Monday, December 8, 2025
Kbank Laos โอน รับ จ่าย

Vietjet ຂະຫຍາຍຕາໜ່າງການບິນ ຫວຽດນາມ-ຈີນ ດ້ວຍການເປີດຕົວຖ້ຽວບິນ ນະຄອນໂຮ່ຈີມິນ – ເສີງຕູ່

*ຄ່າໂດຍສານເລີ່ມຕົ້ນພຽງແຕ່ 0 ໂດລາ ສໍາລັບເສັ້ນທາງລະຫວ່າງປະເທດທຸກເສັ້ນທາງ ສາມາດຈັບຈອງໄດ້ທຸກອາທິດ

(ນະຄອນຫຼວງວຽງຈັນ, ວັນທີ 12 ກຸມພາ 2024) – Vietjet ໄດ້​ສະເຫຼີມສະຫຼອງ​​ປີ​ໃໝ່​​ ດ້ວຍການ​ເລີ່ມເປີດ​ເສັ້ນທາງບິນ​ກົງ​ທີ່​ເຊື່ອມ​ຕໍ່​ ນະຄອນ ​ໂຮ່ຈີ​ມິນ ຫາ ​ເສີງຕູ່. ຖ້ຽວບິນໃໝ່ນີ້ ຈະເຮັດໃຫ້ນັກທ່ອງທ່ຽວໃນທະວີບມີທາງເລືອກໃນການເດີນທາງໃນຊ່ວງເດືອນມີນາ – ເມສານີ້. ພ້ອມ​ທັງ​ເພີ່ມ​ທະວີ​ການເຊື່ອມຕໍ່ທາງດ້ານການບິນ​ຂອງ​ຫວຽດນາມ ​ແລະ ຈີນ ພ້ອມ​ທັງ​ຊຸກຍູ້​ການ​ຄ້າ ​ແລະ ການ​ທ່ອງ​ທ່ຽວ​ລະຫວ່າງ 2 ປະ​ເທດ ​ແລະ ພາກ​ພື້ນ.

​ເປັນກຽດເຂົ້າ​ຮ່ວມ​ພິທີ​​ ທີ່ສະໜາມ​ບິນ​ສາກົນ Tan Son Nhat ມີ​ທ່ານ Wei Huaxiang, ກົງ​ສຸນ​ໃຫຍ່​ຈີນ​ປະຈຳ​ນະຄອນ​ໂຮ່ຈິ​ມິນ ​ແລະ ທ່ານ Michael Hickey, ຫົວໜ້າ​ຝ່າຍ​ປະຕິບັດ​ການ Vietjet. ພ້ອມ​ກັນ​ຕ້ອນຮັບ​ຜູ້​ໂດຍສານ​ໃນ​ຖ້ຽວ​ບິນ​ທຳ​ອິດ​ຢ່າງ​ອົບ​ອຸ່ນ ​ແລະ ​ໄດ້​ອວຍພອນ​ການ​ປະຕິບັດ​ງານ​ໃໝ່​​ໃນ​ປີ​ມັງກອນນີ້.

ເສັ້ນທາງ ໂຮ່ຈີມິນ-ເສີງຕູ່ ໃຫ້ບໍລິການຖ້ຽວບິນໄປກັບ 7 ຖ້ຽວຕໍ່ອາທິດ, ໃຊ້ເວລາບິນກວ່າ 4 ຊົ່ວໂມງຕໍ່ຖ້ຽວ. ຖ້ຽວ​ບິນ​ຈາກ​ສະ​ໜາມ​ບິນ​ສາ​ກົນ Tan Son Nhat ຢູ່​ນະ​ຄອນ​ໂຮ່​ຈິ​ມິນ​ ອອກ​ເດີນທາງ 19:10 (ຕາມ​ເວ​ລາ​ທ້ອງ​ຖິ່ນ) ແລະ ​ລົງ​ຈອດ​ຢູ່​ສະ​ໜາມ​ບິນ​ສາ​ກົນ Chengdu Tianfu (TFU) ໃນ​ເວ​ລາ 00:15 ນາທີ ມື້ຕໍ່​ມາ (ຕາມ​ເວ​ລາ​ທ້ອງ​ຖິ່ນ). ​ໃນ​ອີກ​ຖ້ຽວ​ໜຶ່ງ​ຈາກ​ເມືອງ ເສີງຕູ່, ຖ້ຽວ​ບິນ​ອອກ​ 00:50 ​ໂມງ (ຕາມ​ເວລາ​ທ້ອງ​ຖິ່ນ) ​ແລະ ​ຮອດ​ນະຄອນ​ໂຮ່ຈີ​ມິນ​ເວລາ 03:55 ​ໂມງ (ຕາມ​ເວລາ​ທ້ອງ​ຖິ່ນ).

