ສ.ເກົາຫລີ ຈະສືບຕໍ່ຊ່ວຍເຫຼືອປັບປຸງຊີວິດການເປັນຢູ່ ຂອງປະຊາຊົນຢູ່ ເມືອງ​ສະ​ໜາມ​ໄຊ

ລັດຖະບານ ສ.ເກົາຫຼື ຈະສືບຕໍ່ຊ່ວຍເຫຼືອປັບປຸງ ແລະຟື້ນຟູ ຊີວິດການເປັນຢູ່ ຂອງປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບ ຈາກສັນເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ຢູ່ເມືອງສະໜາມໄຊ ແຂວງ ອັດຕະປື ໃນປີ 2018 ຜ່ານມາເປັນຈຳນວນເງິນ 12 ລ້ານໂດລາສະຫະລັດ, ໃນ 5 ຂະແໜງການເປັນຕົ້ນ ດ້ານສາທາລະນະສຸກ, ການປົກປ້ອງເດັກນ້ອຍ, ສຶກສາ, ຊ່ວຍປັບປຸງຊີວິການເປັນຢູ່ຂອງປະຊາຊົນ ແລະ ການຄຸ້ມຄອງຄວາມສ່ຽງດ້ານໄພພິບັດ ເປັນໄລຍະເວລາ 5 ປີ (2019-2023), ເຊິ່ງຈະເລີ່ມຈັດຕັ້ງປະຕິບັດໂຄງການ ໃນເດືອນພຶດສະພາ 2019 ນີ້.

ທ່ານ ຊິນ ຊອງ ຊຸນ ເອກອັກຄະລັດຖະທູດ ສ.ເກົາຫລີ ປະຈຳ ສປປ ລາວ ກ່າວໃນພິທີຖະແຫຼງຂ່າວ ກ່ຽວກັບການຊ່ວຍເຫລືອ ຂອງ ສ.ເກົາຫລີ ຕໍ່ເຂດທີ່ໄດ້ຮັບຜົນກະທົບກໍຄືປະຊາຊົນ  ເມືອງສະໜາມໄຊ ແຂວງ ອັດຕະປື ໃນວັນທີ 5 ມີນາ 2019 ທີ່ນະຄອນຫລວງວຽງຈັນ ວ່າ: ຫຼັງ​ຈາກ​ໄດ້​ຮັບ​ຂ່າວ​ວ່າ​ເກີດ​ເຫດ​ການ​ແລ້ວ ລັດ​ຖະ​ບານ​ເກົາຫຼີ ກໍ່​ໄດ້​ຈັດ​ສົ່ງ​ທີມ​ງານກູ້​ໄພສຸກ​ເສີນ​ມາ​ຊ່ວຍ​ເຫຼືອ​ຈຳ​ນວນ 3 ຄັ້ງ​ຕິດ​ຕໍ່​ກັນ ພ້ອມ​ທັງໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ດ້ານ​ວັດ​ຖຸ ແລະ​ເງິນ​ຄຳ, ໃຫ້​ການ​ຊ່ວຍ​ເຫຼືອ​ໃນ​ການ​ຝຶກ​ອົບ​ຮົມ​ເພື່ອ​ປົກ​ປ້ອງ​ເດັກ​ໂດຍ​ມີ​ອົງ​ການ NGO ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ເຂົ້າ​ຮ່ວມ, ພິ​ເສດ​ລັດ​ຖະ​ບານ​ເກົາຫຼີ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ເຂົ້າ​ສານ​ຈຳ​ນວນ 1 ພັນ​ໂຕນ ເພື່ອ​ນຳ​ໄປ​ຊ່ວຍ​ເຫຼືອ​ບັນ​ເທົາ​ທຸກ​ແກ່​ປະ​ຊາ​ຊົນ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ.

