5 ສະໝຸນໄພ ຂັບຂີ້ກະເທີ່

ອາການໄອ ເປັນກົນໄກໜຶ່ງທີ່ຮ່າງກາຍພະຍາຍາມກຳຈັດສິ່ງແປກປອມໃນຮ່າງ ກາຍອອກມາ, ແຕ່ບາງເທື່ອ ອາການໄອກໍອາດເປັນສັນຍານເຕືອນຂອງຮ່າງກາຍ ວ່າມີຄວາມຜິດປົກກະຢູ່ ຫຼື ບໍ່ ຖ້າມີອາການໄອເລັກໜ້ອຍ ແລ້ວບໍ່ມີຢາແກ້ໄອຂັບຂີ້ກະເທີ່ຕິດບ້ານ ກໍອາດຈະລອງເຂົ້າໄປເບິ່ງໃນຄົວ ຊອກຫາສະໝຸນໄພແກ້ໄອທີ່ສາມາດຂັບຂີ້ກະເທີ່ໄດ້.

ຕໍ່ໄປນີ້ແມ່ນ 5 ສະໝຸນໄພໃກ້ໂຕທີ່ສາມາດຊ່ວຍທັງ ແກ້ໄອ ແລະ ຂັບຂີ້ກະເທີ່ ໄດ້ພ້ອມ:

  1. ໝາກນາວ (Lime)

ເວລາໄອເຈັບຄໍ ຫຼາຍໆຄົນກໍແນະນຳໃຫ້ດື່ມນ້ຳໝາກອຸ່ນໆ ຫຼື ນ້ຳເຜິ້ງຜະສົມໝາກໜາວ, ເພາະນ້ຳອຸ່ນ ແລະ ໝາກນາວ ຈພຊ່ວຍລະລາຍຂີ້ກະເທີ່, ນອກຈາກນີ້ ໃນໝາກນາວມີກົດ (citric acid) ນອກຈາກຈະມີສັບພະຄຸນຫຼຸດການອັກເສບ ຊ່ວຍກຳຈັດເຊື້ອໂຣກທີ່ເຮັດໃຫ້ເຈັບຄໍ ແລ້ວຍັງມີລິດຫຼຸດໄຂ້ ແກ້ກະຫາຍນ້ຳນຳອີກ.

ສູດໝາກນາວແກ້ໄອ: ຄັ້ນນ້ຳໝາກນາວໃຫ້ໄດ້ປະມານ 2-3 ບ່ວງແກງ ຜະສົມກັບເກືອ ຫຼື ລະລາຍໃນນ້ຳອຸ່ນເລັກໜ້ອຍ ດື່ມເທື່ອລະໜ້ອຍແຕ່ດື່ມຕະຫຼອດ.

Whole and sliced ginger root

2. ຂິງ (Ginger)

ຂິງ ຊ່ວຍບັນເທົາອາການໄອແຫ້ງໆ ເນື່ອງຈາກມີຄຸນສົມບັດຕ້ານການອັກເສບ, ນອກຈາກນີ້ ຍັງຊ່ວຍບັນເທົາອາການປຸ້ນທ້ອງ, ເປັນວິນ ໄດ້ນຳອີກ; ຜົນການວິໄຈອັນໜຶ່ງເຜີຍໃຫ້ຮູ້ວ່າ: ສານປະກອບຕ້ານການອັກເສບໃນຂິງບາງຊະນິດ ສາມາດຜ່ອນຄາຍເຍື່ອບຸໃນທາງເດີນຫາຍໃຈ ເຊິ່ງຈະຊ່ວຍຫຼຸດອາການໄອ.

ສູດຂິງແກ້ໄອ: ຊົງຊາຂິງ ຫຼື ນ້ຳຂິງ ແລ້ວຊອຍຂິງສົດໃຫ້ເປັນແຜ່ນບາງໆ ລົງໃນຈອກນ້ຳຮ້ອນ, ອາດຈະຕື່ມນ້ຳໝາກນາວລົງໄປນຳ ຖ້າຫາກໃຫ້ເດັກນ້ອຍກິນ ເພາະຈະຊ່ວຍເຮັດໃຫ້ຣົດຊາດດີຂຶ້ນ ກິນງ່າຍຂຶ້ນ.

