ຮູ້ຈັກກັບ! ເມືອງລາວບູຮານ ໃນສະໄໝກ່ອນ.

ຕາມການຄົ້ນຄວ້າຂອງນັກບູຮານຄະດີ ແລະ ນັກປະຫວັດສາດໄດ້ຢັ້ງຢືນໃຫ້ພວກເຮົາຮູ້ວ່າ ຂະບວນ ວິວັດແຫ່ງການກໍ່ຕັ້ງອານາຈັກເມືອງ (ນະຄອນລັດ) ຂອງຄົນລາວໃນດິນແດນລາວນັ້ນມີຄວາມເປັນມາ ອັນຍາວນານ ແລະ ສະຫຼັບຊັບຊ້ອນ. ບັນດານັກປະຫວັດສາດກໍມີຫຼາຍທັດສະນະກ່ຽວກັບການກໍ່ຕັ້ງ ອານາຈັກຂອງຄົນລາວ. ເຖິງຢ່າງໃດກໍຕາມ, ພໍສາມາດສະຫຼຸບໄດ້ວ່າກຸ່ມຄົນທີ່ຕັ້ງຖິ່ນຖານຢູ່ໃນ ແຜນດິນລາວ ປະກອບມີຫຼາຍຊົນເຜົ່າເຊັ່ນ: ມອນ-ຂະແມ, ລາວ-ໄຕ, ຈີນ-ທິເບດ ແລະ ມົ້ງ-ອິວມຽນປະສົມປະສານ ເຂົ້າກັນ, ມີທັງກຸ່ມຄົນທີ່ກຳເນີດຢູ່ທີ່ນີ້ ແລະ ເຄື່ອນຍ້າຍ ໄປມາໃນຂົງເຂດໃກ້ຄຽງ.

ບັນດາກຸ່ມຄົນເຫຼົ່ານີ້ບໍ່ມີກຸ່ມຄົນໃດດຳລົງຊີວິດເປັນເອກະລາດສະເພາະ. ພວກເຂົາເຈົ້າດໍາລົງຊີວິດ ຮ່ວມກັນ ແລະ ຄ່ອຍເຊື່ອມປະສານເຕົ້າໂຮມເຂົ້າກັນດ້ວຍການສໍາພັນທາງເຄື່ອຍາດ, ການຍອມຮັບ ວິລະກຳຂອງບຸກຄົນ ແລະ ຄວາມຄ້າຍຄືກັນທາງດ້ານປະເພນີ, ວັດທະນະທໍາ ແລ້ວ ພັດທະນາຂຶ້ນ ມາເປັນເມືອງ, ແຄວ້ນ ຫຼື ອານາຈັກຂອງຕົນເອງຂຶ້ນເທິງແຜ່ນດິນລາວລ້ານຊ້າງໃນສະໄໝບູຮານ; ເຊິ່ງ ປະກົດມີຫຼາຍເມືອງ, ຫຼາຍແຄວ້ນທີ່ມີລັກສະນະຮູບແບບການປົກຄອງຄ້າຍຄືລັດໜຶ່ງທີ່ມີຊື່ຮຽກເອີ້ນ ແຕກຕ່າງກັນໄປເຊັ່ນ: ວຽງ, ຊຽງ, ນະຄອນ, ແຄວ້ນ, ອານາຈັກ ແລະ ເມືອງ.

ບັນດາເມືອງເຫຼົ່ານັ້ນ ຕັ້ງກະແຈກກະຈາຍກັນຢູ່ລຽບຕາມທົ່ງພຽງແຄມແມ່ນໍ້າຂອງ ແລະ ສາຂາ ຂອງມັນ ເຊິ່ງຮວມມີບັນດາເມືອງສໍາຄັນດັ່ງນີ້: ເມືອງແຖນ, ເມືອງຊວາ, ເມືອງວຽງຈັນ, ເມືອງສີໂຄດ ຕະບອງ, ເມືອງພວນ, ເມືອງຈຳປານະຄອນ ແລະ ເມືອງອື່ນໆອີກທາງດິນແດນຝັ່ງຂວາຂອງແມ່ນໍ້າຂອງ.