ລາຄາປີ້ໂດຍສານພຽງ 0 ໂດລາ (ບໍ່ລວມພາສີ ແລະ ຄ່າທຳນຽມ) ທຸກໆວັນພຸດ, ວັນພະຫັດ ແລະ ວັນສຸກ ແມ່ນສາມາດຈອງໄດ້ແລ້ວທີ່ www.vietjetair.com ຫຼື ແອັບມືຖື Vietjet Air, ໄດ້ທຸກເສັ້ນທາງລະຫວ່າງປະເທດຂອງ Vietjet. ຜູ້ໂດຍສານຂອງ Vietjet ຈະໄດ້ຮັບປະກັນໄພການເດີນທາງ SkyCare ຟຣີເພື່ອການເດີນທາງທີ່ປອດໄພ.

ນະຄອນໂຮ່ຈີມິນ​, ຕັ້ງ​ຢູ່​ພາກ​ໃຕ້​ຂອງ​ຫວຽດນາມ ​ແມ່ນ​ສູນ​ກາງ​ເສດຖະກິດ ​ແລະ ການ​ຄົມມະນາຄົມ​ຂອງ​ປະ​ເທດ. ນັກ​ທ່ອງ​ທ່ຽວ​ສາ​ມາດມ່ວນຊື່ນກັບສະ​ຖານ​ທີ່ ​ທີ່​ເປັນ​ສັນ​ຍາ​ລັກ​ຄື: ຕະ​ຫຼາດ​ Ben Thanh, ຫໍ​ສະ​ໝຸດ​ກາງ ແລະ ​ພະ​ລາ​ຊະ​ວັງ​ເອ​ກະ​ລາດ ແລະ ​ອື່ນໆ​ອີກ​ຫຼາຍ​ແຫ່ງ. ນັກ​ທ່ອງ​ທ່ຽວ​ຍັງ​ສາມາດເພີດເພີນ​ກັບ​ລົດ​ຊາດ​ອາຫານຂອງ​ຫວຽດ​ນາມແທ້ໆ​ເຊັ່ນ: ເຝີ, Banh Mi, ກາ​ເຟ​ໃສ່ໄຂ່ ແລະ​ ຍັງ​ມີ​ອາ​ຫານອີກຫຼາຍຢ່າງ​. ນະຄອນ​ໂຮ່ຈິ​ມິນ ຍັງເປັນ​ປະຕູ​ສູ່​ບັນດາ​ຈຸດໝາຍ​ທີ່​ໜ້າຈັບ​ອົກ​ຈັບ​ໃຈ​ຂອງ ຝູກັວກ, ດາໜັງ, ດາ​ລັດ… ​ໃຊ້ເວລາ​ພຽງ 1 ຊົ່ວ​ໂມງ ຍ້ອນ​ວ່າເຄືອ​ຂ່າຍ Vietjet ທີ່ກວ້າງຂວາງ.

