ເມືອງບົວລະພາ ສ້າງຂະບວນການສ້ອມແປງຂົວທີ່ເປ່ເພ

ໃນລະຫວ່າງວັນທີ່ 2 – 6 ມີນາ 2019 ທີ່ຜ່ານມາ ຄະນະກອງກໍ່ສ້າງຮາກຖານການເມືອງ, ກຸ່ມບ້ານ ນາພະນັງ ເມືອງບົວລະພາ ໄດ້ສົມທົບກັບ ອຳນາດ ການປົກຄອງບ້ານ, ພໍ່ແມ່ປະຊາຊົນ ບ້ານ ນາປຸ່ງ, ເມືອງບົວລະພາ ສ້າງຂະບວນການສ້ອມແປງຂົວທີ່ເປ່ເພຢູ່ໃນ 2 ຈຸດຂອງເມືອງບົວລະພາ ທັງນີ້ ກໍເພື່ອອໍານວຍຄວາມສະດວກໃຫ້ພໍ່ແມ່ປະຊາຊົນໄດ້ມີການສັນຈອນໄປມາລະຫວ່າງບ້ານ, ທັງເປັນການຜັນຂະຫຍາຍມະຕິຕົກລົງ ຂອງເມືອງບົວລະພາຕາມແຜນພັດທະນາ ເສດຖະກິດ – ສັງຄົມ ແລະ ສ້າງຂະບວນການຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຂອງຄະນະບໍລິຫານງານ ສະຫະພັນແມ່ຍິງ ແລະ ຄະນະບໍລິຫານງານສະຫະພັນກຳມະບານຂອງເມືອງ. 

ຈຸດທີ່ໄດ້ສ້ອມແປງໃນຄັ້ງນີ້ ມີຢູ່ 2 ຈຸດໃຫຍ່ຄື: ຂົວຂ້າມຫ້ວຍໜອງຄວາຍຕາຍ ແລະ ຂົວຂ້າມຫ້ວຍຕ່າວ, ບ້ານ ນາປຸ່ງ ເຊິ່ງໄດ້ສຳເລັດ ແລະ ນຳໃຊ້ໄດ້ຢ່າງເປັນທາງການແລ້ວໃນປະຈຸບັນ.

ທີ່ມາ: ຂປລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...