​ປະຈຸບັນເຖິງວ່າ​ທາງ​ຄະ​ນະ​ສະ​ເພາະ​ກິດ ​ຍັງ​ບໍ່​ໄດ້​ປະ​ກາດ​ຜົນ​ຂອງ​ການ​ສືບ​ສວນ​ສາ​ເຫດ​ເຂື່ອນ​ແຕກ​ອອກ​ມາກໍ່​ຕາມ ແຕ່​ລັດ​ຖະ​ບານ ແລະ​ບໍ​ລິ​ສັດ​ເກົາຫຼີ​ ກໍ​ໄດ້​ຮັບ​ຜິດ​ຊອບ​ຢ່າງ​ເຕັມ​ທີ່​ຕໍ່ປະ​ຊາ​ຊົນ​ທີ່​ໄດ້​ຮັບ​ຜົນ​ເສຍ​ຫາຍ​ຈາກ​ເຫດ​ການ​ດັ່ງ​ກ່າວ, ປະ​ຈຸ​ບັນລັດ​ຖະ​ບານ​ເກົາຫຼີ​ ກຳ​ລັງ​ຂຶ້ນ​ແຜນຫຼາຍ​ຢ່າງ ເພື່ອ​ແນ​ໃສ່​ການ​​ຟື້ນ​ຟູ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃນ​ເຂດ​ທີ່​ໄດ້​ຮັບ​ອຸ​ທົກ​ກະ​ໄພ ແຕ່​ສຳ​ລັບ​ເນື້ອ​ໃນ​ລາຍ​ລະ​ອຽດ ລະ​ທິດ​ທາງ​ການ​ຊ່ວຍ​ເຫຼືອ​ໃນ​ສະ​ເພາະ​ໜ້ານັ້ນ ​ຍັງ​ຈະ​ໄດ້​ມີ​ການ​ປຶກ​ສາ​ຫາ​ລື​ກັນ​ຕື່ມ​ອີກ ເພື່ອ​ໃຫ້​ສອດ​ຄ່ອງ​ກັບ​ສະ​ພາບ​ຄວາມ​ເປັນ​ຈິງ.

ໄປ​ຄຽງ​ຄູ່​ກັບ​ການ​ຊ່ວຍ​ເຫຼືອ​ເພື່ອ​ຟື້ນ​ຟູ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຢູ່​ແຂວງ​ອັດ​ຕະ​ປື​ແລ້ວ, ລັດ​ຖະ​ບານສ.ເກົາຫຼີຍັງ​ຈະ​ເພີ່ມ​ງົບ​ປະ​ມານ​ການ​ຊ່ວຍ​ເຫຼືອ​ດ້ານ ODA ແກ່​ລາວຕາມ​ນະ​ໂຍ​ບາຍ​ໃໝ່​ສູ່​ພາກ​ໃຕ້​ຂອງ​ລັດ​ຖະ​ບານສ.ເກົາຫຼີເນື່ອງ​ຈາກ ສ​ປ​ປ ລາວ ເປັນ​ປະ​ເທດ​ບຸ​ລິ​ມະ​ສິດ​ເພື່ອ​ໃຫ້​ການ​ຊ່ວຍ​ເຫຼືອ​ເປັນ​ພິ​ເສດ​ຂອງ ສ.ເກົາຫຼີ.

ສຳ​ລັບ​ການ​ຊ່ວຍ​ເຫຼືອ​ຂອງ​ລັດ​ຖະ​ບານສ.ເກົາຫຼີ ໃນ​ໄລ​ຍະ​ຜ່ານ​ມາ​ສະ​ເພາ​ຢູ່​ເມືອງ​ສະ​ໜາມ​ໄຊ​ແຂວງ​ອັດ​ຕະ​ປື ​ມີ​ມູນ​ຄ່າ​ທັງ​ໝົດ 1.200,000 ໂດລາສະຫະລັດ ແລະໃນຕໍ່ໜ້າຄາດວ່າຈະໃຫ້ການຊ່ວຍເຫຼືອ 12 ລ້ານໂດລາສະຫະລັດ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,