​ຊົມ​ເຊີຍ​ເຈົ້າ​ໜ້າ​ທີ່,ປະ​ຊາ​ຊົນ​ແລະ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ ​ຊ່ວຍ​ກັນມອດ​ໄຟໄໝ້ປ່າສະຫງວນແຫ່ງຊາດພູພະນັງ

ຫລັງເກີດເຫດໄຟໄໝ້ປ່າສະຫງວນແຫ່ງຊາດພູພະນັງ ເມືອງສັງທອງ ນະຄອນຫລວງວຽງຈັນແຕ່ວັນທີ 7 ມີນາເປັນຕົ້ນມາ, ອົງການປົກຄອງເມືອງສັງທອງ ແລະ ພາກສ່ວນກ່ຽວຂ້ອງໂດຍສະເພາະກຳລັງ ປກສ, ປກຊ ແລະ ພໍ່ແມ່ປະຊາຊົນເຂດໃກ້ຄຽງ ໄດ້ຮ່ວມກັນມອດໄຟຢ່າງເປັນເຈົ້າການ, ຂະນະທີ່ມາຮອດວັນທີ 12 ເດືອນດຽວກັນສາມາດຄວບຄຸມໄຟໄດ້ແລ້ວ 90%.

ຮ້ອຍເອກ ອຳຫລ້າ ສິງສະໄໝ ຫົວໜ້າການເມືອງກອງຮ້ອຍທະຫານຮາບ 303 ກ່າວວ່າ: ສາເຫດຕົ້ນຕໍຂອງການເກີດໄຟໄໝ້ລາມປ່າດັ່ງກ່າວ ແມ່ນຍ້ອນປະຊາຊົນຈຳນວນໜຶ່ງຈູດສວນ, ໄຮ່ ແລະ ເຂົ້າໄປທຳມາຫາກິນຂາດສະຕິ ລະມັດລະວັງ ໂດຍສະເພາະກ່ອນຈູດສວນ, ໄຮ່ ບໍ່ໄດ້ແກວກ ຫລື ເຮັດແລວປ້ອງກັນໄຟບໍ່ກວ້າງ ແລະ ບໍ່ມອດ
ໄຟຫລັງແຕ່ງຢູ່ຄົວກິນໃນປ່າ. ຂະນະທີ່ໄຟໄໝ້ສະເພາະປ່າສະຫງວນແຫ່ງຊາດພູພະນັງມີສອງຈຸດຄື: ປ່າສະຫງວນພູພະນັງເຂດບ້ານເພຍລາດ, ບ້ານທ່ານາຂາມ 20 ເຮັກຕາ; ປ່າສະຫງວນພູພະນັງເຂດບ້ານຫີນສິ່ວ, ບ້ານໄຮ່ໃຕ້ 10 ເຮັກຕາ. ນອກນີ້, ຍັງໄໝ້ພູຜາເດືອນເຂດບ້ານຫີນສິ່ວ, ບ້ານເພຍລາດ 30 ເຮັກຕາ, ດອນຫໍບ້ານອ່າງນ້ອຍ 15 ເຮັກຕາ, ບ້ານຊໍ້ 10 ເຮັກຕາ ແລະ ບ້ານຫ້ວຍຫາງ 10 ເຮັກຕາ.

ຮ້ອຍເອກ ອຳຫລ້າ ຍັງກ່າວຕື່ມວ່າ: ດ້ວຍຄວາມເອົາໃຈໃສ່ຂອງຫລາຍພາກສ່ວນໃນການສະກັດກັ້ນແຕ່ຫົວທີ ນັ້ນມາຮອດປັດຈຸບັນ ສາມາດດັບມອດໄຟລາມປ່າເຂດດັ່ງກ່າວໄດ້ແລ້ວ 90%, ແຕ່ກໍເຫລືອພຽງແຕ່ຕໍໄມ້ໄໝ້ເທົ່ານັ້ນທີ່ບໍ່ສາມາດເອົານ້ຳຂຶ້ນໄປຫົດໄດ້.

ແນວໃດກໍ່ຕາມຂໍຮຽກຮ້ອງພໍ່ແມ່ປະຊາຊົນຈົ່ງມີສະຕິລະມັດລະວັງການໃຊ້ຟືນໄຟໃນການທຳມາຫາກິນ ແລະ ກໍຄືການຈູດໄຮ່, ສວນ ເຊິ່ງຕ້ອງໄດ້ປ້ອງກັນຢ່າງປອດໄພເພື່ອບໍ່ໃຫ້ເກີດໄຟໄໝ້ລາມປ່າທີ່ສົ່ງຜົນກະທົບສ້າງຄວາມເສຍຫາຍຕໍ່ສິ່ງແວດລ້ອມກໍຄືລະບົບນະເວດວິທະຍາ.

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...