ຢາກເປັນ influencer ແຕ່ເຂົາເຫັນເປັນພຽງແຕ່ Entertainer

ເປັນຄົນຂອງສັງຄົມ ແຕ່ໄປວຽກໃດ ເຂົາກໍໃຫ້ແຕ່ຮອຍຍິ້ມ ຢາກຈະໄດ້ຣີວິວຜະລິດຕະພັນເປັນ influencer ກັບເຂົາແດ່ ແຕ່ສຸດທ້າຍ ເຈົ້າຂອງຜະລິດຕະພັນຊ້ຳພັດເບິ່ງເຮົາເປັນພຽງແຕ່ Entertainer.

ຄວາມຈິງແລ້ວ ການເປັນຜູ້ໃຫ້ຄວາມບັນເທີງ ຫຼື Entertainer ນັ້ນ ກໍບໍ່ແມ່ນເລື່ອງເສຍຫາຍຫຍັງ ແລະ ການໄດ້ຮັບເຊີນໄປງານຕ່າງໆ ກໍໜ້າຈະດີຢູ່ ແຕ່ໃນໂລກອອນລາຍແລ້ວ ຖ້າໄດ້ເປັນ “ຜູ້ຊົງອິດທິພົນທາງຄວາມຄິດ” ຫຼື influencer ນັ້ນ ຍ່ອມຈະດີກວ່າ ເບິ່ງຢ່າງສິລະປິນເກົາຫຼີ ບໍ່ວ່າຈະຢິບຈັບອັນໃດ ກໍມີຄົນເຮັດຕາມເປັນຕົວຢ່າງກັນເປັນແຖວ.

ສຳລັບໃຜທີ່ຄິດວ່າ ສັງຄົມລາວ ເຂົາມັກຕິດຕາມແຕ່ສິລະປິນແຫ່ງຊາດ, ແລ້ວສິລະປິນລາວ ຈະໄປສ້າງອິດທິພົນທາງຄວາມຄິດໄດ້ແນວໃດ ຂໍບອກໄວ້ເລີຍວ່າ ການເປັນ influencer ບໍ່ຈຳເປັນຕ້ອງເປັນສິລະປິນໃຫຍ່ ພຽງແຕ່ເປັນສິລະປິນອອນລາຍ ກໍສາມາດເຕີບໃຫຍ່ໃນສາຍອາຊີບນີ້ໄດ້ ພຽງແຕ່ໃຫ້ເຂົ້າໃຈວ່າ Entertainer ກັບ influencer ນັ້ນ ຕ່າງກັນແບບໃດກັນແທ້!

ລອງມາປຽບທຽບກັນເບິ່ງວ່າ ໂດຍໃຫ້ຕາຕະລາງທາງດ້ານຊ້າຍເປັນ Entertainer ແລະ ທາງດ້ານຂວາເປັນ influencer

Entertainerinfluencer
ສ້າງສັນຄອນເທັ້ນທີ່ໃຫ້ຄວາມບັນເທີງສ້າງຄອນເທັ້ນທີ່ກ່ຽວຂ້ອງກັບໂຕເອງ
ມີອິດທິພົນດ້ານອາລົມ ເຊັ່ນ: ຕາຫຼົກ, ເສົ້າ, ມີຄວາມສຸກ ຂອງຜູ້ຕິດຕາມມີອິດທິພົນທາງດ້ານຄວາມຄິດ ແລະ ພຶດຕິກຳ ໃນການໃຊ້ຊີວິດຂອງກຸ່ມຜູ້ຕິດຕາມ
ສະແດງອອກເພື່ອດຶງດູດຄວາມສົນໃຈໃຫ້ຜະລິດຕະພັນທີ່ຈັບຕ້ອງສະແດງອອກເຖິງການໃຊ້ຊີວິດ ຫຼື ຄວາມເຊື່ອຂອງຕົນ ທີ່ມີຕໍ່ສິນຄ້າ ແລະ ບໍລິການທີ່ໃຊ້ຢູ່
ມີເນື້ອຫາທີ່ຫຼາກຫຼາຍມີເນື້ອຫາສະເພາະດ້ານ ເຊັ່ນ: ຄວາມງາມ, ການທ່ອງທ່ຽວ ແລະ ອື່ນໆ
ເນັ້ນທີ່ຍອດໄລ້ ແລະ ຍອດວິວເນັ້ນທີ່ປະຕິສຳພັນກັບກຸ່ມຜູ້ຕິດຕາມຜ່ານພື້ນທີ່ຄອມເມັ້ນ

ຈະເຫັນໄດ້ວ່າ ສິ່ງທີ່ເຮັດໃຫ້ Entertainer ກັບ influencer ແຕກຕ່າງກັນຫຼາຍທີ່ສຸດ ຄືຄວາມໜ້າເຊື່ອຖືໃນການໃຊ້ສິນຄ້າ ຫຼື ບໍລິການ ແລະ ການມີປະຕິສຳພັນກັບຜູ້ຕິດຕາມຢ່າງໃກ້ຊິດ ຢ່າງເປັນທຳມະຊາດ ເຊິ່ງແນ່ນອນວ່າ ທັງໝົດເປັນສິ່ງທີ່ຕ້ອງໃຊ້ເວລາຝຶກຝົນ  ສ້າງຄວາມຊຳນານສະເພາະດ້ານ ເພື່ອສ້າງຄວາມແຕກຕ່າງໂດຍເປັນຕົວຂອງຕົວເອງ ແລະ ບໍ່ລອກຮຽນແບບໃຜ.

ເຊິ່ງຖ້າເຮົາມີຄວາມມຸ່ງໝັ້ນ ແລະ ເຮັດວຽກໜັກພໍ ເຮົາກໍມີໂອກາດ ທີ່ຈະປະສົບຄວາມສຳເລັດໃນການເປັນ influencer ໄດ້ເຊັ່ນກັນ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...