ແຮງງານລາວ​ກັບ​ບ້ານຟຣີ ບໍ່ຕ້ອງເສຍຄ່າຜ່ານແດນໄທ ໃນ​ຊ່ວງວັນ​ສົງ​ການ

ວັນທີ່ 20 ກຸມພາ 2019 ພົນຕຳຫຼວດເອກ ອະດຸນ ແສງສິງແກ້ວ ລມຕ ແຮງງານ ເປັນປະທານໃນການປະຊຸມ ຄະນະອະນຸກຳມະການປະສານງານ ການຈັດການບັນຫາແຮງງານຕ່າງດ້າວ ແລະການຄ້າມະນຸດດ້ານແຮງງານ (ອກນຣ.) ຄັ້ງທີ 1/2562 ໃນທີ່ປະຊຸມມີມະຕິເຫັນດີ ໃນການຜ່ອນຜັນໃຫ້ແຮງງານຕ່າງດ້າວ 3 ສັນຊາດ ໄດ້ແກ່ ກຳປູເຈຍ, ລາວ, ມຽນມາ ທີ່ໄດ້ຮັບອະນຸຍາດ ເຮັດວຽກ ໃນຕຳແໜ່ງ ແມ່ບ້ານ, ກຳມະກອນ, ຜູ້ປະສານງານດ້ານພາສາ ແລະຊ່າງເຄື່ອງຍົນ ໃນເຮືອປະມົງທະເລ ທີ່ມີໄລຍະເວລາ ການອະນຸຍາດໃຫ້ຢູ່ໃນໄທ ບໍ່ກາຍ ວັນທີ່ 30 ເມສາ 2019.

ແຮງງານທັງ 3 ປະເທດ ສາມາດເດີນທາງເຂົ້າ-ອອກ ໄດ້ຕັ້ງແຕ່ ວັນທີ່ 5-30 ເມສາ 2019 ໂດຍບໍ່ມີຄ່າໃຊ້ຈ່າຍໃນການຜ່ານແດນ.

ສ່ວນແຮງງານເຮືອປະມົງທະເລ ທີ່ຖືໜັງສືຄົນປະຈຳເຮືອ (Seabook) ຈະຕ້ອງຂໍຮັບການລົງຕາປະທັບ (VISA) ປະເພດຄົນຢູ່ຊົ່ວຄາວ (Non-Immigrant L-A) ທີ່ໄລຍະເວລາການອະນຸຍາດ ບໍ່ກາຍວັນທີ່ 30 ເມສາ 2019 ໃຫ້ແລ້ວຮຽບຮ້ອຍກ່ອນ ຈຶ່ງຈະເດີນທາງກັບໄດ້.

ຖ້າວ່າ ແຮງງານຕ່າງດ້າວກຸ່ມດັ່ງກ່າວ ເດີນທາງເຂົ້່າໄທ ຫຼັງ 30 ເມສາ 2019 ຈະຕ້ອງຂໍຮັບການລົງປະທັບຕຼາ (VISA) ປະເພດຄົນຢູ່ຊົ່ວຄາວ (Non-Immigrant L-A) ທີ່ດ່ານກວດຄົນເຂົ້າເມືອງ ເຊິ່ງໄລຍະເວລາການອະນຸຍາດໃຫ້ຢູ່ ຈະເທົ່າກັບໄລຍະເວລາເກົ່າທີ່ເຄີຍໄດ້ຮັບ ແລະຕ້ອງເສຍຄ່າທຳນຽມການປະທັບຕຼາ (VISA) ຕາມທີ່ກົດໝາຍກຳນົດ ຄື 2,000 ບາດ.

ທີ່​ມາ: ສຳ​ນັກ​ຂ່າວ​ໄທ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,