ຄວາມເປັນມາ ຫັດຖະກໍາແຜ່ນແພຜ້າລາຍໝາກປັດ

ທ່ານ ຄໍາພອນ ອ່ອນຈັນ ນາຍບ້ານໆຫ້ວຍຫູນໃຕ້ ໄດ້ໃຫ້ຮູ້ວ່າ: ຫັດຖະກໍາຕໍ່າແຜ່ນແພຜ້າລາຍໝາກປັດ ເປັນຂອງຊົນເຜົ່າກະຕູ ເຊິ່ງໄດ້ສືບທອດມູນເຊື້ອອັນດີງາມມາແຕ່ດົນນານ ໂດຍບ້ານຫ້ວຍຫູນໃຕ້ ເປັນຊົນເຜົ່າກະຕູ ມີຕົ້ນກໍາເນີດມາຈາກບ້ານປະລຸ ຕາແສງອາເຕັງ ເມືອງກະລືມ ແຂວງເຊກອງ. ການດໍາລົງຊີວິດໃນເມື່ອກ່ອນພົບຄວາມຫຍຸ້ງຍາກຫຼາຍດ້ານ ເຮັດໃຫ້ໃນຕົ້ນປີ 1976 ຈຶ່ງໄດ້ຍົກຍ້າຍຈາກບ້ານເດີມມາບຸກເບີກຕັ້ງຖິ່ນຖານໃໝ່ຢູ່ແຄມສາຍນໍ້າຫ້ວຍຫູນຕອນໃຕ້ ຊຶ່ງເອີ້ນວ່າບ້ານຫ້ວຍຫູນໃຕ້ໃນປັດຈຸບັນ.

ບ້ານຫ້ວຍຫູນໃຕ້ມີ 145 ຫຼັງຄາເຮືອນ, ມີ 155 ຄອບຄົວ, ມີພົນລະເມືອງ 852 ຄົນ ນອກຈາກການປູກຝັງເປັນອາຊີບຫຼັກ ຍັງມີມູນເຊື້ອການຕໍ່າແຜ່ນແພເປັນອາຊີບສຳຮອງ ສືບທອດກັນມາແຕ່ປູ່ຍ່າຕາ-ຍາຍ.

ການຕໍ່າຫູກໃນເມື່ອກ່ອນຍັງເຮັດກະແຈກກະຈາຍ ພໍໃຜພໍລາວ ຂາດຄວາມຮູ້ເຕັກນິກໃນການເຮັດລວດລາຍ ຍັງບໍ່ທັນມີສີສັນທີ່ເປັນເອກະລັກ ແລະ ດຶງດູດລູກຄ້າເທົ່າທີ່ຄວນ ຈຶ່ງໄດ້ມີການປັບປຸງຈັດຕັ້ງເປັນກຸ່ມຜະລິດຂຶ້ນໃນປີ 2000 ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການຂອງຢີ່ປຸ່ນ.

ໄດ້ມີການຝຶກອົບຮົມໃຫ້ຄວາມຮູ້ເຕັກນິກວິທີການຕໍ່າ ແລະ ລວຍລາຍຕ່າງໆ ເພື່ອເປັນເອກະລັກຂອງຊົນເຜົ່າ ແລະ ມີຄວາມສວຍງາມ, ໃນວັນທີ 10 ມັງກອນ 2014, ຜະລິດຕະພັນຫັດຖະກໍາຕໍ່າແຜ່ນແພຜ້າລາຍໝາກປັດຂອງຊົນເຜົ່າກະຕູໄດ້ຮັບໃບຢັ້ງຢືນຮັບຮອງ ແລະ ປະກາດເປັນສິນຄ້າໂອດັອບ ໜຶ່ງເມືອງໜຶ່ງຜະລິດຕະພັນຂອງບ້ານຫ້ວຍຫູນໃຕ້ ແລະ ໄດ້ສືບຕໍ່ຈັດຕັ້ງປະຕິບັດເປັນກຸ່ມການຜະລິດ ຫັດຖະກໍາຕໍ່າແຜ່ນແພຂະໜາດນ້ອຍແບບຄອບຄົວ ການສ້າງກຸ່ມຫັດຖະກໍາ ເປັນການລວມຕົວຂອງບັນດາຫົວໜ່ວຍຄອບຄົວ ເພື່ອຈັດຕັ້ງເປັນກຸ່ມຫັດຖະກໍາ ເພື່ອສ້າງຄວາມເຂັ້ມແຂງທາງດ້ານການຈັດຕັ້ງ, ການຄຸ້ມຄອງ ແລະ ການຮ່ວມທຶນ ເພື່ອຜະລິດເປັນສິນຄ້າຕາມລາຍການຜະລິດຕະພັນ.

ຈົນມາຮອດປັດຈຸບັນ ກົມມໍລະດົກກະຊວງ ຖວທ ໄດ້ລົງມາເຄື່ອນໄຫວເກັບກໍາຂໍ້ມູນການຕໍ່າແຜ່ນແພດັ່ງກ່າວ ເພື່ອສະເໜີພາກສ່ວນກ່ຽວ ຂ້ອງຮັບຮອງເປັນມູນມໍລະດົກລະດັບທ້ອງຖິ່ນໃນຕໍ່ໜ້າ.

ທີ່ມາ: ພອນໄຊ ແກ້ວມະນີ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...