ງົດອາຫານຍາມບ່າຍ ດີຕໍ່ລຳໄສ້ນ້ອຍ

ລຳໄສ້ນ້ອຍປຽບດັ່ງໂຮງງານ ທີ່ປ່ຽນຮູບອາຫານ ໃຫ້ມີຂະໜາດນ້ອຍລົງຈົນຮ່າງກາຍ ສາມາດດູດຊຶມໄປໃຊ້ໄດ້. ດັ່ງນັ້ນ ມັນຈຶ່ງມີເວລາເຮັດວຽກ ແລະ ຕ້ອງການເວລາສຳລັບພັກຜ່ອນຄືກັນ.

ທ່ານຮູ້ບໍວ່າ ຖ້າຮ່າງກາຍຂອງເຮົາບໍ່ໄດ້ຮັບເຂົ້າເຊົ້າ ຈະເປັນການທຳຮ້າຍລຳໄສ້ນ້ອຍໃຫ້ອ່ອນແອ ແລະ ສົ່ງຜົນໄລຍະຍາວ ເພາະຖ້າຫາກບໍ່ມີອາການມາລໍຖ້າຍ່ອຍ ລຳໄສ້ນ້ອຍກໍຈະຍ່ອຍໂຕເອງ ຊຶ່ງເປັນຄວາມຟົກຊຳ້ພາຍໃນທີ່ເຮົາເບິ່ງບໍ່ເຫັນ ແລ້ວລຳໄສ້ນ້ອຍກໍຈະເຮັດວຽກໂດຍປ່ຽນຮູບອາຫານທີ່ໄດ້ຈາກຕອນເຊົ້າ ທັງ ຄາໂບໄຮເດຣດ (ທາດແປ້ງ), ໄຂມັນ, ເກືອແຮ່ ເປັນພະລັງງານທັງໝົດ ກ່ອນຮອດເວລາກິນເຂົ້າສວາຍ.

ໄລຍະເວລາທີ່ລຳໄສ້ນ້ອຍເຮັດວຽກໄດ້ດີທີ່ສຸດ ຄື ຕັ້ງແຕ່ເວລາ 13-15 ໂມງ. ດັ່ງນັ້ນ ເຮົາຈຶ່ງຄວນງົດກິນອາຫານທຸກປະເພດ ໃນຕອນນີ້ ເພື່ອໃຫ້ລຳໄສ້ນ້ອຍ ເຮັດໜ້າທີ່ດູດຊຶມອາຫານ ແລະ ນຳໄປສ້າງກົດ ອະມີໂນ ເສີມສ້າງຈຸລັງສະໝອງ ແລະ ສ້ອມແຊມທີ່ຟົກຊໍ້າ.

ດັ່ງນັ້ນ ຈຶ່ງເປັນເຫດຜົນທີ່ວ່າ ເວລາທີ່ເຮົາມີບັນຫາກັບລະບົບທາງເດີນອາຫານ ເປັນຫຍັງທ່ານໝໍຈຶ່ງຢໍ້າວ່າ ໃຫ້ເຮົາກິນອາຫານໃຫ້ຖືກເວລາ ລວມເຖິງງົດອາຫານມັນ ແລະອາຫານທອດ ເພາະລຳໄສ້ນ້ອຍ ບໍ່ສາມາດດູດຊຶມໄດ້ ແຖມຍັງເຮັດໃຫ້ເກີດແກ໊ດອີກດ້ວຍ.

#ສຸຂະພາບ #ການກິນອາຫານ

#ອິນໄຊລາວ #InsideLaos ສາລະດີໆ ມີຢູ່ບ່ອນນີ້.

More from author

Related posts

Latest posts

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.