Friday, May 1, 2026
Kbank Laos โอน รับ จ่าย
-->

ບຸກຄົນທີ່ສົມຄວນຍົກຍ້ອງ “ມະຫາສິລາ ວີຣະວົງສ໌” ຜູ້ຮ່ວມອອກແບບທຸງຊາດລາວ,ນັກອັກສອນສາດຄົນທຳອິດ,ນັກປະຫວັດສາດ,ນັກ​ໂຫ​ລາ​ສາດ ແລະ​ອື່ນໆ


ມະຫາສິລາ ວີຣະວົງສ໌

ມະຫາສິລາ ວີຣະວົງສ໌ ກ່ອນ​ທີ່​ເພິ່ນ​ຍັງ​ບໍ່​ທັນ​ເສຍ​ຊີ​ວິດ ແມ່ນເປັນພະນັກງານຊ່ຽວຊານ ຢູ່ສະຖາບັນຄົ້ນຄວ້າວິທະຍາສາດສັງຄົມ, ກະຊວງສຶກສາທິການ, ທ່ານເປັນຜູ້ຊົງຄຸນວຸດທິ ທີ່ໃຫ້ຄໍາປຶກສາຫລາຍດ້ານຢູ່ໃນສະຖາບັນ ເຊັ່ນ : ປະຫວັດສາດ, ພາສາ-ວັນນະຄະດີ, ອັກສອນສາດ, ໂຫລາສາດ.

ໃນພິທີຊາປະນະກິດສົບ ມີແຂກຜູ້ມີກຽດ ທັງລາວ ແລະ ຕ່າງປະເທດ ໄປຮ່ວມສະແດງຄວາມເຄົາລົບ ແລະ ໄວ້ອາໄລແ​ດ່ທ່ານ ເປັນຈໍານວນມາກ. ທ່ານ ພູມີ ວົງວິຈິດ ຜູ້ວ່າການແທນປະທານ ປະເທດ ໃນຂະນະນັ້ນ ກໍໄດ້ໃຫ້ກຽດໄປຮ່ວມພິທີດ້ວຍ.

ຕະຫລອດຊີວິດຂອງທ່ານ ມະຫາສິລາ ໄດ້ອຸທິດຕົນເພື່ອການຟື້ນຟູ ພາສາ-ວັນນະຄະດີ ແລະ ອັກສອນສາດລາວ, ໄດ້ຕໍ່ສູ້ຕ້ານກັບພວກທີ່ຢາກເອົາອັກສອນລາແຕງ ມາໃຊ້ແທນອັກສອນລາວ ໃນຕົ້ນຊຸມປີ 1930 ແລະ ເມື່ອມີມະຕິຕົກລົງໃຫ້ໃຊ້ອັກສອນ ລາວ ຂຽນພາສາລາວແລ້ວ ທ່ານກໍໄດ້ພະຍາຍາມເສີມຂະຫຍາຍອັກສອນລາວ ໃຫ້ທັນສະໄຫມຂຶ້ນ ໂດຍເພີ່ມວັນນະຍຸດເຂົ້າ ເພື່ອໃຫ້ອ່ານຫນັງສືລາວງ່າຍຂຶ້ນ, ແຕ່ງຫລັກໄວຍາກອນລາວຂຶ້ນ ເພື່ອໃຫ້ການຂຽນຫນັງສືລາວເປັນລະບຽບ ຖືກຕ້ອງຕາມ ຫລັກເກນ, ແຕ່ງວັດຈະນານຸກົມພາສາລາວ, ປະລິວັດຫນັງສືວັນນະຄະດີບູຮານ ມາເປັນອັກສອນສະໄຫມໃຫມ່ ດັ່ງທີ່ເຮົາໄດ້ອ່ານກັນຢູ່ໃນທຸກວັນນີ້.

 ເຊັ່ນເລື່ອງ:

ສັງສິນໄຊ, ນາງຕັນໄຕ, ສຽວສະຫວາດ, ເວດສັນດອນຊາດົກ, ທ້າວຮຸ່ງທ້າວເຈືອງ ແລະ ອື່ນໆ.

