8 ມີນາ ເລື່ອງໃດທີ່ເຈົ້າຢາກຂໍໂທດແມ່ຫຼາຍທີ່ສຸດ

ເຊື່ອວ່າ ຫຼາຍຄົນກໍອາດຈະເຄີຍຫຼົງເຮັດໃຫ້ແມ່ເສຍໃຈບໍ່ວ່າຈະເປັນຄຳເວົ້າ ຫຼື ການກະທຳ ລອງກັບໄປຕັ້ງແຕ່ຕອນທີ່ເຮົາຍັງນ້ອຍ ໄຮ້ດຽງສາ ຈົນຕອນທີ່ເຮົາໃຫຍ່ກ້າໜ້າບານ ວ່າເຮົາເຮັດໂຕດີກັບແມ່ຜູ້ໃຫ້ກຳເນີດເຮົາແລ້ວຫຼືບໍ?  ມືນ້ອຍໆ ທີ່ແມ່ຄ່ອຍເບິ່ງແຍງຖະນຸຖະນອມ ບາງຄົນໃຫຍ່ມາກັບໃຊ້ມືນັ້ນເຮັດສິ່ງບໍ່ໍດີເຮັດໃຫ້ແມ່ເສຍໃຈ.

ຢາກໃຫ້ທຸກຄົນຖືໂອກາດວັນແມ່ນີ້ມາທົບທວນຕົນເອງເບິ່ງດຸວ່າ ເຮົາໄດ້ຂໍໂທດແມ່ໃນບາງສິ່ງທີ່ເຮົາເຮັດຜິດໄປແລ້ວຫຼືບໍ? ແລະ ຖ້າຢາກຂໍໂທດ ເຈົ້າຄິດຫາເລື່ອງໃດຫຼາຍທີ່ສຸດ…

ຍຸພິນ ນັກສຶກສາ ປີ 2 ທີ່ວິທະຍາໄລແຫ່ງໜຶ່ງ ບອກວ່າ: ຕົນເອງຢາກຂໍໂທດທີ່ບາງຄັ້ງຫງຸດຫງິດ ໃຈຮ້າຍໃສ່ແມ່ ເວລາທີ່ເພິ່ນເຮັດຫຍັງບໍ່ໄດ້ ດັ່ງໃຈ ຈົນບາງຄັ້ງເຮົາລືມໄປວ່າ ແມ່ກໍອາຍຸຫຼາຍແລ້ວ ຈະໃຫ້ເຮັດຫຍັງໄດ້ໄວຄືເຮົາຍັງໜຸ່ມນ້ອຍກະບໍ່ໄດ້ແລ້ວ.

ນີໂນ້ ພະນັກງານການຕະຫລາດຢູ່ບໍລິສັດແຫ່ງໜຶ່ງ ບອກວ່າ: ຫຼັງຮຽນຈົບກໍລຸຍໃສ່ວຽກຫາເງິນລູກດຽວ ຈົນບໍ່ຄ່ອຍໄດ້ໂທຫາ ບໍ່ຄ່ອຍໄດ້ ເຫັນໜ້າ ບໍ່ຄ່ອຍໄດ້ກິນເຂົ້າຄົບໜ້າຄົບຕາກັນຄືຜ່ານມາ ກໍຢາກຂໍໂທດແມ່ໃນຈຸດນີ້ ທີ່ບໍ່ມີເວລາໃຫ້ແມ່ເລີຍ.

ເຫດການເຫຼົ່ານີ້ປາກົດໃຫ້ເຫັນຢ່າງຫຼວງຫຼາຍ ແຕ່ມັນກໍບໍ່ແມ່ນສິ່ງທີ່ຜິດ ເພາະດ້ວຍຄວາມຄິດ ໄວ ແລະ ປະສົບການໃຊ້ຊີວິດທຸກຄົນບໍ່ຄືກັນ ຕອນເຮົາຍັງນ້ອຍຍັງຢູ່ໃນໄວມ່ວນຊື່ນ ຕິດໝູ່ເພື່ອນ ຢາກເຮັດສິ່ງໃໝ່ໆທີ່ທ້າທ້າຍ ແຕ່ມັນດີສໍ່າໃດແລ້ວທີ່ເຮົາຍັງມີແມ່ທີ່ຄອຍບອກສອນ ເຕືອນສະຕິ ມອບຄວາມຮັກ ຄວາມຫ່ວງໄຍໃຫ້ຕະຫຼອດເວລາ ຮັກແບບບໍ່ມີເງືອນໄຂ ພຽງແຕ່ແມ່ບາງຄົນ ກໍມີການສະແດງຄວາມຮັກຕໍ່ລູກ ແຕກຕ່າງກັນໄປ ລູກບາງຄົນບໍ່ເຂົ້າໃຈກໍຕີຄວາມໝາຍຄວາມຮັກນັ້ນໄປທາງລົບຈົນເຮັດໃຫ້ບໍ່ມັກ ບໍ່ພໍໃຈ ຈົນບາງຄັ້ງກໍເຮັດໃຫ້ແມ່ເສຍໃຈ ເຊັ່ນກັນ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...