ສ່ອງເບິ່ງລາຄາດອກໄມ້! ໃນມື້ວັນແຫ່ງຄວາມຮັກ

ເມື່ອຮອດວັນແຫ່ງຄວາມຮັກ 14 ກຸມພາ ຂອງທຸກໆປີ ບັນດາໜຸ່ມສາວ ແລະ ຄົນທີ່ມີຄູ່ແຕ່ງງານໄປແລ້ວຫຼາຍຄູ່ ຫຼາຍຄົນ ກໍກຳລັງກຽມເຊີໄພ້ຄົນຮັກດ້ວຍຂອງຂັວນຕ່າງໆ ແຕ່ຂອງຂັວນທີ່ເປັນຍອດນິຍົມໃນທຸກໆປີ ກໍຄົງບໍ່ພົ້ນດອກໄມ້ໂດຍສະເພາະແມ່ນດອກກຸຫຼາບທີ່ເປັນສື່ກາງແຫ່ງການບອກຮັກໄດ້ດີ.

ຈາກການສອບຖາມແມ່ຄ້າຂາຍດອກໄມ້ຢູ່ເຂດທາງໂຄ້ງວົງວຽນດົງປ່າລານ ໃຫ້ຮູ້ວ່າ: ລາຄາດອກໄມ້ ດອກສະເພາະແມ່ນດອກກຸຫຼາບລາຄາບໍ່ແຕກຕ່າງກັນຫຼາຍ ເຊິ່ງເລີ່ມຕົ້ນດອກລະ 20.000 – 40.000 ກີບ ຂຶ້ນຢູ່ກັບຂະໜາດ ແລະ ສີຂອງດອກກຸຫຼາບ, ແຕ່ຖ້າຈັດເປັນຊໍ່ລາຄາກໍເພີ່ມຂຶ້ນຕາມຈຳນວນດອກໄມ້ ແລະ ຄ່າຊໍ່ ເປັນຕົ້ນຖ້າຈັດເປັນຊໍ່ 9 ດອກບວກໃສ່ກັບຄ່າຊໍ່ລາຄາກໍປະມານ 250.000 ກີບຕໍ່ຊໍ່.

ນອກຈາກດອກກຸຫຼາບແລ້ວ ກໍຍັງມີດອກໄມ້ປະເພດອື່ນນຳອີກ ເຊັ່ນ ດອກທານຕາວັນ ເຊິ່ງຂາຍເລີ່ມຕົ້ນດອກລະ 30.000 – 35.000 ກີບ ຈັດເປັນຊໍ່ 3 ດອກບວກຊໍ່ ລາຄາ 100.000 ກີບຕໍ່ຊໍ່ ແລະ ກໍຍັງມີດອກລິ່ນລີ້ທີ່ມີລາຄາເລີ່ມຕົ້ນດອກລະ 100.000 ກີບ ຈັດເປັນຊໍ່ 5 ດອກ ລາຄາ 700.000 ກີບ. ສ່ວນໃຜທີ່ຢາກໄດ້ເປັນຊໍ່ເງິນ ເພິ່ນກໍມີຄ່າຊໍ່ 250.000 ກີບ ບວກເງິນທີ່ຕ້ອງການໃສ່.

ເຖິງຢ່າງໃດກໍຕາມ ກ່ອນທີ່ຈະຊື້ດອກໄມ້ໃຫ້ຄົນຮັກ ກໍຢ່າລືມເບິ່ງງົບໃນກະເປົາແດ່ເດີ້ວ່າພໍສຳລັບດອກໄມ້ເພດໃດ ເພາະຖ້າເວົ້າເລື່ອງຄວາມຮັກແລ້ວ ບໍ່ວ່າດອກໄມ້ຈະຖືກ ຫຼື ແພງ ຂໍພຽງແຕ່ມອບໃຫ້ກັນດ້ວຍຄວາມຈິງໃຈ ຄວາມຮັກກໍສົດໃສຍິ່ງຂຶ້ນ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...