ເປັນທາງການແລ້ວ ສຳ​ລັບຄີນິກຜິວໜັງອະໂສກອຸດອນ

ວັນທີ່ 4 ມີນາ 2019 ທີ່ອາຄານຄີນິກຜິວໜັງອະໂສກອຸດອນ ກົງກັນຂ້າມກັບສູນການຄ້າເຊັນທັນອຸດອນ ໄດ້ມີພິທີເປີດ​ຄີນິກຜິວໜັງອະໂສກອຸດອນ ຢ່າງເປັນທາງການແລ້ວ ໂດຍໄດ້ຮັບກຽດຈາກບຸກຄົນຈາກຫຼາຍວົງ​ການ ມາຮ່ວມສະແດງຄວາມຍີນດີນຳ.

ເຊັ່ນ: ທ່ານ ວັນໄຊ ຈັນທະພອນ ຮອງຜູ້ວ່າການຈັງຫວັດອຸດອນທານີ, ທ່ານ ອຳນາດ ຜະກາລັດ ອະດີດຜູ້ວ່າການຈັງຫວັດອຸດອນທານີ ແລະ ຈັງຫວັດສະກົນນະຄອນ, ທ່ານ ນັດທະພົງ (ສົມບັດ) ຕີິີວັດທະນະສຸວັນ ອະດີດຜູ້ວ່າການຈັງຫວັດ ຂອນແກນ, ທ່ານ ສະຫວາດ ທີລະລັດຕະນະນຸກຸນໄຊ ກົມກອງສະພາຫໍການຄ້າໄທ ແລະ ປະທານຫໍການຄ້າຈັງຫວັດອຸດອນທານີ, ທ່ານ ນາງນັດທະອອນ ແສນອຸດົມໂຊກ ຜູ້ບໍລິຫານ ບິກບລູ ເອເຈນຊີ ປະເທດລາວ, ທ່ານ ລິດທີເດດ ໂຄລສານ ປະຊາສຳພັນຈັງຫວັດອຸດອນທານີ ເປັນຕົ້ນ.

ໂດຍມີ ທ່ານໝໍ ປະຍູນ ເຈນຕະກູນໂຣດ ຜູ້ອຳນວຍການໂຮງໝໍໃນເຄື່ອຜິວໜັງອະໂສກ, ພັນຕຼີ ສອນພົມ ມົນຕີວັດ ຜູ້ກໍ່ຕັ້ງກຳມະການ ຜູ້ບໍລິຫານ ແລະ ທ່ານໝໍ ສີສັກ ເທບເສລີ ໝໍປະຈໍາຜິວໜັງອະໂສກອຸດອນໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ

ທ່ານໝໍ ປະຍູນ ເຈນຕະກູນໂຣດ ໄດ້ກ່າວໃນພິທີເປີດ​ງານວ່າ: ການທີ່ເລືອກມາເປີດສາຂາທີ່ອຸດອນ ຍ້ອນວ່າຈັງຫວັດອຸດອນເປັນຈັງຫວັດທີ່ໃຫ່ຍ​ ເພື່ອ​ຮອງຮັບ​ ແລະ​ ຕອບໂຈດລູກຄ້າທີ່ຕ້ອງການຮັກສາໂຣກຜິວຫນັງ ແລະ​ ປຶກສາ​ເລື່ອງຄວາມສວຍຄວາມງາມ​ ໃນ​ກຸ່ມ​ລູກຄ້າພາກອີສານ ແລະ​ ທີ່ສຳຄັນແມ່ນກຸ່ມລູກຄ້າຈາກ ສປປ​ ລາວ​.

ທີ່​ມາ: facebook.com/498318493660777

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,