ສະພາກາຊາດໄທ ມອບເຄື່ອງຊ່ວຍເຫຼືອ ແລະເຮືອກູ້ໄພ ໃຫ້ອົງການກາແດງລາວ ມູນຄ່າ 1 ແສນກວ່າໂດລາ


ພິທີມອບ-ຮັບເຄື່ອງຊ່ວຍເຫຼືອ ຈາກສະພາກາຊາດໄທ ໄດ້ຈັດຂຶ້ນ ວັນທີ 5 ມີນາ 2019 ທີ່ນະຄອນຫຼວງວຽງຈັນ, ໃຫ້ກຽດມອບໂດຍ ທ່ານ ພົນໂທ ດຣ ອຳນາດ ບາຫຼີ, ຜູ້ອຳນວຍການ ສຳນັກງານ ບັນເທົາທຸກ, ສະພາກາຊາດໄທ ແລະ ຮັບໂດຍທ່ານ ດຣ ກາວີ ພອນ ສຸດທິ ຫົວໜ້າກອງຊ່ວຍເຫຼືອບັນເທົາທຸກ ອົງການກແດງລາວ, ມີບັນດາອາສາສະໝັກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ການຊ່ວຍເຫຼືອດັ່ງກ່າວ ເປັນການປະຕິບັດຕາມການກອບການຮ່ວມມືລະຫວ່າງ ອົງການກາແດງລາວ ແລະ ສະພາກາຊາດໄທ ຊຶ່ງການຊ່ວຍເຫຼືອ ມີໄລຍະເວລາແຕ່ປີ 2019-2022 ທີ່ສອງຝ່າຍໄດ້ຮ່ວມລົງມືເຊັນສັນຍາ, ທັງເປັນການກະກຽມຄວາມພ້ອມໃນການຮັບມືກັບໄພພິບັດ ແລະໃຫ້ການຊ່ວຍເຫຼືອປະຊາຊົນຜູ້ທຸກຍາກຂາດເຂີນ, ຜູ້ປະສົບໄພພິບັດຢູ່ ສປປ ລາວ, ແລະ ຜ່ານມາສະພາກາຊາດໄທ ໄດ້ໃຫ້ການຊ່ວຍເຫຼືອປະຊາຊົນຕໍ່ເນື່ອງຫຼວງຫຼາຍເປັນຕົ້ນແມ່ນ: ນໍ້າຖ້ວມປະຊາຊົນ ເມືອງສະໜາມໄຊ ເປັນວັດຖຸສິ່ງຂອງເກືອບ 10 ລ້ານບາດ.

ສ່ວນການຊ່ວຍເຫຼືອຄັ້ງນີ້ ປະກອບມີ: ເຮືອກູ້ໄພ ພ້ອມດ້ວຍເຄື່ອງຈັກ 3 ຊຸດ ມູນຄ່າ 42.120 ໂດລາ, ຄອມພິວເຕີ 55 ຊຸດ ມູນຄ່າ 16.000 ໂດລາ, ເຄື່ອງນຸ່ງຫົ່ມໃໝ່ ຈຳນວນ 5.868 ຜືນ ແລະຢາຖຸແຂ້ວ 21 ແກັດ ມູນຄ່າ 45.252 ໂດລາ, ລວມມູນຄ່າທັງໝົດ 103,372 ໂດລາ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,