ບົດບາດຂອງແມ່ຍິງລາວ ໃນງານ ທ໊ອບ ໄທແບຣນ 2019

ແມ່ຍິງລາວໃນປະຈຸບັນແມ່ນມີບົດບາດສູງໃນຫລາຍໆຂົງ­ເຂດເປັນຕົ້ນແມ່ນ: ​ດ້ານ​ເມືອງ, ເສດ­ຖະ­ກິດ-​ສັງ­ຄົມ, ການ​ປົກ​ປັກ​ຮັກ­ສາ​ສິ່ງ­ແວດ­ລ້ອມ, ການ​ປ້ອງ​ກັນຊາດ-​ປ້ອງ​ກັນ​ຄວາມສະ­ຫງົບ, ການ​ຕ່າງ­ປະ­ເທດ, ການອະ­ນຸ­ລັກ​ຮັກ­ສາ​ເສີມ​ຂະ­ຫຍາຍ​ມູນເຊື້ອ​ວັດ­ທະ­ນະ­ທຳ​ອັນ​ດີ­ງາມ​ຂອງຊາດ​ ແລະ​ ໃນປະຈຸບັນນີ້ກໍມີແມ່ຍິງລາວທີ່ປະສົບຜົນສຳເລັດໃນດ້ານທຸລະກິດຫລາຍໆທ່ານ.

ໃນງານທ໊ອບໄທແບຣນ ປີນີ້​, ແມ່ຍິງລາວກໍຍັງມີບົດບາດໃນຫລາຍໆພາກສ່ວນ ແລະ​ ຫນຶ່ງໃນນັ້ນກໍແມ່ນກຸ່ມແມ່ຍິງຈາກ ໂຮງຮຽນ​ ວັດທະນະທຳ​ ແລະ​ ເດັກກຳພ້າ​ ຫລັກ​ 67​ ເຊິ່ງເປັນໂຮງຮຽນທີ່ໄດ້ຮັບການຊ່ວຍເຫຼືອ​ຈາກ​ ສົມເດັດ​ພະ​ເທບ ພະ​ຣັດ​ຣາ​ຊະສຸດາ ສະຫຍາມ​ບໍ​ຣົມ​ຣາ​ຊະ​ກຸມາ​ຣີ ແຫ່ງ ຣາ​ຊະ​ອານາຈັກ​ໄທ​ ທີ່ໄດ້ນຳເອົາຜະລິນຕະພັນຂອງຕົນເອງມາວາງສະແດງໃນງານ ເຊັ່ນ: ກະຕິບເຂົ້າ,​ ກະຕ່າ,​ ຂັນໃສ່ບາດ ແລະ​ ອື່ນໆ.​

ທ່ານ​ ນາງອາດອຳໄພ ຮອງຫົວຫນ້າຄະນະແມ່ຍິງຂອງໂຮງຮຽນໄດ້ເລົ່າໃຫ້ເຮົາຟັງວ່າ: ຜະລິດ​ຕະ​ພັນ​ເຄື່ອງ​ຫັດຖະກຳຈັກສານຂອງກຸ່ມພວກເຮົາແມ່ນສ່ວນໜຶ່ງ​ ທີ່ນັກຮຽນພາຍໃນໂຮງຮຽນ​ໃຊ້ເວລາຫວ່າງ​ໃຫ້ເປັນປະໂຫຍດ​ໂດຍຜະລິດເຄື່ອງຫັດຖະກຳ​ ເພື່ອ​ກຽມສົ່ງອອກຂາຍ ແລະ​ ອີກ​ສ່ວນໜຶ່ງ​ແມ່ນໄດ້ຮັບຊື້ຈາກປະຊາຊົນພາຍໃນບ້ານ ນາຍາງ ເມືອງ​ໂພນໂຮງ ແຂວງວຽງຈັນ​ ເພື່ອ​ເຮັດໃຫ້ເຂົາເຈົ້າມີລາຍຮັບເພີ່ມ​ຂຶ້ນ​ ແລະ​ ເງິນທີ່ໄດ້ຈາກການຂາຍເຄື່ອງແມ່ນຈະເອົາກັບໄປໃຊ້ໃນວຽກງານບໍລິຫານໂຮງຮຽນ​.

ບັນຍາກາດພາຍໃນງານ ທ໊ອບໄທແບຣນ​ ແມ່ນມີຄວາມ​ຄຶກ​ຄື້ນ​ຫລາຍພໍສົມຄວນ ເຊິ່ງ​ຫົວຫນ້າຄອບຄົວຈະພາ ພັນລະຍາ ແລະ​ ລູກ​ ອອກມາທ່ຽວຊົມງານ​ ບາງທ່ານກໍໄດ້ພາແມ່ ພາພໍ່ ອອກມາທ່ຽວໃນມື້ພັກຜ່ອນແບບນີ້.​

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...