy Watch Ultra2 | Watch9 ຮຸ່ນໃໝ່ ສຸດຍອດນະວັດຕະກຳ ທີ່ປະສົມປະສານ...

ປະຫວັດ “ບຸນເຂົ້າພັນສາ”

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ສິມເກົ່າ ວັດຊຽງມ່ວນ ວະຊິຣະມັງຄະລາຣາມ ເເຂວງ ຫຼວງພະບາງ

ນີ້ເເມ່ນຮູບພາບສິມເກົ່າ ວັດຊຽງມ່ວນ ວະຊິຣະມັງຄະລາຣາມ ເເຂວງ ຫຼວງພະບາງ ໂດຍ ພຣະຍາສີສົນໄຊ ສ້າງເມື່ອປີກ່າເປົ້າ ຈ.ສ. 1215 (ຄ.ສ.1853 ພ.ສ.2497) ໃນແຜ່ນດິນສົມເດັດພຣະເຈົ້າຈັນທະເທບປະພາຄຸນ.