ປະ​ຫວັດ​ຄວາມ​ເປັນ​ມາ “ເມືອງຊວາ ຫຼື​ເມືອງຊຽງທອງ” ​ແຫ່ງ​ແຂວງ​ຫຼວງພະບາງ

ນັກບູຮານຄະດີໄດ້ຄົ້ນພົບວ່າ ພວກມອນ ຂະແມ ກໍ່ອາດມີອິດທິພົນທາງການເມືອງ ທີ່ຄຸມໄປເຖີງດິນຕອນນີ້ ຈື່ງມີເລື່ອງ ເມັງ ມອນ ຂອມ ກ່າວໃນເລື່ອງທ້າວຮຸ່ງທ້າວເຈືອງ ຕີເອົາເມືອງຊວາ ສຳຫລັບກຸ່ມໄຕລາວແມ່ນກຸ່ມຄົນທີ່ເວົ້າພາສາໄຕ ກຸ່ມຄົນນີ້ຢູ່ດິນເມືອງຊຽງດົງຊຽງທອງມາດົນນານໂດຍປະປົນກັບພວກລາວະ ຕໍ່ມາໄດ້ມີບົດບາດການເມືອງຂື້ນພາຍຫລັງຂຸນລໍມາຕີເອົາເມືອງຊວາເມື່ອປະມານ ສະຕະວັດທີ່ VIII.


ຈາກຕຳນານບູຮານຄືພື້ນຂຸນບໍຣົມ ພົງສາວະດານຫລວງພະບາງແລະ ຫນັງສືອຸຣັງຄະທາດ ກ່າວວ່າ ເມືອງຫລວງພະບາງ ເດີມແທ້ນັ້ນຊື່ວ່າເມືອງຊວາ ຫລື ຊະວາ ຕາມວົງກະສັດອົງ1 ຊື່ວ່າ ນັນທາ ໄດ້ເປັນໃຫຍ່ປົກຄອງເປັນຄັ້ງທຳອິດເຊີ່ງເລື່ອງເລົ່າກັນມາມີດັ່ງນີ້:


ມີຍັກຕົນ1ຊື່ວ່ານັນທາ ມາຈາກເມືອງລົງກາໄດ້ເປັນໃຫຍ່ຍູ່ເມືອງຊວາ ຕໍ່ມາເມື່ອນັນທາຕາຍແລ້ວ ເມັຍນັນທາຊື່ວ່າ ນາງ ພາລາເທວີ ໄດ້ໄປແຕ່ງດອງກັບເຈົ້າ ອິນທະປັດຖານະຄອນແລະນາງ ກາງຮີ ລູກສາວນາງພາລາເທວີ ໄດ້ໄປເອົາກັບທ້າວພຸດທະເສນ ລູກຊາຍຂອງເຈົ້າພະຍາເມືອງອິນທະປັດຖານະຄອນແລ້ວມາເປັນໃຫຍ່ຢູ່ເມືອງຊວາສືບມາ
ພາຍຫລັງວົງກະສັດ”ນັນທາ“ທີ່ເປັນໃຫຍ່ຢູ່ເມືອງຊວາສີ້ນສຸດລົງແລ້ວ ວົງກະສັດທີ່2ແມ່ນ ວົງ”ພະຍານາກ” ໄດ້ຂື້ນມາເປັນໃຫຍ່ຢູ່ເມືອງຊວາສືບມາ ວົງພະຍານາກນີ້ກໍ່ສືບເນື່ອງມາຈາກວົງນັນທາຕຳນານອຸຣັງຄະທາດກ່າວວ່າ ວົງຕະກູນພະຍານາກນີ້ມີຖິ່ນຖານດັ່ງເດີມຢູ່ບໍລິເວນ ຫນອງກະແສແສນຍ່ານກໍ່ຄືຕາມໂຫລ້ງແມ່ນຳ້ຂອງແລະສາຂາແມ່ນຳ້ຂອງ ແມ່ນຳ້ຂອງແມ່ນບໍລິເວນ ”ພູກາງສີ” ພູສີແຂວງຫລວງພະບາງ ສີໂຄດຕະບອງ ຫນອງຫານຫລວງ (ສາກົນນະຄອນ) ແລະຫນອງຫານນ້ອຍ (ອຸດອນທານີ)

ເມື່ອວົງພະຍານາກສີ້ນສຸດລົງ ວົງ ”ຈັນທະພານິດ” ໄດ້ເປັນໃຫຍ່ຍູ່ເມືອງຊວາແທນ ຈາກພົງສາວະດານເມືອງຫລວງພະບາງໄດ້ກ່າວໄວ້ວ່າ ຈັນທະພານິດ ແມ່ນພໍ່ຄ້າ ຂື້ນໄປຈາກວຽງຈັນ ໄດ້ເປັນໃຫ່ຍ ປົກຄອງເມືອງຊວາຕໍ່.

ພື້ນຂຸນບໍຣົມກ່າວວ່າ: ນັບແຕ່ຂຸນລໍມາປົກຄອງອານາຈັກລ້ານຊ້າງມາເຖີງສະໄຫມພະຍາລັງທິລາດເປັນເຈົ້າແຜ່ນດິນລ້ານຊ້າງ ເມື່ອປີ ຄສ 1271 ໄດ້ມີເຈົ້າກະສັດປົກຄອງລ້ານຊ້າງ ສືບທອດກັນມາກ່ອນແລ້ວໄດ້ 22 ອົງ ປົກຄອງເມື່ອໃດນັ້ນບໍ່ໄດ້ກ່າວແລະພື້ນຂຸນບູລົມແຕ່ລະສະບັບກ່າວເຖີງ ຊື່ກະສັດ 22 ອົງນັ້ນບໍ່ຄືກັນອາດສະຫລຸບໄດ້ດັ່ງນີ້:

1 ຂຸນລໍ
2 ຂຸນຊວາ
3 ຂຸນຊວາລາວ
4 ຂຸນສູງ
5 ຂຸນເຂັດ
6 ຂຸນຄຸ້ມ
7 ຂຸນຄີບ
8 ຂຸນຄອບ
9 ຂຸນຄົວ
10 ຂຸນຄານ
11 ຂຸນແພງ
12 ຂຸນເພັງ
13 ຂຸນເພີງ
14 ຂຸນພີ
15 ຂຸນຄຳ
16 ຂຸນຮຸ່ງ
17 ທ້າວໂມ
18ທ້າວຍຸງ
19 ທ້າວເຢີກ
20 ທາວພິນ
21 ທ້າວພາດ
22 ທ້າວຫ່ວາງ

ພະຍາລັງທິລາດເປັນຜູ້ທີ່ 23 ຄອງບັນລັງລະຫວ່າງປິ 1271-1316

ຄັດຈາກປື້ມ ປະຫວັດສາດ ດຶກດຳບັນ ດຣ ສຸເນດ ໂພທິສານ
ໂດຍ : ນາງສາຍວາລິນ ບໍລະວົງ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...