ຕັ້ງ​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ, ເມືອງ​ເສີງ​ຕູ່, ນະ​ຄອນ​ຫຼວງ​ຂອງ​ແຂວງ​ເສ​ສວນ, ເປັນ​ປະ​ຕູ​ສຳ​ຄັນ​ທີ່​ເຊື່ອມ​ຕໍ່​ຫຼາຍ​ຕົວ​ເມືອງ​ໃຫຍ່​ຂອງ​ຈີນ ​ແລະ ​ສາ​ກົນ. ຍັງເປັນ “ບ້ານເກີດເມືອງນອນ” ຂອງ ໝິີແພນດ້າ ແລະ ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ Jiuzhaigou – ມໍລະດົກໂລກທີ່ໄດ້ຮັບການຍອມຮັບຈາກອົງການ UNESCO. ນອກ​ຈາກ​ເສັ້ນ​ທາງ ​ເສີງ​ຕູ່ – ໂຮ່ຈີ​ມິນ, Vietjet ຍັງ​ໃຫ້ບໍລິການຖ້ຽວບິນ ຊຽງໄຮ້ – ໂຮ່ຈີ​ມິນ ແລະ ​ຖ້ຽວ​ບິນ​ອີກ​ຫຼາຍ​ຖ້ຽວ​ລະ​ຫວ່າງ​ຫວຽດ​ນາມ ແລະ ຕົວ​ເມືອງ​ອື່ນໆ​ຂອງ​ຈີນ​ຄື: Hangzhou, Tianjin, Xi’an, Shenzhen, Chongqing, Nanjing, Shijiazhuang, Harbin. , Lijiang ແລະ ອື່ນໆ.

ພິ​ເສດ, ​ໃນ​ຕອນ​ເຊົ້າ​ມື້ທຳອິດ​ຕົ້ນ​ປີ​ມັງກອນ, ຜູ້​ໂດຍສານ​ທີ່​ບິນ​ກັບ Vietjet ຢູ່​ສະໜາມ​ບິນ​ໃນ​ທົ່ວ​ຫວຽດນາມ ຈະ​ໄດ້​ຮັບ​ການ​ຕ້ອນຮັບ​ດ້ວຍ​ຮອຍ​ຍິ້ມ, ຄຳອວຍພອນ ​ແລະ ​ເງິນ​ຂອງຂວັນ​ຈາກ​ບັນດາ​ການ​ນຳ, ພະນັກງານ, ​ເຮືອ​ບິນ Vietjet ​ເພື່ອ​ແບ່ງປັນ​ຄວາມ​ມ່ວນຊື່ນ ​ແລະ ຄວາມ​ສຸກໃນເທດສະການກຸດຫວຽດ.

ບິນກັບ Vietjet, ຜູ້ໂດຍສານສາມາດເພີດເພີນກັບອາຫານຫວຽດນາມ ແລະ ສາກົນເຊັ່ນ: Banh mi, Pho, dimsum, ແລະ ອື່ນໆ ໃຫ້ບໍລິການໂດຍພະນັກງານຫ້ອງໂດຍສານທີ່ເປັນມືອາຊີບ ແລະ ພ້ອມໃຫ້ບໍລິການໃນເຮືອບິນທີ່ທັນສະໄໝ  ແລະ ເປັນມິດກັບສິ່ງແວດລ້ອມ.

Vietjet ຈະເປີດເສັ້ນທາງ ວຽງຈັນ-ໂຮຈິມິນ ໃນອາທິດໜ້າ ວັນທີ 25 ກຸມພາ 2024 ໂດຍມີຖ້ຽວບິນໄປກັບ 4 ຖ້ຽວຕໍ່ອາທິດ ຄື: ວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ, ເຊິ່ງໃຊ້ເວລາບິນພຽງແຕ່ 1 ຊົ່ວໂມງ 45 ນາທີເທົ່ານັ້ນ. ນັກ​ທ່ອງ​ທ່ຽວ​ຈາກ​ລາວ​ສາມາດ​ຖື​ໂອກາດ​ນີ້​ໃນ​ການ​ເດີນທາງ​ໄປ​ຫວຽດນາມ, ຍັງສາມາດເດີນທາງໄປ​ບັນດາ​ຈຸດໝາຍ​ປາຍທາງ​ເພື່ອສຳຜັດກັບປະສົບ​ການ ການເດີນທາງທີ່ໜ້າ​ຈົດ​ຈຳ​ໃນ​ລະດູໃບໄມ້ປົ່ງ​ທີ່​ຈະ​ມາ​ເຖິງ​ນີ້.

