ໃນວັນທີ 22 ກຸມພາ 2019 ທີ່ຫ້ອງຮັບແຂກທະນາຄານແຫ່ງ ສປປ ລາວ, ໄດ້ມີການຈັດຕັ້ງພິທີມອບ-ຮັບໃບຍ້ອງຍໍຂັ້ນທະນາຄານແຫ່ງ ສປປ ລາວ ໃຫ້ແກ່ຜູ້ອໍານວຍການທະນາຄານ ເມແບັງ ໂດຍການໃຫ້ກຽດມອບຂອງທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ແລະ ຮັບໂດຍທ່ານ ລິມ ໄວ ຮຸງ (Lim Wai Hoong) ຜູ້ອໍານວຍການທະນາຄານ ເມແບັງສາຂາລາວ ໂດຍຊ່ອງໜ້າຂອງພະນັກງານທັງ 2 ຝ່າຍ.

      ການມອບ-ຮັບໃບຍ້ອງຍໍໃນຄັ້ງນີ້ ແມ່ນເປັນການຍ້ອງຍໍທະນາຄານເມແບັງໂດຍສະເພາະທ່ານ ລິມ ໄວ ຮຸງ ທີ່ໄດ້ມີການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ – ສັງຄົມຂອງ ສປປ ລາວ ຊຶ່ງນັບແຕ່ທ່ານໄດ້ຮັບຕໍ່າແໜ່ງເປັນຜູ້ອໍານວຍການທະນາຄານ ເມແບັງສາຂາລາວໃນປີ 2008 ໂດຍທ່ານໄດ້ລະດົມແຫຼ່ງທຶນຈໍານວນໜຶ່ງ ເພື່ອສົ່ງເສີມການດໍາເນີນທຸລະກິດທະນາຄານ ແລະ ນອກນີ້ໃນປີ 2013 ທ່ານໄດ້ເປັນເຈົ້າການຊຸກຍູ້ໃນການປະກອບສ່ວນເຂົ້າໃນການຊ່ວຍເຫຼືອສັງຄົມທາງດ້ານການສຶກສາ-ສາທາລະນະສຸກ ຊຶ່ງມີມູນຄ່າຫຼາຍກ່ວາ 200 ລ້ານກີບ ແລະຍັງໄດ້ປະກອບສ່ວນເຂົ້າຊ່ວຍເຫຼືອບໍລິຈາກເງິນຈໍານວນ 2 ແສນລິງກິດ (ສະກຸນເງິນຕາມາເລເຊຍ) ຫຼື ທຽບເທົ່າ 400 ລ້ານກ່ວາກີບ ໂດຍຜ່ານອົງການ MERCY ປະເທດມາເລເຊຍ ເພື່ອຊ່ວຍເຫຼືອໃຫ້ແກ່ຜູ້ປະສົບໄພນໍ້າຖ້ວມທີ່ເມືອງ ສະໜາມໄຊ, ແຂວງອັດຕະປື ແລະຊ່ວຍສ້າງຫໍພັກຍິງໃຫ້ແກ່ໂຄງການຕໍ່າຫູກ ຢູ່ແຂວງຊຽງຂວາງ ທີ່ໄດ້ສໍາເລັດໃນປີ 2018.

ທະນາຄານ ເມ​ແບັ​ງ​ເປັນ​ກຸ່ມ​ທີ່​ໃຫ້​ບໍ​ລິ​ການທາງ​ການ​ເງິນ​ຊັ້ນ​ນຳ​ຂອງ​ອາ​ຊີ ແລະ ເມ​ແບັງ​ເປັນ​ທະ​ນາ​ຄານທີ່​ໃຫ້​ບໍ​ລິ​ການ​ໃນ​ພາກ​ພື້ນມາ​ຕັ້ງແຕ່​ປີ 1960 ຊຶ່ງ​ໃນ​ປີດ​ຽວ​ກັນ​ກໍ່​ໄດ້​ເປີດ​ສາ​ຂາຢູ່​ປະ​ເທດສິງ​ກະ​ໂປ, ບ​ຣຼູ​ໄນຊຶ່ງຫຼັກໆແລ້ວແມ່ນຢູ່​ໃນ​ບັນ​ດາ​ປະ​ເທດ​ອາ​ຊຽນແລະ​ຍັງ​ເປັນ​ກຸ່ມ​ທະ​ນາ​ຄານທີ່​ໃຫ້​ບໍ​ລິ​ການ​ໃນທັງ​ໝົດ 10 ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ;ເມ​ແບັງເປັນ​ທະ​ນາ​ຄານຂອງ​ປະ​ເທດ​ມາ​ເລ​ເຊຍຊຶ່ງ​ປັດຈຸ​ບັນໄດ້ຈັດ​ຢູ່​ໃນ​ອັນ​ດັບ 1 ຂອງ​ປະ​ເທດ​ມາ​ເລ​ເຊຍແລະຢູ່ຈັດ​ຢູ່​ໃນ 5 ອັນ​ດັບ​ຕົ້ນຂອງອາ​ຊີ​ຕາ​ເວັນ​ອອກ, ​ມີ​ສາ​ຂາ​ຫຼາຍກວ່າ 2.400 ສາ​ຂາໃນ 20 ປະ​ເທດ ແລະ​ມີ​ພະ​ນັກ​ງານຫຼາຍກ​ວ່າ 45 ພັນຄົນ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ທະ​ນາ​ຄານ​ເມ​ແບັງ​ສາ​ຂາ​ລາວໄດ້​ເປີດ​​ໃຫ້​ບໍ​ລິ​ການຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 5 ເດືອນ​ພະ​ຈິກປີ 2012, ມີ​ສຳ​ນັກ​ງານ​ຕັ້ງ​ຢູ່ບ້ານຫັດ​ສະ​ດີເມືອງ​ຈັນ​ທະ​ບູ​ລີນະ​ຄອນຫຼວງແລະ ​ສືບ​ຕໍ່ຂະ​ຫ​ຍາຍ​ທຸ​ລະ​ກິດໂດຍ​ການ​ເປີດສາ​ຂາ​ທີ 2 ທະ​ນາ​ຄານ​ເມ​ແບັງ​ສາ​ຂາ​ໜອງ​ດ້ວງໃນ​ວັນ​ທີ7 ​ມີ​ນາປີ2016 ມີ​ສຳ​ນັກ​ງານ​ຕັ້ງ​ຢູ່ບ້ານໜອງ​ດ້ວງ​ເໜືອເມືອງ​ສີ​ໂຄດ​ຕະ​ບອງນະ​ຄອນຫຼວງວຽງຈັນເຊິ່ງການ​ບໍ​ລິ​ການ​ທຸ​ລະ​ກຳ​ທາງການ​ເງິນມີການຝາກ-ຖອນ; ການ​ສະ​ໜອງ​ສິນ​ເຊື່ອໄລ​ຍະ​ຍາວ; ການ​ສະ​ໜອງ​ສິນ​ເຊື່ອ​ທາງ​ການ​ຄ້າ; ການ​ແລກ​ປ່ຽ​ນ​ເງິນ​ຕາ; ການ​ໂອນ​ເງິນ ແລະ ການບໍລິການ ຕູ້ ATM.

Hits: 10

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້