ຕົວຢ່າງບັນດາເມືອງລາວບູຮານສໍາຄັນຕ່າງໆເຊັ່ນ:

ເມືອງສີໂຄດຕະບອງ

ເປັນອານາຈັກເມືອງທີ່ເກົ່າແກ່ຂອງລາວ, ມີສູນກາງການປົກຄອງທໍາອິດຕັ້ງຢູ່ ລ້ອງແມ່ນໍ້າເຊບັ້ງໄຟຫ່າງຈາກປາກແມ່ນໍ້າປະມານ 15 ກິໂລແມັດ. ອານາຈັກນີ້ສ້າງຕັ້ງຂຶ້ນໃນ ລະຫວ່າງ ສະຕະວັດທີ 1 ກ່ອນ ຄ.ສ; ເປັນອານາຈັກເມືອງໜຶ່ງທີ່ມີຄວາມຮຸ່ງເຮືອງ ແລະ ມີອານາເຂດກວ້າງໃຫຍ່ ພໍສົມຄວນ.

ເມືອງຊວາ

ເມືອງຊວາປັດຈຸບັນມີຊື່ວ່າ ຫຼວງພຣະບາງ ເປັນເມືອງໜຶ່ງທີ່ສ້າງຕັ້ງຂຶ້ນກ່ອນສະຕະວັດທີ VIII ໂດຍ ແມ່ນກຸ່ມຄົນລະວ້າເປັນຜູ້ສ້າງຕັ້ງກ່ອນໝູ່: ມີສາມຕະກຸນຄອບຄອງຄື: ຕະກຸນນັນທາ, ຕະກຸນພະຍານາກ, ຕະກຸນຈັນທະພານິດ, ຕາມຕຳນານອຸລັງຄະທາດ ແລະ ພົງສາວະດານເມືອງຫຼວງພຣະບາງບອກວ່າ: ຫຼວງພຣະບາງ ເດີມແທ້ມີຊື່ວ່າ “ເມືອງຊວາ” ຕາມນາມຂອງຜູ້ສ້າງຕັ້ງທໍາອິດຊື່ວ່າ: “ຂຸນຊວາ”.

ເມືອງວຽງຈັນ

ເປັນເມືອງເກົ່າແກ່ຂອງລາວ ຕັ້ງຢູ່ພາກກາງຂອງປະເທດກວມເອົາສອງຟາກຝັ່ງແມ່ນໍ້າ ຂອງ: ມີອານາເຂດກວມເອົາດິນແດນບໍລິເວນແຂວງນະຄອນຫຼວງວຽວຈັນ, ແຂວງ ວຽງຈັນ, ສ່ວນໜຶ່ງຂອງແຂວງ ບໍລິຄໍາໄຊ ແລະ ແຂວງໜອງຄາຍໃນປັດຈຸບັນ.

ເມືອງພວນ

ເມືອງພວນ ມີອານາເຂດຕັ້ງຢູ່ໃນບໍລິເວນພູພຽງແຂວງ ຊຽງຂວາງ ໃນປັດຈຸບັນ, ເປັນ ເມືອງບູຮານ ໜຶ່ງຂອງລາວທີ່ມີປະຫວັດຄວາມເປັນມາອັນຍາວນານ ແລະ ມີຊື່ສຽງໂດ່ງດັງໄປທົ່ວໂລກ. ເຫດຜົນ ກໍເພາະວ່າເມືອງພວນເປັນດິນແດນທີ່ມີຮ່ອງຮອຍອະລິຍະທຳອັນເກົ່າແກ່ຄືໄຫຫີນຊຶ່ງສັນນິຖານວ່າ ມີອາຍຸໃນລະຫວ່າງສະຕະວັດທີ X ຫາ ສະຕະວັດທີ V ກ່ອນ ຄ.ສ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...