ຂໍ້ມູນເພີ່ມຕື່ມໄດ້ທີ່ www.vietjetair.com

Media contact:

Bigblue Agency Laos

Call: +85620 78911848 (Lath)

Vietjet

Ms. Kieu Duong (Amy)

Email: kieuduong@vietjetair.com

Cell: +84 932 775 066

More from author

Related posts

Latest posts

ຫຼວງພະບາງພາວເວີ ເປີດ “ຫິງຫ້ອຍ ສະຕູດິໂອ” ສູນຮຽນຮູ້ຫັດຖະກຳ ສົ່ງເສີມພັດທະນາທັກສະອາຊີບສູ່ຊຸມຊົນຫຼວງພະບາງ ສືບສານພູມປັນຍາທ້ອງຖິ່ນ

ເມື່ອບໍ່ດົນມານີ້, ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ຜູ້ດຳເນີນການ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ (LPHPP) ເປີດໂຕ "ຫິງຫ້ອຍ ສະຕູດິໂອ (Hinghoi Studio)" ພື້ນທີ່ຮຽນຮູ້ ແລະ ສ້າງສັນເພື່ອພັດທະນາອາຊີບດ້ານຫັດຖະກຳ ສົ່ງເສີມການສ້າງລາຍໄດ້ ແລະ ຍົກລະດັບທັກສະຝີມືໃຫ້ປະຊາຊົນໃນພື້ນທີ່ອ້ອມຮອບໂຄງການ ພ້ອມເປີດໂອກາດໃຫ້ເດັກນ້ອຍ ແລະ ເຍົາວະຊົນໄດ້ຮຽນຮູ້ ແລະ ຕໍ່ຍອດສູ່ການປະກອບອາຊີບໃນອະນາຄົດ

ຢຸດເຮັດ! 5 ຂໍ້ນີ້ ທີ່ເຮັດໃຫ້ມືຖືເພໄວ ແລະ ຂໍ້ມູນຫາຍ! (ຫຼາຍຄົນຍັງເຂົ້າໃຈຜິດ)

ມືຖືເຄື່ອງແພງໆ ຢ່າປ່ອຍໃຫ້ເພໄວ້! ຖ້າໃຜຍັງເຮັດ 5 ຂໍ້ນີ້ຢູ່ ຮັບຮອງວ່າ ມືຖືທ່ານຈະເສື່ອມໄວ ແຖມຂໍ້ມູນສຳຄັນອາດຈະຫາຍໄດ້ງ່າຍໆ! ມາເບິ່ງວ່າທ່ານເຮັດຜິດຂໍ້ໃດແດ່?

Vietjet ໄດ້ເປີດຂາຍປີ້ຍົນລາຄາສູນໄປເກາະ ກ່ອນເດົາ (Con Dao), ເຊິ່ງເປັນສະຖານທີ່ພັກຜ່ອນເກາະແຫ່ງໃໝ່ທີ່ກຳລັງມາແຮງໃນອາຊີຕາເວັນອອກສ່ຽງໃຕ້

(ນະຄອນຫຼວງວຽງຈັນ, ວັນທີ 3 ທັນວາ 2025) – ສາຍການບິນ Vietjet ໄດ້ສະເຫຼີມສະຫຼອງການກັບມາຂອງຖ້ຽວບິນໂດຍກົງຈາກ ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ໄປຍັງ ກ່ອນເດົາ (Con Dao), ເຊິ່ງເປັນສະຖານທີ່ຫາດຊາຍທະເລຂອງຫວຽດນາມທີ່ກຳລັງດຶງດູດຄວາມສົນໃຈເພີ່ມຂຶ້ນ, ດ້ວຍໂປຣໂມຊັນພິເສດ 3 ວັນ ທີ່ໃຫ້ປີ້ຍົນໃນລາຄາ LAK 0 (ບໍ່ລວມອາກອນ ແລະ ຄ່າທໍານຽມ).