ສາລະວັນ ພ້ອມເປັນເຈົ້າພາບ ຈັດງານກິລານັກຮຽນທົ່ວປະເທດ ຄັ້ງທີ VII ທ້າຍປີ 2024.

ແຂວງສາລະວັນ ພ້ອມແລ້ວທີ່ຈະເປັນເຈົ້າພາບທີ່ດີ ໃນການຈັດງານມະຫາກໍາແຂ່ງຂັນກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ລະຫວ່າງວັນທີ 13-22 ທັນວາ 2024 ແລະ ໄດ້ກໍານົດໃຫ້ມີການຊີງໄຊທັງໝົດ 134 ລາຍການ, ໃນນັ້ນ ມີ 396 ຫຼຽນຄຳ, 396 ຫຼຽນເງິນ ແລະ 526 ຫຼຽນທອງ, ລວມທັງໝົດ 1.318 ຫຼຽນ ພ້ອມທັງກຳນົດເອົາ ຫໍໄຕ ເປັນໂລໂກ ແລະ ໂຕຊ້າງ ເປັນສັດນຳໂຊກ.

ທ່ານ ປອ. ດາວວົງ ພອນແກ້ວ, ກຳມະການສູນກາງພັກ, ເຈົ້າແຂວງສາລະວັນ ຍັງໄດ້ໃຫ້ຮູ້ວ່າ: ງານມະຫາກໍາກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ແມ່ນເລີ່ມ ຈັດການແຂ່ງຂັນ ຄັ້ງທີ I ໃນປີ 1999 ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ເປັນຕົ້ນມາ ລັດຖະບານ ກໍຄືກະຊວງສຶກສາທິການ ແລະ ກິລາ ເຫັນໄດ້ຄວາມໝາຍຄວາມສຳຄັນ ຈຶ່ງໄດ້ກຳນົດນະໂຍບາຍ ໃນການສົ່ງເສີມຂະບວນການແຂ່ງຂັນກິລາຂອງນັກຮຽນມັດທະຍົມສຶກສາ ຢູ່ພາຍໃນສະຖານການສຶກສາທຸກຊັ້ນ, ທຸກສາຍ ທັງພາກລັດ ແລະ ເອກະຊົນ ຕາມ 5 ຫຼັກມູນຂອງການສຶກສາ ແນ່ໃສ່ສົ່ງເສີມການຮັກສາສຸຂະພາບ ແລະ ຕິດພັນກັບການສະກັດກັ້ນບັນຫາຢາເສບຕິດໃນສະຖານການສຶກສາ ຜັນຂະຫຍາຍໄປສູ່ບັນດາແຂວງເມືອງ ແລະ ກຸ່ມໂຮງຮຽນ, ໂຮງຮຽນ ໃຫ້ມີຂະບວນການຈັດງານແຂ່ງຂັນກິລາປະຈຳປີ ຢ່າງເປັນປົກກະຕິ.

ແຂວງ, ນະຄອນຫຼວງ, ເມືອງ, ນະຄອນ ທີ່ມີເງື່ອນໄຂ ກໍໄດ້ຜັດປ່ຽນກັນເປັນເຈົ້າພາບ ຈັດການແຂ່ງຂັນກິລານັກຮຽນມັດທະຍົມສຶກສາ ປະຈຳປີຂື້ນ ເພື່ອຄວາມສາມັກຄີ, ເພື່ອຮັກສາສຸຂະພາບ, ເພື່ອການຄັດເລືອກນັກກິລາຂອງຕົນເອງ ທີ່ມີພອນສະຫວັນ, ເປັນນັກກິລາລຸ້ນສືບທອດໃຫ້ທີມຊາດໃນອະນາຄົດ.

ບົດ​ຄວາມ​ທີ່​ຜ່ານ​ມາ
ບົດ​ຄວາມ​ຕໍ່​ໄປ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...