ຍີ່ປຸ່ນ ຊ່ວຍເຫຼືອພັດທະນາຄວາມສາມາດຄົນພິການ ຢູ່ແຂວງຫົວພັນ

ລັດຖະບານຍີ່ປຸ່ນ ອະນຸມັດເງິນຊ່ວຍເຫລືອ ສປປ ລາວ ມູນຄ່າ 274.459 ໂດລາສະຫະ ລັດ ເພື່ອສະໜັບສະ ໜູນການກໍ່ສ້າງສູນຝຶກອົບຮົມ ແລະ ການຮຽນຮູ້ ເພື່ອພັດທະນາຄວາມສາມາດໃຫ້ກັບຜູ້ພິການ ໃຫ້ມີວຽກເຮັດງານທຳ ທີ່ເມືອງວຽງໄຊ ແຂວງຫົວພັນ.

ໂດຍທ່ານ ທາເຄຊິ ຮິຄິຮາຣະ ເອກອັກຄະ ຣາຊະທູດ ຍີ່ປຸ່ນປະຈຳ ສປປ ລາວ ແລະ ທ່ານ ນາງ ໂທມິໂກະ ມາອາຈິມະ ປະທານອົງການພັດທະ ນາຄົນພິການ ອາຊີ(ADDP) ໄດ້ຮ່ວມລົງນາມໃນສັນຍາ ຮັບເອົາທຶນດັ່ງກ່າວ ໃນວັນທີ 28 ກຸມ ພາ 2019 ນີ້ ທີ່ນະຄອນຫລວງວຽງຈັນ.

ໂຄງການດັ່ງກ່າວ ຈະໄດ້ຮັບການສ້າງຂຶ້ນ ພາຍຫລັງທີ່ໄດ້ຮັບທຶນຊ່ວຍເຫລືອ ຈາກລັດຖະບານຍີ່ປຸ່ນໃນຄັ້ງນີ້ ເພື່ອເປັນບ່ອນຮຽນຮູ້ ແລະ ສາມາດເຂົ້າເຖິງການຝຶກວິຊາຊີບ ຂອງຄົນພິການທາງພາກເໜືອ ໂດຍສະເພາະແຂວງຫົວພັນ ເຊິ່ງຈະຊ່ວຍໃຫ້ເຂົາເຈົ້າເພີ່ມທັກສະໃນດ້ານຕ່າງໆ ເປັນຕົ້ນແມ່ນ ການຈັດສວນ ແລະ ປູກຜັກ ຜ່ານການຝຶກອົບຮົມວິຊາຊີບ ເຊິ່ງເປັນການພັດທະນາຄວາມສາມາດ ໃນການມີວຽກເຮັດງານທຳ ສາມາດສ້າງລາຍໄດ້ ເພິ່ງຕົນເອງ ກຸ້ມຕົນເອງຂອງຄົນພິການລາວ.

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...