3. ໝາກຂາມ (Tamarind)

ໝາກຂາມ ເປັນໝາກໄມ້ທີ່ມີຣົດຊາດສົ້ມຄືກັບໝາກນາວ ມີວິຕາມິນສູງ ເຊິ່ງໃນຝັກໝາກຂາມແກ່ມີສານສຳຄັນ ໄດ້ແກ່ ກົດທາຣ໌ທາຣິກ (tartaric acid) ໝາກຂາມ ຊ່ວຍບັນເທົາອາການໄອ, ບັນເທົາອາການໄຂ້, ເຮັດໃຫ້ຊຸ່ມຄໍ, ຊື່ນໃຈ ແລະ ຊ່ວຍລະລາຍຂີ້ກະເທີ່.

ສູດໝາກຂາມແກ້ໄອ: ໝາກຂາມ ສາມາດກິນແບບສົດໆໄດ້ ຄືໃຊ້ຝັກໝາກຂາມແກ່ຈ້ຳເກືອກິນໄດ້ເລີຍ ຫຼື ຄັ້ນນ້ຳຜະສົມເກືອ ຄ່ອຍໆ ຈິບ ເພື່ອບັນເທົາອາການໄອ.

4. ໝາກນັດ (Pineapple)

ຢູ່ໃນໝາກນັດ ມີໂບຣມີເລນ (Bromelain) ຊຶ່ວອາດຊ່ວຍປິ່ນປົວອາການໄອໄດ້ ໂດຍ ໂບຣມີເລນ ເປັນເອນໄຊມ໌ຈາກໝາກນັດ ມີຄຸນສົມບັດຕ້ານການອັກເສບ ແລະ ອາດມີຄຸນສົມບັດລະລາຍຂີ້ກະເທີ່ໄດ້ນຳອີກ, ແຕ່ທັງນີ້ກໍບໍ່ຄວນກິນ ຫຼື ດື່ມນ້ຳໝາກນັດ ຫຼາຍຈົນເກີນໄປ ເພາະອາດຈະເກີດຜົນເາຍກັບຮ່າງກາຍໄດ້.

ສູດໝາກນັດແກ້ໄອ: ໃຊ້ໝາກນັດຄັ້ນນ້ຳສົດ ຕື່ມເກືອເລັກໜ້ອຍ ແລ້ວນຳມາຈິບເບົາໆ ເພື່ອໃຫ່ຊຸ່ມຄໍ, ແກ້ໄອ ແລະ ລະລາຍຂີ້ກະເທີ່.

5. ໝາກຂາມປ້ອມ (Indian Gooseberry)

ຕາມຕຳລາບູຮານກ່າວໄວ້ວ່າ ຂອງທີ່ມີຣົດຊາດສົ້ມທຸກຊະນິດ ຊ່ວຍລະລາຍຂີ້ກະເທີ່ໄດ້ ແລະ ປັດຈຸບັນມີການສຶກສາພົບວ່າ ໃນໝາກຂາມປ້ອມ ມີສານທີ່ລະລາຍນ້ຳໄດ້ ມີລິດລະລາຍຂີ້ກະເທີ່.

ສູດໝາກຂາມປ້ອມແກ້ໄອ: ຈະກິນສົດໆ ກໍໄດ້ ຫຼື ໃຊ້ນວນໝາກຂາມປ້ອມສົດຕົ້ມກັບນ້ຳ ໃສ່ເກືອເລັກໜ້ອຍ ແລ້ວເອົາມາດື່ມແບບຈິບໆ ເພື່ອແກ້ໄອ ຂັບຂີ້ກະເທີ່.

#ສະໝຸນໄພແກ້ໄອ #ສຸຂະພາບ #ອາການໄອ

#ອິນໄຊລາວ #InsideLaos ສາລະດີໆ ມີຢູ່ບ່ອນນີ້.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...