ພຣະທາດສີໂຄດຕະບອງ

ພຣະທາດ​ສີ​ໂຄດ​ຕະບອງ ພຣະທາດເມືອງເກົ່າ​ ທີ່ຕັ້ງ​ຢູ່ບ້ານ​ ມ່ວງສຸມ, ເມືອງ ທ່າແຂກ, ແຂວງຄຳມ່ວນ ຕາມ​ທາງ​ ເລກທີ 11 ​ໃຕ້, ຫ່າງ​ຈາກ​ຕົວເມືອງ ​ທ່າ​ແຂກ ໄປທາງທິດໃຕ້ປະມານ 6 ກິ​​ໂລ​ແມັດ, ທິດຕາເວັນຕົກຂອງທາດ ຕິດກັບແຄມຝັ່ງແມ່ນ້ຳຂອງ ເຊິ່ງບໍລິເວນນີ້ ເຄີຍເປັນໃຈກາງ ຂອງອະດີດເມືອງຫຼວງ ທີ່ເກົ່າແກ່ຂອງອານາຈັກລ້ານຊ້າງ. ເປັນອີກສະຖານທີ່ທ່ອງທ່ຽວທາງວັດທະນະທຳຂອງແຂວງຄຳມ່ວນ ທີ່ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄປທ່ຽວຊົມກາບໄຫວ້ເປັນປະຈຳ ແລະ ຍັງເປັນພຣະທາດເກົ່າແກ່ທີ່ຢູ່ຄູ່ບ້ານຄູ່ເມືອງຂອງຊາວແຂວງຄຳມ່ວນນຳອີກ.

ພຣະທາດອົງນີ້ ກໍ່ດ້ວຍດິນຈີ່ທາປູນ, ຖານເປັນຮູບສີ່ຫຼ່ຽມແບບດວງປີ ຍອດແຫຼມ, ການກໍ່ສ້າງພຣະທາດສີໂຄດຕະບອງ ແມ່ນຢູ່ໃນສະໄໝດຽວກັນກັບ ພຣະທາດພຣະນົມ, ພຣະທາດຫຼວງ, ພຣະທາດອີງຮັງ ແລະ ທາດບັງພວນ ເຊິ່ງສະກຸນຊ່າງ ສິລະປະກໍ່ສ້າງ ຂອງລາວລ້ານຊ້າງ.

ຖານແຕ່ລະດ້ານຂອງ ພຣະທາດສີໂຄດຕະບອງຍາວ 14.33 ແມັດ, ສູງ 28.89 ແມັດ, ບໍລິເວນຕີນພຣະທາດ ກວ້າງດ້ານລະ 25 ແມັດ, ສູງ 30 ແມັດ, ຍອດທາດປະດັບດ້ວຍ ເກດຕະສັດ 7 ຊັ້ນ ໃນແກນເປັນເຫຼັກເກດຕະສັດ ເຮັດດ້ວນເງິນ ແລະ ຄຳ, ປາຍເກດຕະສັດ ມີໂຄມແກ້ວ (ປັດຈຸບັນບໍ່ມີ), ສະເພາະເກດຕະສັດສູງ 2 ແມັດ).

ປັດຈຸບັນ, ພຣະທາດສີໂຄດຕະບອງ (ທາດເມືອງເກົ່າ) ເປັນປູສະນີຍະສະຖານ ແລະ ໄດ້ກາຍເປັນສັນຍະລັກຂອງ ແຂວງ ຄຳມ່ວນ. ໃນທຸກໆປີ ຈະມີມະໂຫລານງານບຸນສະເຫຼີມສະຫຼອງ ອົງພຣະທາດ ຫຼື ຄົນທ້ອງຖິ່ນເອີ້ນວ່າ ບຸນທາດເມືອງເກົ່າ, ຈັດຂຶ້ນໃນ ເດືອນ ສາມເພັງ (ປະມານກາງໆເດືອນ ກຸມພາ ຂອງທຸກປີ).

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...