ໃນດ້ານພຸດທະສາສະຫນາ ມະຫາສິລາ ເປັນອາຈານສອນພາສາບາລີ ຢູ່ໃນໂຮງຮຽນສົງ ຊຶ່ງຂຶ້ນກັບ ພຸດທະບັນດິດຕະ ສະພາ ຈັນທະບູລີ ອັນເປັນສະຖາບັນແຫ່ງ ທໍາອິດຂອງປະເທດລາວ ໃນຕົ້ນຊຸມປີ 1930 ທ່ານໄດ້ຂຽນ ຕໍາລາຮຽນພາສາບາລີ. ຊໍາລະແກ້ໄຂ ຫນັງສືສູດມົນ ແລະ ຕໍາລາຕ່າງໆ ສໍາລັບໃຊ້ໃນໂຮງຮຽນດັ່ງກ່າວນີ້.

ນອກນັ້ນ ຍັງໄດ້ຄໍານວນປະຕິທິນລາວ ອອກມາຮັບໃຊ້ເປັນເທື່ອທໍາອິດ ຄຽງຄູ່ກັບ ປະຕິທິນສາກົນ.

ໃນດ້ານປະຫວັດສາດ ທ່ານໄດ້ແຕ່ງປຶ້ມປະຫວັດສາດລາວ ຫົວທໍາອິດຂຶ້ນ ພິມໂດຍກະຊວງສຶກສາທິການ. ໃນຖານະທີ່ທ່ານເອງ ກໍເປັນນັກເຄື່ອນໄຫວຢູ່ໃນ ຂະບວນລາວອິດສະຫລະ ທ່ານຈຶ່ງມີສ່ວນຮ່ວມໃນການປະກາດເອກະລາດລາວ ໃນວັນທີ 12 ຕຸລາ 1945 ທັງໄດ້ຮັບກຽດເປັນທີ່ປຶກສາຂອງລັດຖະບານລາວອິດສະລະ ແລະ ເປັນຜູ້ຫນຶ່ງ ທີ່ຮ່ວມອອກແບບ ທຸງພະຈັນເພັງ ອັນກາຍມາເປັນທຸງຊາດໃນປັດຈຸບັນ.

ທີ່​ມາ​ຂອງ​ຂໍ້​ມູນ: ຖອກ​ມາ​ຈາກ ປຶ້ມ ຮີດ 12

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ຊີພີ ອໍລ໌ ລາວ ຈັດກິດຈະກໍາຍົກລະດັບ  ຄຸນນະພາບສິນຄ້າ ແລະ ພັດທະນາຜູ້ປະກອບການທ້ອງຖິ່ນ

ພິທີເປີດກອງປະ​ຊຸມເຜີຍ​ແຜ່​ການຍົກລະດັບຄຸນນະພາບສິນຄ້າຂອງ ສປປ ລາວ ເພື່ອພັດທະນາຜູ້ປະກອບການ ແລະ ຄູ່ຮ່ວມທຸລະກິດ ໃນການເຂົ້າເຖິງຕະຫຼາດຈຳໜ່າຍສິນຄ້າຂອງຮ້ານ 7-ELEVEN Laos ຄັ້ງທີ 1 ປີ 2026 ເຊີ່ງມີຜູ້ປະກອບການ ແລະ ຄູ່ຄ້າໃຫ້ຄວາມສົນໃຈເຂົ້າຮ່ວມເປັນຈໍານວນຫຼາຍ

“ພຣະສ່ຽງທວາຍ” ທີ່ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ

ພຣະສ່ຽງທວາຍ ທີ່ປະດິດສະຖານຢູ່ທີ່ ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ ເປັນພຣະເກົ່າແກ່ອີກອົງຫນຶ່ງ ທີ່ຜູ້ຄົນທັງຫລາຍໄດ້ສຳຜັດ ແລະຍົກຍໍຂຶ້ນເປັນປະຈຳ ພຣະອົງນີ້ເປັນເນື້ອທອງສຳຣິດ ສີອອກທອງນາກ ເປັນພຣະປັດເຈກພຣະພຸດທະເຈົ້າ ປະດິດສະຖານຢູ່ຫໍພຣະໄສຍາດຂອງວັດຊຽງທອງ ເມື່ອກ່ອນແມ່ນເອົາໄວ້ຫໍແຫ່ງນີ້ເປັນປະຈຳ ເມື່ອຫລາຍປີຜ່ານມາທາງວັດແມ່ນໄດ້ຂຶ້ນເກັບຮັກສາໄວ້ ແຕ່ຈະອາຣາດທະນາລົງມາໃຫ້ພຸດທະບໍຣິສັດທັງຫລາຍໄດ້ຍົກຍໍ ສ່ຽງທວາຍ ໃນຍາມທີ່ມີພິທີອາຣາດທະນາພຣະເຈົ້າໝ່ານລົງຫົດສົງພ້ອມ

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.