Monday, March 24, 2025

ລາວ-ກຳປູເຈຍ ເປີດກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ຄັ້ງທີ 13

ກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກຳປູເຈຍ (JC) ຄັ້ງທີ 13 ໄດ້ຈັດຂຶ້ນໃນວັນທີ 22 ກຸມພາ 2019, ທີ່ ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະທ່ານ ປລາກ ໂຊຄົນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະຮ່ວມມືສາກົນ ແຫ່ງຣາຊະອານາຈັກ ກຳປູເຈຍ, ປະທານຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ກຳປູເຈຍ-ລາວ, ພ້ອມດ້ວຍຫົວໜ້າເຈົ້າໜ້າທີ່ອາວຸໂສ ລາວ-ກຳປູເຈຍ ແລະພາກສ່ວນຕ່າງໆທີ່ກ່ຽວຂ້ອງທັງສອງປະເທດເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ດຳເນີນໄປໃນທ່າມກາງບັນຍາກາດ ແຫ່ງໄມຕີຈິດມິດຕະພາບ ແລະຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນ, ຊຶ່ງທັງສອງຝ່າຍ ໄດ້ທົບທວນຄືນຜົນການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມ (JC) ຄັ້ງທີ 12 ທີ່ໄດ້ລົງນາມຮ່ວມກັນ ທີ່ ຊຽມຣຽບ, ຣາຊະອານາຈັກ ກຳປູເຈຍ, ໃນເດືອນທັນວາ ປີ 2014 ທີ່ຜ່ານມາ ແລະໄດ້ສືບຕໍ່ປຶກສາຫາລືແລກປ່ຽນຄວາມຄິດເຫັນ ກ່ຽວກັບ ການຮ່ວມມືສອງຝ່າຍໃນດ້ານຕ່າງໆ ໂດຍສະເພາະແມ່ນ ການຮ່ວມມືດ້ານຄວາມໝັ້ນຄົງ ແລະປ້ອງກັນຊາດ, ການຮ່ວມມືດ້ານເສດຖະກິດ ແລະວິຊາການ, ການຮ່ວມມືດ້ານວັດທະນະທຳ ແລະສັງຄົມ, ການຮ່ວມມືດ້ານເສດຖະກິດພາກພື້ນ ແລະສືບຕໍ່ຊຸກຍູ້ການຮ່ວມມືໃນດ້ານອື່ນໆເຊັ່ນ: ວຽກງານຊາຍແດນ, ການຮ່ວມມືດ້ານກົງສຸນ, ການຄ້າ, ການສຶກສາ ແລະສາທາລະນະສຸກ. ສອງຝ່າຍ ຍັງວາງແນວທາງການພົວພັນຮ່ວມມືສອງຝ່າຍໃຫ້ກວ້າງຂວາງ ແລະມີປະສິດທິຜົນນັບມື້ນັບຫຼາຍຂຶ້ນ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ ແລະກຳປູເຈຍ.

ນອກນີ້, ສອງຝ່າຍ ໄດ້ຮ່ວມກັນຕີລາຄາສູງ ຕໍ່ການພົວພັນ ແລະການຮ່ວມມື ລະຫວ່າງສອງປະເທດ ທີ່ໄດ້ຮັບການສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊຶ່ງເຫັນໄດ້ຈາກຜົນສຳເລັດການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງ ແລະໃນລະດັບວິຊາການ ນັບທັງສູນກາງ ແລະທ້ອງຖິ່ນ ຂອງສອງປະເທດ ຢ່າງເປັນປົກກະຕິ. ອັນພົ້ນເດັ່ນພິເສດ ແມ່ນການຢ້ຽມຢາມຢ່າງເປັນທາງການຂອງ ສົມເດັດ ອັກຄະມະຫາເສນາ ບໍດີ ເຕໂຈ ຮຸນ ແຊນ, ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກ ກໍາປູເຈຍ, ໃນຕົ້ນເດືອນທັນວາ 2018 ທີ່ຜ່ານມາ, ຊຶ່ງເປັນການປະກອບສ່ວນອັນສຳຄັນຢ່າງຍິ່ງເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີຖານຍາດພີ່ນ້ອງບ້ານໃກ້ເຮືອນຄຽງ ແລະ ການຮ່ວມມື ລະຫວ່າງສອງປະເທດ ແລະ ປະຊາຊົນສອງຊາດ ລາວ-ກຳປູເຈຍ ທີ່ມີມູນເຊື້ອຍາວນານມານັ້ນໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ. ນອກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນຕໍ່ບັນຫາພາກພື້ນ ແລະສາກົນ ທີ່ຕ່າງຝ່າຍມີຄວາມສົນໃຈຮ່ວມກັນ.

ພາຍຫຼັງສຳເລັດກອງປະຊຸມດັ່ງກ່າວ, ທັງສອງຝ່າຍໄດ້ຮ່ວມກັນລົງນາມ ເພື່ອຮັບຮອງເອົາບົດບັນທຶກກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກຳປູເຈຍ (JC) ຄັ້ງທີ 13 ດ້ວຍຜົນສໍາເລັດອັນຈົບງາມ.  ສໍາລັບກອງປະຊຸມ (JC) ຄັ້ງທີ 14 ແມ່ນຝ່າຍກຳປູເຈຍ ຈະເປັນເຈົ້າພາບ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ຂະຫຍາຍການເຊື່ອມຕໍ່ທົ່ວໂລກດ້ວຍການບໍລິການໃໝ່ເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ອິນເດຍ ແລະ ຍີ່ປຸ່ນ

(ນະຄອນຫຼວງວຽງຈັນ, 21 ມີນາ 2025) – VietJet ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນຳໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ໂຮ່ຈີມິນ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີມິນ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫຼົ່ານີ້ນຳເອົາຈຳນວນເສັ້ນທາງສາກົນໃໝ່ທັງໝົດຂອງ VietJet ຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.